ຄຽງຄູ່ກັບການເຮັດໜ້າທີ່ປະຕິ ບັດແຜນພັດທະນາເສດຖະກິດ-
ສັງຄົມ ກໍຄືການຄຸ້ມຄອງວຽກ ງານໃນ ຂົງເຂດ ຂະແໜງການໂທ ລະຄົມມະນາຄົມນັ້ນ, ພະແນກໄປ ສະນີ,
ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງ ຍັງໄດ້ເຮັດ ໜ້າທີ່ຜັນຂະຫຍາຍມະຕິຄຳສັ່ງ ເລກທີ
03/ກມສພ ວ່າດ້ວຍການ ສ້າງແຂວງໃຫ້ເປັນຫົວ ໜ່ວຍຍຸດ ທະສາດ, ສ້າງເມືອງໃຫ້ເປັນຫົວ ໜ່ວຍເຂັ້ມແຂງຮອບດ້ານ
ແລະ ສ້າງບ້ານໃຫ້ເປັນຫົວໜ່ວຍພັດ ທະນາ.
ສະນັ້ນ, ເພື່ອເປັນການສະຫລຸບ ການຈັດຕັ້ງປະຕິບັດວຽກງານ 3 ສ້າງ ຂອງພະແນກໄປສະນີ,
ໂທ ລະຄົມມະ ນາຄົມ ແລະ ການສື່ ສານຂອງແຂວງສະຫວັນນະ ເຂດ, ພະແນກດັ່ງກ່າວຈຶ່ງໄດ້ຈັດກອງປະຊຸມເພື່ອສະຫລຸບ
ການຈັດ ຕັ້ງປະຕິບັດວຽກງານດັ່ງກ່າວໃນ ໄລຍະ 3 ເດືອນຜ່ານມາ. ກອງປະ ຊຸມເທື່ອນີ້ແມ່ນກອງປະຊຸມທາງ
ໄກ (Video Conference) ທີ່ເຊື່ອມ ໂຍງກອງປະຊຸມລະຫວ່າງແຂວງ ສະຫວັນນະເຂດ ແລະ ກອງປະ ຊຸມຢູ່ນະ
ຄອນຫລວງວຽງຈັນ. ເຂົ້າຮ່ວມເປັນປະທານໃນກອງປະ ຊຸມເທື່ອນີ້ມີທ່ານ ຫຽມ ພົມມະຈັນ ລັດຖະມົນຕີກະຊວງ
ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ ສານ, ທ່ານ ດຣ. ສຸພັນ ແກ້ວມີໄຊ ເລຂາພັກແຂວງ, ເຈົ້າແຂວງສະ
ຫວັນນະເຂດ.
ກອງປະຊຸມໃຫ້ຮູ້ວ່າ: ການຈັດ ຕັ້ງປະຕິບັດວຽກງານ 3 ສ້າງ ຂອງພະແນກໄປສະນີ, ໂທລະຄົມ
ມະນາຄົມ ແລະ ການສື່ສານ ໄດ້ ຈັດຕັ້ງປະຕິບັດມາໃນໄລຍະ 3 ເດືອນ ໂດຍພື້ນຖານແມ່ນອີງໃສ່ ທິດຊີ້ນຳຂອງຄະນະ
ຮັບຜິດຊອບ 3 ສ້າງ ຂອງກະຊວງ ປທສ ແລະ ແຜນເຄື່ອນໄຫວຂອງຄະນະຮັບ ຜິດຊອບ 3 ສ້າງ ຂອງແຂວງ.
ເປົ້າໝາຍແມ່ນເລັ່ງໃສ່ກໍ່ສ້າງ ແລະ ປັບປຸງພື້ນຖານໂຄງລ່າງ ວຽກງານໄປສະນີ, ໂທລະຄົມມະ ນາຄົມ
ແລະ ການສື່ສານຢູ່ບັນດາ ເມືອງ ແລະ ບ້ານເປົ້າໝາຍເຮັດ ທົດລອງໃຫ້ຢູ່ໃນທ່າກຽມພ້ອມ ເພື່ອສະໜອງການ
ບໍລິ ການໃຫ້ແກ່ 14 ກະຊວງ ກໍຄືພະແນກການ ຕ່າງໆທີ່ເຮັດໜ້າທີ່ວຽກງານ 3 ສ້າງ ຄືໂຄງຮ່າງການຈັດຕັ້ງ
ແລະ ການເຄື່ອນໄຫວຂອງຄະນະ ຮັບຜິດຊອບ 3 ສ້າງຂອງພະແນກ. ນອກນັ້ນຍັງໄດ້ແບ່ງຄວາມຮັບຜິດຊອບໃຫ້ບັນ
ດາບໍລິສັດຕ່າງໆ ຄືບໍລິສັດ ETL ມະຫາຊົນ ຮັບຜິດ ຊອບດຶງສາຍ OPTIC ແລະ ອື່ນໆ ໃນເຂດບ້ານຊອກ
(ເມືອງ ໄກສອນ ພົມວິຫານ), ບ້ານດົງສະຫວັນ (ເມືອງເຊໂປນ) ແລະ ບ້ານຫ້ວຍ ຊາຍ (ເມືອງຈຳພອນ);
ບໍລິສັດ LTC ຮັບຜິດຊອບດຶງສາຍ OPTIC ແລະ ອື່ນໆ ໃນເຂດບ້ານ ໂພນສິມ (ເມືອງໄກສອນ ພົມວິ ຫານ),
ບ້ານລາດຫໍ້ (ເມືອງເຊ ໂປນ) ແລະ ບ້ານທວດ (ເມືອງຈຳ ພອນ); ບໍລິສັດສະຕາໂທລະຄົມ (Unitel)
ຮັບຜິດຊອບດຶງສາຍ OPTIC ແລະ ອື່ນໆ ໃນເຂດບ້ານ ຜັກຂະ (ເມືອງໄກສອນ ພົມວິ ຫານ), ບ້ານໂພໄຊ
(ເມືອງເຊ ໂປນ) ແລະ ບ້ານວັດຕະນາ (ເມືອງຈຳພອນ), ສ່ວນລັດວິສາ ຫະກິດໄປສະນີລາວແມ່ນຮັບຜິດ
ຊອບສ້າງຕັ້ງໜ່ວຍບໍລິການໄປ ສະນີ 9 ບ້ານເປົ້າໝາຍທີ່ເຫັນວ່າເງື່ອນໄຂເໝາະສົມ.
No comments:
Post a Comment