ລັດວິສາຫະກິດນ້ຳປະປາສາ ຂາເມືອງສີໂຄດຕະບອງ
ນະຄອນ ຫລວງວຽງຈັນ ພວມສຸມໃສ່ການສະໜອງນ້ຳປະປາໃຫ້ປະຊາຊົນພາຍໃນເມືອງຂອງຕົນ
ໄດ້ຊົມໃຊ້ນ້ຳສະອາດພຽງພໍເຊິ່ງພຽງເດືອນກວ່າມານີ້ ສາມາດແກ້ໄຂຄຳສະເໜີຂອງປະຊາຊົນທີ່ຕ້ອງການຕິດຕັ້ງນ້ຳປະປາເຂົ້າເຮືອນໄດ້ຫລາຍກວ່າ
500 ສະບັບ.
ທ່ານ ກ້ານແກ້ວສຸພັນ ແສງຈັນທະລາ ຫົວໜ້າລັດວິສາຫະກິດນ້ຳປະປາສາຂາເມືອງສີໂຄດຕະບອງ
ໃຫ້ສຳພາດຕໍ່ນັກຂ່າວໜັງ ສືພິມ ລາວພັດທະນາ ໃນວັນທີ 4 ກຸມພານີ້ວ່າ: ສາຂານ້ຳປະປາທີ່ຕົນຮັບຜິດຊອບແມ່ນກວມເອົາເມືອງສີໂຄດຕະບອງ
ແລະ ເມືອງນາຊາຍທອງ ເຊິ່ງໄລຍະຜ່ານມາ ແມ່ນສຸມໃສ່ການຂະຫຍາຍໂຄງລ່າງພື້ນຖານນ້ຳປະປາສະໜອງໃຫ້ປະຊາຊົນຢູ່ສອງເມືອງດັ່ງ
ກ່າວ ເພື່ອຮັບປະກັນໃຫ້ມີນ້ຳສະ ອາດໃຊ້ພຽງພໍກັບຄວາມຕ້ອງ ການ ໂດຍ 2 ເມືອງມີກົງເຕີ
ນ້ຳປະມານ 18 ພັນໜ່ວຍ ແລະ ສະເພາະປີ 2012 ຜ່ານມານີ້ ໄດ້ຕິດຕັ້ງ ກົງເຕີນ້ຳເພີ່ມອີກເກືອບ
3 ພັນໜ່ວຍ ສາມາດສະໜອງບໍລິມາດນ້ຳປະມານ 2,4 ລ້ານແມັດກ້ອນ. ສະເພາະ 9 ເດືອນ
2012 ສາມາດເກັບລາຍຮັບໄດ້ປະມານ 5 ຕື້ກວ່າກີບ
ແລະ ໜີ້ຕ້ອງຮັບມີປະມານ 2 ຕື້ກວ່າກີບ.
ສຳລັບແຜນການຂະຫຍາຍໂຄງລ່າງການສະໜອງນ້ຳໃນປີ 2013 ແມ່ນຈະຕິດຕັ້ງກົງເຕີນ້ຳໃຫ້ໄດ້ປະມານ
2 ພັນໜ່ວຍ ແລະ ສະເພາະເດືອນມັງກອນ 2013 ໄດ້ຮັບໃບຄຳຮ້ອງຂໍຕິດຕັ້ງກົງເຕີນ້ຳ
ຈາກປະຊາຊົນແລ້ວ 200 ກວ່າສະບັບ.
ຫົວໜ້າລັດວິສາຫະກິດນ້ຳປະປາ ສາຂາດັ່ງກ່າວໃຫ້ຮູ້
ວ່າ: ໃນໄລຍະຜ່ານມາ ເຖິງວ່າຈະໄດ້ເອົາໃຈໃສ່ຂະຫຍາຍຕາໜ່າງ ການສະໜອງນ້ຳສະອາດໃຫ້ໄດ້ຢ່າງທົ່ວເຖິງເທື່ອລະກ້າວ,
ແຕ່ກໍມີບັນຫາຫລາຍຢ່າງທີ່ສ້າງຄວາມ ຫຍຸ້ງຍາກເຊັ່ນ: ປະຊາຊົນບາງຄອບຄົວທີ່ສະເໜີຂໍຕິດຕັ້ງກົງເຕີ
ນ້ຳ, ແຕ່ເມື່ອພະນັກງານລົງໄປຕິດຕັ້ງກໍໄດ້ມີການຍົກເລີກ ຍ້ອນສະພາບເສດຖະກິດພາຍໃນຄອບ
ຄົວບໍ່ອຳນວຍ, ບາງກໍລະນີບໍ່ສາ ມາດຕິດຕໍ່ກັບເຈົ້າຂອງເຮືອນ, ໃນບາງເຂດແມ່ນສາຍທໍ່ນ້ຳປະປາບໍ່ທັນໄປຮອດ
ເຊິ່ງໃນປີ 2012 ໄດ້ມີການຍົກເລີກໃບສະເໜີຫລາຍກວ່າ 100 ສະບັບ.
ທ່ານ ກ້ານແກ້ວສຸພັນ ກ່າວວ່າ: ສຳລັບການແກ້ໄຂຄຳຮ້ອງຂໍຕິດ
ຕັ້ງກົງເຕີ້ນ້ຳເຂົ້າເຮືອນປະຊາຊົນຕາມຫລັກ ການແມ່ນບໍ່ໃຫ້ກາຍ 15 ມື້, ແຕ່ສຳລັບເມືອງສີໂຄດຕະ
ບອງ ເຊິ່ງເປັນຕົວເມືອງໃຫຍ່ແຫ່ງໜຶ່ງຂອງນະຄອນຫລວງວຽງຈັນຈຶ່ງມີຄຳສະເໜີຫລາຍ
ເຮັດໃຫ້ການຕິດຕັ້ງມີລັກສະນະແກ່ຍາວ. ນອກຈາກນີ້ ການຕິດ ຕັ້ງສ່ວນຫລາຍແມ່ນປະຊາຊົນເປັນຜູ້ຮັບຜິດຊອບຄ່າໃຊ້ຈ່າຍ,
ຄ່າອຸປະກອນ ແລະ ລວມເຖິງຄ່າທຳນຽມການຕິດຕັ້ງນຳດ້ວຍ.

No comments:
Post a Comment