ກອງປະຊຸມ ຄັ້ງທີ 4 ຂອງຄະນະເຮັດ ວຽກຮ່ວມ ລະຫວ່າງ
ສປປ ລາວແລະສະຫະພາບເອີ ຣົບວ່າ ດ້ວຍສິດທິມະນຸດ ແລະການປົກຄອງ ໄດ້ຈັດ ຂຶ້ນທີ່ນະຄອນຫຼວງວຽງຈັນ ໃນວັນທີ 4 ກຸມ ພານີ້.
ທ່ານ ອອມ ພົມມະຈັກ ຫົວໜ້າກົມສົນທິສັນ ຍາແລະກົດ
ໝາຍ ກະຊວງການຕ່າງປະເທດ ແລະ ທ່ານນາງ ເວໂລນິກ ອາກ ໂນ ຫົວໜ້າຜູ້ຮັບຜິດ ຊອບວຽກ ງານສິດມະນຸດແລະປະຊາທິປະ
ໄຕ,ສຳນັກງານກິດຈະການຕ່າງ ປະເທດຂອງສະຫະພາບເອີຣົບ ໄດ້ເປັນປະທານຮ່ວມກອງປະຊຸມ ດັ່ງກ່າວ
ເຊິ່ງມີຜູ້ຕາງໜ້າຈາກ ກະຊວງຕ່າງໆ ຮວມທັງຄະນະຜູ້ແທນຈາກ ສະຫະພາບເອີຣົບ, ສຳນັກຜູ້ຕາງໜ້າສະຫະພາບເອີ
ຣົບປະຈຳບາງກອກ ແລະ ນະຄອນຫຼວງວຽງຈັນເຂົ້າຮ່ວມ.
ກອງປະຊຸມໄດ້ດຳເນີນໄປ ພາຍໃຕ້ບັນຍາກາດທີ່ສ້າງສັນ
ແລະອຳນວຍໃຫ້ທັງສອງຝ່າຍ ໄດ້ແລກປ່ຽນຄຳຄິດ ຄຳ ເຫັນ ໃນ ຫຼາຍບັນຫາແລະນອກຈາກນີ້,ຄະ ນະຜູ້ແທນກອງປະຊຸມ
ຍັງຈະໄດ້ ລົງເຄື່ອນໄຫວຢ້ຽມຢາມສະ ຖານທີ່ຕ່າງໆເຊັ່ນ: ຄ້າຍຄຸມຂັງຊຳເຄ້, ສູນຟື້ນຟູບຳບັດຜູ້ຕິດຍາເສບ
ຕິດ
ສົມສະຫງ່າ,ສູນໃຫ້ຄຳປຶກສາ ແລະປົກ ປ້ອງແມ່ຍິງ ແລະ ເດັກ ນ້ອຍ ແລະສະຖານທີ່ກິດຈະກຳ ໂຄງການຂອງອົງ
ການເພື່ອນມິດ ໃນນະຄອນຫຼວງ ວຽງຈັນ.
ໃນກອງປະຊຸມນອກຈາກ ທັງສອງຝ່າຍໄດ້ທົບທວນຄືນ
ການພັດທະນາດ້ານຕ່າງໆກ່ຽວ ກັບສິດທິມະ ນຸດໃນໄລຍະຜ່ານ ມາເຊັ່ນ: ສິດເສລີພາບໃນການສະ ແດງອອກ,ການຈັດຕັ້ງສະມາ
ຄົມຮວມທັງສິດເສລີພາບ ຂອງອົງ ການຈັດຕັ້ງທາງສັງຄົມ ແລະ ຜູ້ປົກປ້ອງສິດທິມະນຸດນີ້ແລ້ວ,ທັງ
ສອງຝ່າຍໄດ້ປຶກສາການຮ່ວມມື ໃນເວທີ ສາກົນທັງໃນບັນຫາທີ່ ເປັນຫົວຂ້ໍລວມ ແລະ ຫົວຂໍ້ສະ ເພາະຂອງປະເທດ.ລາວໄດ້ສະ
ແດງຄວາມປາຖະໜາທີ່ຈະ ເຂົ້າ ຮ່ວມສະພາສິດທິມະນຸດຂອງອົງ ການສະຫະປະຊາຊາດໃນສົກປີ
2016-2018. ຝ່າຍອີຢູສະເໜີວ່າ ຈະ ແລກປ່ຽນປະສົບການຂອງ ຕົນ ເພື່ອຊ່ວຍເຫຼືອລາວກ້າວໄປ ສູ່ການຮັບຮອງເອົາທຳມະນູນ
ໂຣມວ່າດ້ວຍສານ ອາຍາສາກົນ, ສົນທິສັນຍາສາກົນເພື່ອປົກ ປ້ອງທຸກຄົນຈາກການຫາຍສາບ ສູນໂດຍໃຊ້ກຳລັງ,ສອງອະນຸສັນ
ຍາເພີ່ມຕື່ມໃຫ້ແກ່ສົນທິສັນຍາ ສາກົນວ່າດ້ວຍສິດຂອງພົນລະ ເຮືອນແລະທາງການເມືອງ ແລະ ສົນທິສັນຍາເພີ່ມ
ຕື່ມໃຫ້ແກ່ສົນທິ ສັນຍາວ່າດ້ວຍການລຶບລ້າງທຸກ ຮູບແບບການຈຳແນກຕໍ່ເພດຍິງ ອີກດ້ວຍ.
ຜ່ານມາອີຢູໄດ້ສະໜອງ ການຊ່ວຍເຫຼືອລ້າໃນວົງເງິນ
4.6 ລ້ານເອີໂຣ ເພື່ອປັບປຸງບູລະນະ ການປົກຄອງ ຢູ່ລາວແຕ່ ປີ2001 ໂດຍຜ່ານການຊ່ວຍເຫຼືອໂຄງການສະພາແຫ່ງຊາດລາວ,
ໂຄງ ການກົດໝາຍສາກົນ ແລະ ໂຄງ ການປັບປຸງບຸລະນະການປົກ ຄອງແລະອີກຫຼາຍໂຄງການ ພາຍໃຕ້ຊອບແຜນງານການ
ຊ່ວຍເຫຼືອດ້ານ ສິດທິມະນຸດແລະ ປະຊາທິປະໄຕຂອງສະຫະພາບ ເອີຣົບ (EIDHR) ເຊິ່ງມີເປົ້າ ໝາຍປັບປຸງສິດທິຂອງແມ່ຍິງ,
ເດັກນ້ອຍແລະຄົນພິການໃຫ້ສາ ມາດເຂົ້າເຖິງການ ບໍລິການຂອງ ລັດໂດຍສະເພາະແມ່ນການສຶກສາຂັ້ນພື້ນ
ຖານ,ການບໍລິການ ສາທາລະນະສຸກ ແລະ ອະນາໄມ ຂັ້ນພື້ນຖານ ແລະ ບໍລິການດ້ານຍຸຕິທຳ.

No comments:
Post a Comment