Ad

Ad

5 February 2013

ກອງປະຊຸມຕີລາຄາວຽກງານ 3 ສ້າງທົ່ວປະເທດ



        ກອງ​ປະຊຸມ​ທົ່ວ​ປະ​ເທດ ​ເພື່ອ​ຊຸກຍູ້​ວຽກ​ງານ 3 ສ້າງ​ໃຫ້​ເຂົ້າ​ສູ່​ລວງ​ເລິກ ແລະ ​ສ້າງ​ຄວາມ​ຮູ້​ກ່ຽວ​ກັບ​ວຽກ​ງານ 3 ສ້າງ​ ຈັດຂຶ້ນໃນ​ວັນ​ທີ 4​-5 ກຸມພາ 2013 ຢູ່​ສູນເຝິກ​ອົບຮົມ ຍີ່ປຸ່ນ ​ແລະ ການຮ່ວມມື​ສາກົນ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ ບຸນ​ຍັງ ວໍລະ​ຈິດ ກຳມະການກົມ​ການ​ເມືອງ​ສູນ​ກາງ​ພັກ,ຜູ້​ປະ​ຈຳ​ການ​ຄະນະ​ເລຂາທິການ​ສູນ​ກາງພັກທັງ​ ເປັນ​ຫົວໜ້າ​ຄະນະ​ຊີ້ນຳ​ເຮັດ​ທົດ​ລອງ 3 ສ້າງ​ຂັ້ນສູນ​ກາງ,ມີຄະນະ​ຮັບຜິດຊອບ​ຊີ້ນຳ​ເຮັດ​ທົດ​ລອງ 3 ສ້າງ,ບັນດາ​ລັດຖະມົນຕີ,​ເຈົ້າ​​ແຂວງ-ຮອງ​ເຈົ້າ​​ແຂວງ,​ເຈົ້າ​ເມືອງ ​ແລະ ຜູ້​ຊີ້ນຳ​ວຽກ​ງານ 3 ສ້າງ​ ຂະ​ແໜງ​ການ​ຕ່າງໆ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.
        ທ່ານ ບຸນ​ຍັງ ວໍລະ​ຈິດ ​ໄດ້​ກ່າວ​ວ່າ: ການ​ຈັດ​ກອງ​ປະຊຸມ​ໃນ​ຄັ້ງນີ້​ ເພື່ອ​ເຜີຍ​ແຜ່​ແນະ​ນຳ ​ແລະ ​ສ້າງ​ຄວາມ​ເຂົ້າ​ໃຈ​ໃຫ້​ເປັນ​ເອກະ​ພາບ​ ກ່ຽວ​ກັບ​ບັນຫາ​ສຳຄັນວຽກ ງານ 3 ສ້າງ,  ​ການ​ສ້າງ​ແຜນ 3 ສ້າງ ​ແລະ ​ແຜນ​ປົກກະຕິ​ສຳລັບ​ສົກ​ປີ 2013-2014 ​ໃຫ້​ມີ​ຄວາມ​ກົມ ກຽວ​ເປັນ​ເອກະ​ພາບ,ການ​ປັບປຸງ ​ລະບອບ​ອຸດ​ໜູນ​ໃຫ້​ແກ່​ນາຍ​ບ້ານ ​ແລະ ​ເປົ້າ​ໝາຍ​ອື່ນໆ​ ໃນ​ອົງການ​ປົກຄອງ​ບ້ານ,  ການ​ປະຕິບັດ​​ທົດ​ລອງວຽກ​ງານ​ 3 ສ້າງ  ເຊິ່ງ ນັບ​ແຕ່​ເດືອນຕຸລາ ປີ 2012 ມາ​ເຖິງ​ປັດຈຸ​ບັນ​ ກໍ​​ເປັນ​ເວລາ 4 ​ເດືອ​ນ​ແລ້ວ ໂດຍຄະນະ​ຊີ້ນຳ​ກໍ​ໄດ້​ປະ ຊຸມ​ກັນ 2 ຄັ້ງ​ ເພື່ອ​ຕີ​ລາຄາ​ເບື້ອງ ຕົ້ນ ​ສະພາບ​ການຈັດຕັ້ງປະຕິບັດ​ວຽກ​ງານ 3 ສ້າງ​ຂອງ​ບັນດາ​ກະ ຊວງ​ ກໍ​ຄື​ບັນດາ​
ແຂວງ, ​ເມືອງ ​ແລະ ບ້ານ​ເປົ້າ​ໝາຍ ​​ໄດ້​ມີ​ການ​ຄົ້ນ​ຄວ້າ​ກຳ​ແໜ້ນ​ມະຕິ 03 ຂອງ​ກົມ​ການ​ເມືອງ​, ບັນດາ​ຄຳ​ສັ່ງ​ແນະ​ນຳ​ຂອງ​ຄະນະ​ເລຂາທິການ ​ແລະ ນິຕິ​ກຳ​ຕ່າງໆ ​ກ່ຽວ​ກັບ 3 ສ້າງ​ ເປັນຕົ້ນ​ແມ່ນ ​ໄດ້​ຈັດຕັ້ງ​ເຜີຍ​ແຜ່​ແນະ​ນຳ​ໃຫ້​ພະນັກ​ງານ-​ລັດ ຖະກອນ​ຢູ່​ຂະ​ແໜງ​ການ​ຂອງ​ຕົນ ​ແລະ ​ໄດ້​ສ້າງ​ແຜນ​ຈັດຕັ້ງ​ເຮັດ​ທົດ​ລອງ ​ໃນ​ຂະ​ແໜງ​ການ​ຂອງ​ຕົນ;  ພ​້ອມດຽວກັນນັ້ນ ກໍ​ໄດ້​ສ້າງ​ນິຕິ​ກຳ ເຊັ່ນ: ບົດ​ແນະ​ນຳ, ຂໍ້​ຕົກລົງ, ຄຳ​ສັ່ງ ​ແລະ ຄຳ​ແນະ​ນຳ ອື່ນໆ ​ກ່ຽວ​ກັບ​ການ​ແບ່ງ​ຄວາມ​ຮັບຜິດ ຊອບ ​ແລະ ​ແບ່ງ​ຂັ້ນຄຸ້ມ​ຄອງ​ໃຫ້​ແຂວງ, ​ເມືອງ, ບ້ານ​ຕາມຄວາມ​ເໝາະ​ສົມ.
       ພາຍຫລັງ​ຄະນະ​ຊີ້ນຳ​ຂັ້ນສູນ​ ກາງ​ ໄດ້​ອອກ​ແຈ້ງ​ການ​ ກຳນົດ​ເອົາ​ນະຄອນຫລວງ​ວຽງ​ຈັນ ​ເປັນ​ຈຸດ​ສຸມ​ຕົວ​ແບບ​ເຮັດທົດລອງ ​ກໍ​ໄດ້​ຈັດປະຊຸມ​ຮ່ວມ​ກັບບັນດາ​ກະ ຊວງ, ພະ​ແນ​ກການ, ​ເມືອງ ​ແລະ ບ້ານ​ເປົ້າ​ໝາຍ ​ເພື່ອ​ເປັນ​ເອກະ​ພາບ​ທາງ​ດ້ານ​ທັດສະນະ​ໃນ​ການ​ລົງ​ທົດ​ລອງ 3 ສ້າງ,ມາ​ເຖິງ​ປັດຈຸ​ບັນ,ບັນດາ​ກະຊວງ​ເປົ້າ​ໝາຍ​ສ່ວນ​ໃຫຍ່​ກໍ​ໄດ້​ປຶກສາ​ຫາລື​ເປັນ​ເອກະ​ພາບ​ກັນ​ກັບ​ນະ​ຄອນ​ຫລວງ​ວຽງ​ຈັນ​ແລ້ວ ​ກ່ຽວ​ກັບ​ການ​ແບ່ງ​ຂັ້ນຄຸ້ມ​ຄອງ.ຈາກ​ນັ້ນກໍ​ໄດ້​ນຳພາ​ພະ​ແນ​ກການ​ຂອງ​ນະຄອນ ຫລວງວຽງ​ຈັນ ​ລົງ​ສົມທົບ​ກັບ​ເມືອງ ​ແລະ ບ້ານ​ເປົ້າ​ໝາຍ​ ​ເພື່ອ​ປຶກສາ​ຫາລືເປັນ​ເອກະ​ພາບກ່ຽວ ​ກັບການ​ແບ່ງ​ຂັ້ນຄຸ້ມ​ຄອງ​ໃຫ້​ລະອຽດ​ຂຶ້ນຕື່ມ​ອີກ. ຜ່ານການຕີ​ລາຄາ​ແລ້ວ​ເຫັນ​ວ່າການ​ຄົ້ນ​ຄວ້າ ​ເຊື່ອມ​ຊຶມ ​ແລະ ຜັນ​ຂະຫຍາຍ​ເປັນອັນ​ລະອຽດກ່ຽວກັບ​ມະຕິ 03 ຂອງ​ກົມ​ການ​ເມືອງ​ໂດຍ​ລວມ​ແມ່ນ​ມີ​ເນື້ອ​ໃນ​ຖືກຕ້ອງ,ສອດ​ຄ່ອງ ​ແລະ ​ເປັນ​ໄປ​ໄດ້​ໃນ​ການ​ປະຕິບັດ, ຄະນະ​ພັກ​ກະຊວງ, ອົງ ການ​ອ້ອມ​ຂ້າງ​ສູນ​ກາງ ​ແລະ ທ້ອງ​ຖິ່ນ​ລ້ວນ​ແຕ່ ​ໃຫ້ການ​ສະໜັບ ສະໜູນ​ຕອບ​ຢ່າງຕັ້ງໜ້າ ​ແລະ ມີ​ຄວາມ​ເປັນ​ເອກະ​ພາບ​ສູງ, ມະຕິ 03 ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ເຂົ້າ​ສູ່​ຕົວ​ຈິງ​ດ້ວຍ​ທິດ​ທາງ ​ແລະ ວິທີ​ການ​ປະຕິບັດ​ອັນ​ລະອຽດ​ຈະ​ແຈ້ງ, ທັງ​ມີ​ການຈັດຕັ້ງຮັບຜິດ ຊອບ ​ແລະ ມີ​ການ​ຊີ້ນຳ​ເປັນ​ລະ ບົບ-​ແທດ​ເຖິງ​ແຕ່​ສູນ​ກາງ​ຮອດ​ຮາກ​ຖານ; ການຈັດຕັ້ງ​ເຮັດ​ທົດ​ລອງ​ບາດກ້າວ​ເລີ່​ມຕົ້ນ​ເຫັນ​ວ່າ​ເປັນ​ຂະ​ບວນທີ່​ມີ​ບັນ ຍາກາດ​ດີ, ​ເຖິງ​ວ່າ​ຍັງ​ຈະ​ມີ​ອັນ​ຫຍຸ້ງຍາກ ​ແລະ  ມີ​ອັນ​ເຮັດ​ທີ່​ບໍ່​ຖືກ​ໃນ​ບາງ​ດ້ານ​ກໍ​ຕາມ.
         ​ຫົວໜ້າ​ຜູ້​ຊີ້ນຳ​ເຮັດ​ທົດ​ ລອງ​ຂັ້ນສູນ​ກາງ ຍັງ​ກ່າວ​ຕື່ມ​ອີກ​ວ່າ: ​ຄຽງຄູ່​ກັບ​ດ້ານ​ຕັ້ງໜ້າ​,ພວກ ເຮົາ​ຍັງ​ມີ​ດ້ານ​ຄົງ​ຄ້າງ​ທີ່​ຈະ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ປັບປຸງ ​ແລະ ​ແກ້​ໄຂ​ບັນຫາ​ຕ່າງ​ເຊັ່ນ: ການ​ຄົ້ນ​ຄວ້າ​ເນື້ອ​ໃນ​​ມະຕິ ​ແລະ ຄຳ​ສັ່ງ​ແນະ​ນຳ​ບໍ່​ເລິກ​ເຊິ່ງ, ການ​ປຶກສາ​ຫາລື​ພາຍ​ໃນ​ພັກ​ບໍ່​ທັນ​ລະອຽດ​, ​ບັນດາ​ກະຊວງ​ຍັງ​ບໍ່​ທັນ​ໄປ​ຕາມ​ທິດ​ທີ່​ກຳນົດ​ໄວ້, ມີ​ບາງ​ກະຊວງ​ລົງ​ໄປ​ທ້ອງ​ຖິ່ນ​ມີ​ແຕ່​ເຜີຍ​ແຜ່​ມະຕິ​ແບບ​ລວມໆ​ແຕ່​ບໍ່​ທັນ​ໄດ້​ສຸມ​ໃສ່​ຄົ້ນ​ຄວ້າກ່ຽວ​ກັບການ​ແບ່ງ​ຂັ້ນຄຸ້ມ​ຄອງ​ເພື່ອ​ໃຫ້​ທ້ອງ​ຖິ່ນ​ເສີມ​ຂະ ຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ຕົນ​ເອງ ໄດ້​ນັບ​ມື້ນັບ​ຫລາຍ​ຂຶ້ນ,ການ​ມອບ​ ສິດ ​ແລະ ການ​ແບ່ງ​ຜົນ​ປະ​ໂຫຍ​ດ​ໃຫ້​ທ້ອງ​ຖິ່ນ​ຍັງ​ມີ​ລັກ​ສະນະ​ຢຸດໆ​ຢ່ອນໆ, ການ​ແບ່ງ​ຂັ້ນຄຸ້ມ​ຄອງ ​ແລະ ມອບ​ຄວາມ​ຮັບຜິດຊອບ​ຍັງ​ບໍ່​ທັນ​ໄດ້​ສົມທົບ​ແໜ້ນ​ກັບ​ທ້ອງ​ຖິ່ນ, ບາງ​ທ້ອງ​ຖິ່ນ​ຍັງ​ເຂົ້າ​ໃຈ​ບໍ່​ ທັນ​ຖືກ​ກ່ຽວ​ກັບ 3 ສ້າງ​ ຍັງ​ສັບ ສົນ​ລະຫວ່າງ​ວຽກ 3 ສ້າງ​ກັບ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການ​ເມືອງ-ພັດທະນາ​ຊົນນະບົດ​ຮອບ ດ້ານ ​ແລະ ຍັງ​ຫັນ​ພະນັກງານ​ລົງ​ຮາກ​ຖານ​ຕາມ​ແບບ​ເກົ່າ ເຊິ່ງ ສ່ວນໃຫຍ່​ແມ່ນ​ລົງ​ໄປ​ເຜີຍ​ແຜ່ ອະ ທິບາຍ​ເອກະສານ​ໃຫ້​ຊາວບ້ານ, ​ເກັບ​ກຳ​ສະຖິຕິ, ​ເອົາ​ຂໍ້​ມູນ ​ເຮັດ​ອັນ​ນັ້ນ​ແລ້ວ​ກໍ​ຖື​ສຳ​ເລັດ; ບໍ່​ທັນ​ເຂົ້າ​ໃຈ​ວ່າ 3 ສ້າງ​ແມ່ນ​ວຽກ​ພື້ນ ຖານ​ຍາວ​ນານ​ທີ່​ຕ້ອງ​ໄດ້​ເຮັດ​ຕໍ່​ເນື່ອງ​ໄປ​ແຕ່ລະ​ປີໆ​ຈົນ​ບັນລຸ​ເປົ້າ​ໝາຍ​ທີ່​ວ່າ​ບ້ານ​ຕ້ອງ​ເປັນ​ບ້ານ​ພັດທະນາ ​ແລະ ​ເມືອງ​ຕ້ອງ​ມີ​ຄວາມ​ເຂັ້ມ​ແຂງ​ຮອບດ້ານ.ພ້ອມ​ດຽວ​ກັນ​ນີ້,ການ​ເລືອກ​ບ້ານ​ເປົ້າ​ໝາຍ​ຍັງ​ບໍ່​ທັນ​ຖືກ​ເງື່ອນ​ໄຂ​ທີ່​ວ່າ ຕ້ອງ​ແມ່ນ​ບ້ານ​ທີ່​ມີ​ຮາກ​ຖານ​ການ​ເມືອງ​ໜັກ​ແໜ້ນ ​ແລະ ​ເປັນ​ຈຸດ​ສຸມ​ທີ່​ຕ້ອງ​ສ້າງ​ເປັນ​ຕົວ​ເມືອງ​ນ້ອຍ​ໃນ​ຊົນນະບົດ, ການ​ຄົ້ນ​ຄວ້າ​ສ້າງ​ແຜນ​ໃນປີ 2012-2013 ຍັງ​ບໍ່​ທັນ​ເຂົ້າ​ຕາມ​ທິດ​ຈຸດ​ສຸມ​ຂອງ 3 ສ້າງ​ແທ້ ​ແລະ ມູນ​ຄ່າ​ບໍ່​ຫລາຍ​ຄື: ທັງ​ໝົດ​ມີ​ແຕ່ 381 ​ໂຄງການ, ມູນ​ຄ່າ​ລວມ 85 ຕື້ 300 ລ້ານ​ກີບ, ໝາຍ​ຄວາມ​ວ່າການ​ສ້າງ​ແຜນ​ໃນ​ສົກ​ປີ 2012-2013 ບໍ່​ທັນ​ໄດ້​ລົງ​ເລິກ​ຄົ້ນ​ຄວ້າ​ກ່ຽວ​ກັບ​ວ່າ​ຈະ​ຄວນ​ລົງທຶນ​ຄື​ແນວ​ໃດ​ ເພື່ອ​ສຸມ​ໃສ່​ເສີມ​ຂະຫຍາຍ ທ່າ​ແຮງ​ຂອງ​ບ້ານ ແລະ ​ເມືອງ​ໃຫ້​ເກີດ​ການ​ພັດທະ ນາ​ຍືນ​ຍົງຕິດ​ພັນ​ກັບ​ການ​ຫັນ​ເອົາ​ພະນັກງານ​ໄປ​ນຳພາ​ເຮັດ​ຕົວ​ຈິງ; ບຳລຸງ​ສ້າງ​ຄົນ​ກັບ​ທີ່ ​ເພື່ອ​ພັດທະ ນາ,ຫລາຍ​ບ່ອນ​ຍັງ​​ເຮັດ​ແຜນ​ລວມ ​ແລະ ສະ​ເໜີ​ຄວາມ​ຕ້ອງ ການ​ຫລາຍ​ເກີນ​ຄວາມ​ສາມາດ​ຕອບ​ສະໜອງ​ຕົວ​ຈິງ.

No comments:

Post a Comment