Ad

Ad

12 February 2013

ປະຊາຊົນ 17 ຄອບຄົວຢູ່ແຂວງເຊກອງທີ່ປະສົບອັກຄີໄພໄດ້ຮັບເຄື່ອງຊ່ວຍ​ເຫຼືອ



         ດ້ວຍ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍຂອງ​ພັກ-ລັດ​ ກໍ​ຄື​ຄະນະ​ພັກ- ອຳນາດ​ການ​ປົກຄອງ​ແຂວງ​ເຊ​ກອງ​ຕໍ່ຊີວິດ​ການ​ເປັນ​ຢູ່​ຂອງ​ປະ ຊາຊົນ​ບັນດາ​ເຜົ່າ​ເວົ້າ​ລວມ,​ ເວົ້າ​ສະ​ເພາະກໍ​ຄືປະຊາຊົນ 17 ຄອບ ຄົວ ​ບ້ານ​ຈະ​ຫຼາມ​ເກົ່າ ​ເມືອງ​ທ່າ​ແຕງ ແຂວງເຊກອງ ທີ່​ປະສົບ​ເຄາະ​ຮ້າຍ​ຈາກ​ອັກຄີ​ໄພ ​ເກີດຂຶ້ນ ເມື່ອ​ວັນ​ທີ 9 ກຸມພາ 2013  ເວລາ 12:30 ນາທີ ກາງ​ເວັນ.
      ໃນ​ວັນ​ທີ 10 ກຸມພາ 2013 ຜ່ານ​ມານີ້, ທ່ານ ຄຳ​ເຜີຍ ບຸດ​ດາ​ວຽງ ​ເຈົ້າ​ແຂວງ​ເຊ​ກອງ,ທ່ານ ພອນ​ເພັດ ຄິວ​ລະ​ວົງ ຮ​ອງ​ເຈົ້າ​ແຂວງເຊກອງ ແລະ ທ່ານ ຄຳ​ສອນ ກອນເຍີ ເຈົ້າ​ເມືອງ-​ເມືອງ​ທ່າ​ແຕງ  ຕາງໜ້າ​ໃຫ້​ຄະນະ​ພັກ, ອຳນາດ​ການ​ປົກຄອງ ແຂວງ, ​ເມືອງ  ແລະ ພາກສ່ວນ​ຕ່າງ​ໆ ຄື ພະ​ແນ​ກ​ແຮງ​ງານແລະ​ສະຫວັດດີ​ການແລະ​ສັງຄົມ​ແຂວງ,ອົງການ ​ກາ​ແດງ​ແຂວງ   ​ແລະ​  ບໍລິສັດ ຄູນ​ມີ​ໄຊ ​ ໄດ້​ນຳ​ເອົາ​ສັງກະສີ ຈຳ ນວນ 480 ແຜ່ນ; ເຂົ້າສານໜຽວ 2 ໂຕນ; ເຄື່ອງນຸ່ງ​ຫົ່ມ 800  ຜືນ; ​ໄມ້ 6 ຄິວ; ໝີ່;ປາກະປ໋ອງ;ນ້ຳ​ດື່ມ ​ແລະ ​ເຄື່ອງ​ໃຊ້​ສອຍອື່ນໆ ລວມ ມູນ​ຄ່າ​ເກືອບ 50 ລ້ານ​ກີບ​ ມອບ​ໃຫ້​ປະຊາຊົນ 17 ຄອບຄົວ ບ້ານ​ຈະ​ຫຼາມ ​ເມືອງ​ທ່າ​ແຕງ ແຂວງ​ເຊ​ກອງ ທີ່​ປະສົບເຄາະຮ້າຍ​ຈາກ​ໄຟ​ໄໝ້​ເຮືອນໂດຍ​ຊ້ອງ​ໜ້າ​ພາກ ສ່ວນ​ທີ່​ກ່ຽວຂ້ອງ.

         ໃນ​ໂອກາດ​ດັ່ງກ່າວ,ທ່ານ ພອນ​ເພັດ ຄິວ​ລະ​ວົງ ຮອງ​ເຈົ້າ​ແຂວງໆ​ເຊ​ກອງ ກໍໄດ້ແນະນຳ​ໃຫ້​ ຄະນະ​ພັກ-ອຳນາດ​ການ​ປົກຄອງ ​ແລະ  ​ຂະ​ແໜງ​ການ​ຕ່າງໆ​ຂັ້ນ​ແຂວງ, ​ເມືອງ​ປຸກລະດົມ​ທຸກ​ພາ​ສ່ວນ​ທົ່ວ​ສັງຄົມ​ໃຫ້​ມີ​ສ່ວນ​ຮ່ວມ​ຊ່ວຍ​ເຫຼືອ​ຕາມ​ຄວາມ​ອາດ​ສາ ມາດ​ຂອງ​ຕົນ ແລະ ​ຄະນະ​ພັກ, ອຳນາດ​ການ​ປົກຄອງ​ເມືອງ ​ຕ້ອງ​ແຕ່ງຕັ້ງຂະ​ແໜງ​ການ​ກ່ຽວ ຂ້ອງ​ລົງ​ຕິດຕາມ​ກວດກາ​, ໃຫ້ ການ​ຊ່ວຍ​ເຫຼືອ ​ ​ແລະ ສຶກສາ​ອົບ ຮົມ​ດ້ານ​ການ​ເມືອງ​ແນວ​ໃຫ້​ປະ ຊາຊົນ​ມີ​ແນວ​ຄິດ​ອຸ່ນ​ອ່ຽນທຸ່ນ​ທ່ຽງ​ເຊື່ອ​ໝັ້ນຕໍ່​ການ​ຊີ້ນຳ-ນຳພາ​ຂອງ​ພັກ-ລັດ.

No comments:

Post a Comment