Ad

Ad

6 February 2013

ສາລະວັນພ້ອມຕິດຕັ້ງຮູບຫລໍ່ອົງແກ້ວທ້າຍເດືອນນີ້



           ແຫລ່ງຂ່າວຈາກແຂວງ ສາລະວັນ ລາຍງານໂດຍອ້າງ ຕາມການເປີດເຜີຍຂອງຫົວໜ້າ ພະແນກການຕົນ ຄະນະອະນຸກຳ ມະການເນື້ອໃນ,ເລຂານຸການ ແລະ ປະສານງານສົມໂພດຮູບ ຫລໍ່ເໝືອນອົງແກ້ວ ໃນຕົ້ນເດືອນ ນີ້ເພື່ອກຽມພິທີສົມໂພດ ແລະ ປະ ດິດຮູບຫລໍ່ເໝືອນອົງແກ້ວຂຶ້ນສູ່ ແທ່ນປະດິດສະຖານ ວ່າ: ພາບ ຫລັງ,ພັກ-ລັດ ຖະບານ ໄດ້ມອບ ໃຫ້ແຂວງເລືອກເອົາ 1 ໃນ 4 ມື້ ເລີກງາມຍາມດີເຄື່ອນຍ້າຍຮູບ ຫລໍ່ເໝືອນ ອົງແກ້ວຈາກນະ ຄອນຫລວງວຽງຈັນລົງມາແຂວງຕົນນັ້ນ, ກອງປະຊຸມກໍໄດ້ເປັນເອກະ ພາບກັນກຳນົດ ເອົາມື້ຂຶ້ນ 13 ຄໍ່າເດືອນ 3 ກົງກັບວັນເສົາວັນທີ 23 ກຸມພາ 2013 ເປັນມື້ເຄື່ອນ ຍ້າຍ ເພື່ອນຳມາ ຕິດຕັ້ງໄວ້ເປັນ ການຊົ່ວຄາວ ແລະ ຄາດວ່າ ຈະ ອັງ ເຊີນຮູບຫລໍ່ເໝືອນອົງແກ້ວ ຂຶ້ນສູ່ແທ່ນ ປະດິດສະຖານ ແລະ ຈັດພິທີສົມ ໂພດກ່ອນບຸນປີໃໝ່ ລາວ ພສ 2556 ທີ່ຈະເຖິງນີ້.      
          ທ່ານ ວັນນະສຸກ ຈຳປາຄຳ ຫົວນ້າພະແນກ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງສາລະ ວັນ ໄດ້ກ່າວຕື່ມ ວ່າ:ແນວໃດກໍດີກ່ອນຈະເຖິງມື້ ດັ່ງກ່າວຕ້ອງເລັ່ງກະກຽມ ແລະ ຂຶ້ນແຜນຕ່າງໆໃຫ້ ສຳເລັດຕາມ  ຄາດໝາຍ ບໍ່ວ່າຈະເປັນເນື້ອໃນພິ ທີການ, ວັນເວລາການປະດິດສະຖານ ແລະສົມໂພດ,ການ ປະຊາ ສຳພັນ ແລະ ການເຄື່ອນໄຫວ ຂອງສື່ມວນຊົນ, ການຜະລິດ CD ເພື່ອສ່ອງແສງໃຫ້ເຫັນປະຫວັດ ແລະມູນເຊື້ອອົງແກ້ວ, ການຜະ ລິດເພງຊຸດເຊີນທ່ຽວສາລະວັນເອງ, ເນື້ອໃນ ແລະ ຂໍ້ມູນຕົວເລກຈາລຶກໄວ້ຢູ່ອະນຸສາວະລີ ອົງແກ້ວ, ພິທີ ອັງເຊີນຮູບຫລໍ່ເໝືອນຂຶ້ນ ແທ່ນ ສະຖິດ,ແຈ້ງຂ່າວບຸນສົມ ໂພດ ເຊ່ິງທັງໝົດນີ້ ຕ້ອງສຳເລັດ ໃນກາງເດືອນນີ້.

No comments:

Post a Comment