ແຫລ່ງຂ່າວຈາກແຂວງ ຈຳ ປາສັກ ລາຍງານວ່າ:ທ້າຍເດືອນ ຜ່ານມາ,ພະນັກງານລັດຖະກອນລັດວິສາ ຫະກິດໄຟ ຟ້າລາວສາ ຂາແຂວງຕົນໄດ້ສະໝັກໃຈບໍລິ ຈາກເລືອດເພື່ອຊ່ວຍເຫລືອສັງຄົມບົນພື້ນຖານ ປະຕິບັດ ຕາມທິດຊີ້ນຳ ຂອງຄະນະພັກ,ຄະນະສາຂາທີ່ເນັ້ນບໍລິຈາກເລືອດໃຫ້ແກ່ສູນ ບໍລິຈາກເລືອດເພື່ອນຳ
ໄປຊ່ວຍ ເຫລືອຜູ້ເຈັບເປັນຢູ່ໂຮງໝໍໂດຍປຸກລະ ດົມຊາວໜຸ່ມຕະລຸມບອນ ແລະ ມະຫາຊົນກ້າວໜ້າເປັນສຳຄັນ.
ທ່ານນາງ ວັນຄຳ ສີສຸລັດ ຫົວໜ້າບໍລິຫານ-ຈັດຕັ້ງສູນບໍລິ
ຈາກເລືອດອົງການກາແດງລາວ ສາຂາແຂວງ ຈຳປາສັກ, ຜູ້ຊີ້ນຳ ກການບໍລິຈາກເລືອດກ່າວວ່າ: ການຮັບບໍລິຈາກເລືອດ
ເທື່ອນີ້ມີ ຜູ້ສະໝັກ ບໍລິຈາກເລືອດ 15 ຄົນ, ໃນນີ້ໄດ້ເລືອດຕົວຈິງ 11 ຖົງ ຈາກຜູ້ບໍລິຈາກເລືອດ 11 ຄົນເຊິ່ງ ເລືອດດັ່ງກ່າວຈະ
ນຳໄປຊ່ວຍ ເຫລືອຜູ້ເຈັບ ເປັນຢູ່ໂຮງໝໍທີ່ຕ້ອງ ການເລືອດເພື່ອກອບກູ້ຊີວິດຂອງ ເຂົາເຈົ້າ.ແນວໃດກໍດີ,
ປັດຈຸບັນ ເຫັນວ່່າເລືອດທີ່ມີຢູ່ ສູນບໍ ລິຈາກບໍ່ ທັນພຽງພໍຕໍ່ຄວາມຕ້ອງການ ຂອງໂຮງໝໍກໍຄືສັງຄົມ,ເຖິງວ່າ
ຜ່ານມາໄດ້ພະຍາຍາມຫລາຍຮູບແບບເປັນ ຕົ້ນຂໍເລືອດຈາກສູນ ກາງ,ຕ່າງແຂວງທັງເຄື່ອນໄຫວ ໂຄສະນາ
ແລະຮັບບໍລິຈາກເລືອດ ຢູ່ພະແນກການ ກົມກອງ, ສະຖາ ບັນການ ສຶກສາທັງພາກລັດ,ເອ ກະຊົນ ແລະບ້ານ, ແຕ່ເຫັນວ່າຜູ້ບໍ
ລິຈາກ ເລືອດຍັງມີໜ້ອຍ ແລະ ບໍ່ສາ ມາດຕອບສະໜອງໄດ້ຕາມ ຄວາມຕ້ອງການຕົວ ຈິງເພາະຄົນ ເຈັບທີ່ຕ້ອງການເລືອດມີຫລາຍ.
ສະນັ້ນຈຶ່ງຮຽກ ຮ້ອງທຸກພາກ ສ່ວນໃນສັງຄົມຈົ່ງໃຫ້ຄວາມສຳ ຄັນຕໍ່ການບໍ ລິຈາກເລື່ອເພາະວ່າ
ຍັງບໍ່ມີໂຮງງານທີ່ສາມາດ ຜະລິດເລືອດໄດ້ ແລະ ນີ້ຄືຄວາມຈຳເປັນ ເພື່ອຂໍແບ່ງປັນ ແລະ ການເສຍສະລະຂອງທ່ານໃນການບໍລິຈາກ ເລືອດເພື່ອປະກອບສ່ວນຊ່ວຍ ເຫລືອກອບກູ້ເອົາຊີວິດ ຂອງຄົນອື່ນ.
No comments:
Post a Comment