ເພື່ອຮັບປະກັນໃຫ້ບຸນຊ້າງ ປະ ຈຳປີ 2013 ຊຶ່ງຈະມີຂື້ນໃນກາງເດືອນ
ກຸມພານີ້ຈະມີບັນຍາກາດມ່ວນຊືນ ຄຶກຄື້ນກ່ວາແຕ່ກ່ອນຊຶ່ງປັດຈຸບັນຄະ ນະກຳມະການກະກຽມງານບຸນດັ່ງ
ກ່າວໄດ້ສຸມໃສ່ບຸກເບີກສະຖານທີ ງານ ຕະຫຼາດນັດວາງສະແດງສິນ ຄ້າພ້ອມເດ່ີນຮັບໃຊ້ການສະແດງ
ຂອງປະຊາກອນຊ້າງຊຶ່ງຈະຈັດໃຫ້ ມີຂຶ້ນຢູ່ລຽບ ແຄມນ້ຳຮູ່ງໃຈກາງ ເທດສະບານແຂວງໄຊຍະບູລີ.ຂະນະ
ທີ່ເຈົ້າຂອງຊ້າງແຕ່ລະໂຕທ່ີຈະນຳ ເຂົ້າສູ່ການສ ະແດງກໍ່ໄດ້ມີການຝຶກ ແອບຊ້າງຂອງຕົນດ້ວຍຄວາມຂະ
ຫຍັນໝັ່ນພຽນເພ່ືອຮອງຮັບການເຂົ້າຊົມຂອງມວນ ຊົນລວມໄປເຖິງນັກທ່ອງທ່ຽວ ທັງພາຍແລະຕ່າງປະເທດນັບ
ເປັນຈຳນວນຫລາຍທີ່ຈະມາ ຮ່ວມບຸນຄັ້ງ ນີ້ໃຫ້ມີຄວາມຈັບອົກ ຈັບໃຈຕະຫລອດເຖິງການປະດັບ ປະດາຕົບແຕ່ງປົວແປງຕົວເມືອງ
ເປັນຕົ້ນ ການປັບ ປຸງຖະໜົນຫົນ ທາງໃນຂອບເຂດເທດສະບານ ຫລາຍສາຍໄດ້ສຳເລັດການປູ ຢາງຂົ້ວເພື່ອ
ສ້າງຄວາມສະດວກ ສະບາຍໃຫ້ແກ່ຜູ້ໃຊ້ລົດໃຊ້ຖະໜົນ ເຮັດໃຫ້ຕົວເມືອງໄຊຍະບູລີເກີດມີ ສີໜ້າ ໃໝ່ແລະສວຍງາມຂຶ້ນ
ແຕ່
ສິ່ງໜັກໃຈເປັນບັນຫາຄົງຄ້າງທີ່ ຈະຕ້ອງແກ້ໄຂຢ່າງຮີບດ່ວນກໍ ແມ່ນ ເສັ້ນທາງຈາກນະຄອນ
ຫລວງວຽງຈັນ, ຈາກບັນດາ ແຂວງພາກເໜືອເຂົ້າສູ່ແຂວງ ໄຊຍະບູລີມີຫລາຍຈຸດເຫັນວ່າມີ ຄວາມຫຍຸ້ງຍາກເຊິ່ງຈະຕ້ອງໄດ້
ຮີບຮ້ອນປົວແປງເພື່ອຮອງຮັບ ນັກທ່ອງທ່ຽວຈາກຕ່າງແດນທີ່ ຈະເຂົ້າມາທ່ຽວຊົມບຸນຊ້າງຢູ່ ແຂວງດັ່ງ
ກ່າວຢ່າງ ເຕັມໃຈແລະ ສິ່ງສຳຄັນອີກອັນໜຶ່ງກໍແມ່ນບັນ ຫາສະບຽງອາຫານ, ສະຖານທີ່ ພັກເຊົາເພື່ອ
ຮອງຮັບກໍຕ້ອງໄດ້ ກະກຽມຄວາມພ້ອມໃຫ້ດີທີ່ສຸດ, ຈາກສະພາບດັ່ງກ່າວນັ້ນຖ້າພາກ ສ່ວນກ່ຽວຂ້ອງ
ໍ່ຮີບ ຮ້ອນປົວ ແປງໂດຍສະ ເພາະແມ່ນສາຍ ທາງແຕ່ລະເສັ້ນໃຫ້ຢູ່ໃນສະພາບ ມີຄວາມຮັບປະກັນຄິດວ່າການ
ເດີນທາງເຂົ້າມາຊົມບຸນຊ້າງຄັ້ງ ນີ້ກໍຈະບໍ່ມີບັນຫາຫຍຸ້ງຍາກໄດໆເກີດຂຶ້ນ.

No comments:
Post a Comment