ໃນວັນທີ 4 ກຸມພານີ້ ຢູ່ກະຊວງ ການຕ່າງປະເທດ ຣາຊະອານາ ຈັກໄທ, ທ່ານ ຫລີ ບຸນຄ້ຳ
ເອກອັກ ລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະ ຈຳຣາຊະອານາຈັກໄທ ໄດ້ຮັບ
ກຽດເຂົ້າຮ່ວມພິທີ ເປີດຊຸດເຝິກ ອົບຮົມເຕັກໂນໂລຊີທາງການ ແພດ ແລະ ສາທາລະນະສຸກສຳ ລັບບຸກຄະລາກອນການແພດ
ຈາກ ສປປ ລາວ ຕາມໂຄງການ ພະຣາຊະດຳຣິຂອງສົມເດັດ ພະ ເທບຣັດ ຣາຊະສຸດາ ສະຫຍາມບໍຣົມ ມະຣາຊະກຸມາ
ຣີ, ມີທ່ານ ກິດ ຕິ ຂັນທະມິດ ກົມມະວັງຜູ້ໃຫຍ່, ທ່ານ ພິຣຸນ ລາຍສະມິດ ຜູ້ອຳນວຍການສຳນັກງານ ການຮ່ວມ
ມືເພື່ອການພັດທະນາລະຫວ່າງ ປະເທດ ກະຊວງການຕ່າງປະ ເທດໄທ, ທ່ານ ສຈ. ພິຣະ ສິດທິ ອຳນວຍ ຮອງອະ
ທິການບໍດີຝ່າຍ ບໍລິຫານ ແລະ ສະພາ ມະຫາວິທະ ຍາໄລມະຫິດົນ ພ້ອມດ້ວຍຄະນະ ອາຈານ ແລະ ນັກອົບຮົມ
ເຂົ້າຮ່ວມໂດຍພ້ອມພຽງ.
ພິທີດັ່ງກ່າວ, ເອກອັກຄະລັດຖະ ທູດລາວ ຕີລາຄາສູງຕໍ່ຊຸດອົບຮົມ ດັ່ງກ່າວທີ່ແນໃສ່ຍົກລະດັບຄວາມຮູ້
ຄວາມສາມາດດ້ານການແພດ, ເປັນການແລກປ່ຽນບົດຮຽນ, ປະ ສົບການ ແລະ ການຮ່ວມມືລະຫວ່າງບຸກ ຄະລາ
ກອນ ສາທາລະ ນະສຸກ ລາວ-ໄທ. ສະແດງຄວາມເຊື່ອໝັ້ນວ່າ: ການອົບຮົມດັ່ງກ່າວຈະເປັນໂອ
ກາດອັນດີໃຫ້ແກ່ຜູ້ເຂົ້າ
ຮ່ວມຂອງລາວໄດ້ແລກປ່ຽນ- ຖອດຖອນບົດຮຽນ-ປະສົບການ ແລະ ເຕັກໂນໂລຊີອັນ ໃໝ່ ເພື່ອນຳໄປໝູນໃຊ້ເຂົ້າໃນວຽກງານວິຊາສະເພາະຕາມເງື່ອນໄຂສະພາບ
ຕົວຈິງ, ຍົກສູງຄຸນນະພາບການບໍ ລິການສາທາລະນະສຸກໃຫ້ ແກ່ປະ ຊາຊົນນັບມື້ດີຂຶ້ນໄປເລື້ອຍໆ
ເພື່ອ ປະກອບສ່ວນຈັດຕັ້ງປະຕິບັດນະ ໂຍບາຍຂອງລັດຖະບານຕໍ່ວຽກງານ ສາທາລະນະສຸກທີ່ເອົາໃຈໃສ່
ຂະຫຍາຍຕາໜ່າງສາທາລະນະສຸກ ໄປທົ່ວປະເທດປະກອບສ່ວນ ເຂົ້າໃນການ ພັດທະນາເສດຖະ ກິດ-ສັງຄົມຂອງປະເທດໄດ້ຮັບຜົນສຳ ເລັດເປັນກ້າວໆ.
ໂອກາດດັ່ງກ່າວ, ເອກອັກຄະ ລັດຖະທູດລາວ ໄດ້ສະແດງຄວາມຮູ້ບຸນຄຸນເປັນຢ່າງສູງຕໍ່ສົມ
ເດັດພະເທບ ຣັດ ຣາຊະສຸດາ ສະ ຫຍາມບໍຣົມ ມະຣາຊະກຸມາຣີ ທີ່ ໄດ້ໂປດສ້າງໂຄງການນີ້ຂຶ້ນ ເຊິ່ງເປັນໂຄງການທີ່ມີ
ຄວາມສຳຄັນ ແລະ ເປັນຜົນປະໂຫຍດຢ່າງຍິ່ງຕໍ່ ສປປ ລາວ, ຂອບໃຈສຳນັກພະຣາຊະວັງ, ສຳນັກງານ ການຮ່ວມ
ມືເພື່ອ ການພັດທະນາລະຫວ່າງ ປະເທດ, ກະຊວງການຕ່າງປະເທດ ແລະ ມະຫາວິທະຍາໄລ ມະຫິດົນ ທີ່ໄດ້ຈັດຊຸດອົບຮົມທີ່ເປັນຜົນປະໂຫຍດສູງສຸດອີກເທື່ອໜຶ່ງໃຫ້ແກ່ບຸກຄະລາກອນການແພດຂອງລາວ.
ຊຸດອົບຮົມເທື່ອນີ້ເປັນຊຸດທີ 15, ມີພະນັກງານຂະແໜງສາທາລະ ນະສຸກຈາກແຂວງຕ່າງໆຂອງ
ລາວເຂົ້າຮ່ວມ 60 ຄົນ, ອົບຮົມ 9 ຫລັກສູດ, ດຳເນີນໄປຈົນເຖິງວັນ ທີ 14 ມີນາ 2013. ໂຄງການ
ຕາມພະຣາຊະດຳຣິຂອງສົມ ເດັດພ ເທບຣັດ ຣາຊະສຸດາ ສະຫຍາມບໍ ຣົມ ມະຣາຊະກຸມາຣີ ເລີ່ມມາແຕ່ ປີ
2000.

No comments:
Post a Comment