ນັບແຕ່ເດືອນທັນວາ ມາຮອດປັດ ຈຸບັນເປັນລະດູການເກັບກູ້ຜົນຜະລິດຂອງກະສິກອນໂດຍສະເພາະຊາວສວນຜູ້ປູກມັນຕົ້ນຕ່າງກໍຮີບຮ້ອນເກັບກູ້ຜົນລະປູກຂອງຕົນ
ເພື່ອນຳສະ ໜອງໃຫ້ແກ່ການຜະລິດແປ້ງມັນຕົ້ນຂອງໂຮງງານບໍລິສັດອິນໂດ ໄຊນາ ທີ່ຕັ້ງຢູ່ເມືອງໄຊທານີ
ນະຄອນ ຫຼວງວຽງຈັນ,ແຕ່ມາສັງເກດເຫັນວ່າ ຜົນຜະລິດມັນຕົ້ນຂອງກະສິກອນປີນີ້ມີປະລິມານເພີ່ມຂຶ້ນ
ແລະຊາວສວນຫລາຍຄົນມີຄວາມ ໜັກໃຈຕໍ່ສະພາບມັນຕົ້ນອັ່ງປາກສາງ.ແຕ່ລະມື້ມີລົດບັນທຸກມັນນັບຮ້ອຍຄັນລຽນຄິວກັນນຳເອົາມັນຕົ້ນຂອງຕົນເຂົ້າມາສ່ົງໃຫ້ໂຮງງານຕ້ອງໃຊ້ເວລາລໍຖ້າຖອກມັນເຂົ້າສາງນັບເປັນລາຍວັນ
ບາງເທື່ອແກ່ຍາວເປັນອາທິດຈຶ່ງຮອດຄິວຂອງຕົນ.
ຕໍ່ບັນຫາດັ່ງກ່າວ, ຜູ້ຮັບຜິດ ຊອບໂຮງງານຜະລິດແປ້ງອິນໂດຊາຍນາໄດ້ອອກມາຍອມຮັບຕໍ່ສະພາບການຮັບຊື້ມັນຈາກຊາວສ່ວນເກີດມີການຫຼ້າຊ້າແກ່ຍາວເວລາເນື່ອງຈາກໃນຂະນະນີ້ທາງໂຮງງານພວມເລັ່ງຕິດຕັ້ງເຄື່ອງຈັກໜ່ວຍໃໝ໋ເພື່ອຮອງຮັບການຜະລິດແປ້ງມັນຕົ້ນໃຫ້ພຽງພໍກັບຄວາມຕ້ອງການຂອງກະສິກອນ
ແລະ ພວມສຸມ ໃສ່ຂະຫຍາຍການຕະຫຼາດໃຫ້ກວ້າງຂວາງອອກ ກວ່າເກົ່າ ເຊິ່ງຜູ້ຮັບຜິດຊອບໂຮງ
ງານໄດ້ຢືນຢັນວ່າ:ໂຮງງານແຫ່ງທີສອງທີ່ພວມເລັ່ງຕິດຕັ້ງຄາດວ່າ ຈະໃຫ້ສຳເລັດໃນຕົ້ນເດືອນມັງ
ກອນຜ່ານມາ,ແຕ່ເນື່ອງຈາກມີຄວາມຫຍຸ້ງຍາກດ້ານເຕັກນິກ ຈຶ່ງໄດ້ເລື່ອນກຳນົດອອກໄປ
ໂດຍຄາດວ່າຈະໃຫ້ສຳເລັດໃນໄວໆນີ້.
ຂະນະດຽວກັນເບື້ອງຜູ້ປະກອບການທຸລະກິດຂົນສົ່ງມັນຕົ້ນກໍເຫັນເປັນສຽງດຽວກັນວ່າການຂົນສົ່ງມັນຕົ້ນມາຂາຍໃຫ້ໂຮງ
ງານແຫ່ງນີ້ສ່ວນໃຫຍ່ຈະມາຈາກ ເມືອງຫ່າງໄສສອກຫຼີກ ຄືເມືອງສັງທອງ ນະຄອນຫຼວງວຽງຈັນ,
ເມືອງໂພນໂຮງ, ເມືອງທຸລະຄົມ, ເມືອງແກ້ວອຸດົມ, ເມືອງຮົ່ມ ແຂວງວຽງຈັນ. ນອກຈາກນີ້
ຈະມາຈາກເມືອງທ່າພະບາດ, ເມືອງບໍລິຄັນ, ເມືອງປາກຊັນ ແລະ ເມືອງອື່ນໆຂອງແຂວງບໍລິຄຳໄຊ,
ການຂົນສົ່ງມັນອອກຈາກສວນປູກແຕ່ລະເມືອງມາຮອດໂຮງງານຕ້ອງໃຊ້ເວລາເປັນມື້ເມື່ອມາ
ຮອດປາກສາງຂອງໂຮງງານຍັງຕ້ອງໄດ້ລຽນຄິວກັນເຂົ້າຖອກມັນເປັນເວລາຫຼາຍມື້,ບາງເທື່ອແກ່
ຍາວຮອດອາທິດກວ່າຈຶ່ງສາມາດຖອກມັນໄດ້.ໃນລະຫວ່າງການລໍຖ້າຖອກມັນເຂົ້າສາງຜູ້ຮັບຊື້ຍັງຈະຕ້ອງໄດ້ຄັດເລືອກມັນ,
ຖ້າມັນເກີດມີສະພາບເນົ່າ ຫຼື ຫ່ຽວແຫ້ງ,ທາງໂຮງງານຈະຕ້ອງກົດລາຄາລົງອີກ
ເຮັໃຫ້ຊາວສວນ ແລະ ຜູ້ປະກອບການຂົນສົ່ງເສຍຜົນໄດ້ຮັບບໍ່ໜ້ອຍໄປຕາມໆກັນ.
ຍ້ອນເຫດຜົນທ່ີກ່າວມາຂ້າງເທິງນັ້ນ ທາງໂຮງງານຈຶ່ງເຫັນຄວາມຈຳເປັນຕ້ອງໄດ້ປັບປຸງລະບົບການຜະລິດຄືນໃໝ່
ໂດຍການຂະ ຫຍາຍເຄື່ອງຈັກຜະລິດອອກຕື່ມ ເພື່ອສາມາດຮອງຮັບຜົນຜະລິດມັນຕົ້ນຈາກຊາວສວນເຂົ້າສູ່ໂຮງງານໃຫ້ໄດ້ຫລາຍກວ່າເກົ່າ.
No comments:
Post a Comment