Ad

Ad

6 February 2013

ແຜນພັດທະນາລົດໄຟໃນລາວ



     ເມື່ອບໍ່ດົນມານີ້, ອົງການທາງ ລົດໄຟລາວ ໄດ້ມີກອງປະຊຸມຫາ ລືກັບອົງການເສັ້ນທາງແຫ່ງຣາ ຊະອານາ ຈັກໄທ ເພື່ອຫາແນວ ທາງຮ່ວມມືພັດທະນາເສັ້ນທາງ ລົດໄຟໃຫ້ເຊື່ອມຕໍ່ພາກພື້ນໃນອະນາຄົດ.
    ອົງການລົດໄຟລາວ ລາຍງານ ວ່າ: ສຳລັບຢູ່ ສປປ ລາວ, ການ ພັດທະນາເສັ້ນທາງລົດໄຟ ເພື່ອ ເຊື່ອມຕໍ່ກັບ ພາກພື້ນມີ 3 ໂຄງ ການໃຫຍ່ ຄືໂຄງການກໍ່ສ້າງເສັ້ນ ທາງລົດໄຟເຊື່ອມຕໍ່ລະຫວ່າງ ລາວ-ໄທ ໄລຍະ II ເຊິ່ງໂຄງ ການ ນີ້ລັດຖະບານລາວໄດ້ເຊັນສັນຍາ ເງິນຊ່ວຍເຫລືອລ້າ ແລະ ກູ້ຢືມ ນຳລັດຖະບານໄທ (ອົງການ NEDA) ເມື່ອວັນທີ 14 ມິຖຸນາ 2012 ໃນວົງເງິນ 1.600 ລ້ານ ບາດ ແລະ ມາຮອດປັດຈຸບັນ, ພວມກະກຽມປະມູນການ ຈັດຊື້- ຈັດຈ້າງບໍລິສັດທີ່ປຶກສາ ແລະ ບໍລິ ສັດຮັບເໝົາກໍ່ສ້າງຕາມລະບຽບ ການຂອງກະຊວງການເງິນລາວ ແລະ ອົງການ NEDA ໄທ ໃນນີ້ ຂັ້ນຕອນທີ 1 ກະຊວງໂຍທາທິ ການ ແລະ ຂົນສົ່ງ ໄດ້ຕົກລົງໃຫ້ສ້າງສາງລານເກັບ ມ້ຽນຕູ້ສິນຄ້າ ຢູ່ເຂດ (C.Y), ກໍ່ສ້າງທາງລົດໄຟ ເຂົ້າເຂດ (C.Y), ກໍ່ສ້າງເສັ້ນທາງ ເວັ້ນປະມານ 5 ກິໂລແມັດ, ກໍ່ສ້າງ ເສັ້ນທາງເຂົ້າເຂດ (C.Y) 2 ກິໂລ ແມັດ, ຍົກລະດັບລະບົບສັນຍານ ໂທລະຄົມມະນາຄົມຈາກມືມາ ເປັນ ເຄິ່ງອັດຕະໂນມັດຢູ່ສະຖານີ ທ່ານາແລ້ງ,
ໂຄງການກໍ່ສ້າງເສັ້ນ ທາງລົດໄຟເຊື່ອມຕໍ່ ລາວ-ໄທ ໄລ ຍະ II ນີ້ ຈະໃຊ້ ງົບປະມານ 600 ກວ່າລ້ານບາດ ແລະ ຂັ້ນຕອນທີ 2 ແມ່ນການວາງແຜນສືບຕໍ່ກໍ່ສ້າງ ທາງລົດໄຟ ແຕ່ສະຖານີ ທ່ານາ ແລ້ງມາເຖິງສະຖານີວຽງຈັນ (ບ້ານຄຳສະຫວາດ) ຍາວ 9 ກິໂລ ແມັດ ເຊິ່ງສອງຝ່າຍຍັງຈະຄົ້ນຄວ້າວາງ ແຜນໃຫ້ເຊື່ອມຕໍ່ກັບ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ແຕ່ບໍ່ເຕັນ-ນະຄອນ ຫລວງວຽງຈັນໃນຕໍ່ໜ້ານີ້. ນອກ ຈາກນີ້ ໂຄງການກໍ່ສ້າງເສັ້ນທາງ ເຊື່ອມຕໍ່ລະຫວ່າງພາກເໜືອ, ພາກກາງ ແລະ ພາກໃຕ້ຂອງ ລາວຄື 1. ໂຄງການ ກໍ່ສ້າງເສັ້ນ ທາງລົດໄຟຄວາມໄວສູງຈາກບໍ່ ເຕັນລະຫວ່າງປະເທດຈີນຕອນ ໃຕ້-ຫລວງພະບາງ-ນະຄອນຫລວງ ວຽງຈັນ ມີຄວາມຍາວ 417 ກິໂລແມັດ ເຊິ່ງໄດ້ສຳເລັດ ການສຳຫລວດຄວາມເປັນໄປໄດ້ ແລ້ວ ໃນປີ 2012 ຜ່ານມາຍັງເຫລືອພຽງແຕ່ຂັ້ນຕອນ ການລົງທຶນ ເພື່ອຈັດຕັ້ງປະຕິບັດໂຄງ ການ. 2. ໂຄງການກໍ່ສ້າງເສັ້ນທາງລົດໄຟ ຄວາມໄວສູງສາຍຕາ ເວັນອອກຈາກສະຫວັນນະເຂດ-ລາວບາວ ຍາວ 220 ກິໂລແມັດ ໄດ້ສຳເລັດການ ສຳຫລວດຄວາມ ເປັນໄປໄດ້ແລ້ວ ຍັງຈະສືບຕໍ່ສຳ ຫລວດພາກສະໜາມ ເພື່ອກ້າວ ໄປສູ່ການອອກແບບລະອຽດ ແລະ ຈັດຕັ້ງປະຕິບັດຕາມຂັ້ນ ຕອນ; ໂຄງການສຳຫລວດເບື້ອງ ຕົ້ນເສັ້ນທາງລົດໄຟແຕ່ທ່າແຂກ (ຄຳມ່ວນ)- ສະຫວັນນະເຂດ-ປາກ ເຊ-ວັງເຕົ່າ (ຈຳປາສັກ) ຍາວ 364 ກິໂລແມັດ ແລະ ສືບຕໍ່ຄົ້ນຄວ້າວາງແຜນກໍ່ສ້າງ ຂົວນ້ຳຂອງສະ ເພາະທາງລົດໄຟເຊື່ອມຕໍ່ ລາວ-ໄທ ລະຫວ່າງທ່ານາແລ້ງ-ໜອງຄາຍແຫ່ງໃໝ່.

No comments:

Post a Comment