ໃນປີ 2012, ບໍລິສັດ MMG ລ້ານຊ້າງມີເນໂຣນສ໌ລິມິເຕັດ
ບໍ່ຄຳເຊໂປນ (MMG LXML Sepon) ສ້າງສະຖິຕິໃໝ່ໃນການຜະລິດແຜ່ນທອງໄດ້
86.295 ໂຕນ ເພີ່ມຂຶ້ນ 9% ເມື່ອທຽບໃສ່ຜົນຜະລິດທອງໃນປີ 2011.
ຜົນສຳເລັດດັ່ງກ່າວແມ່ນເນື່ອງມາຈາກຄວາມເອົາໃຈໃສ່ຕໍ່ການຜະລິດຂອງຕົນ
ຄືສະເພາະໄຕມາດສຸດທ້າຍຂອງປີ 2012 ສາມາດຜະລິດແຜ່ນທອງໄດ້ຫລາຍເຖິງ
23.459 ໂຕນ. ໃນປັດຈຸບັນ ບໍ່ຄຳເຊໂປນພວມສຸມໃສ່ການຜະລິດເໜືອຂີດຄວາມສາມາດຂອງຕົນ
ເພື່ອຜະລິດທອງໃຫ້ໄດ້ຢ່າງໜ້ອຍ 80.000 ໂຕນຕໍ່ປີ ໃຫ້ສະໝ່ຳສະເໝີ. ສ່ວນການຜະລິດຂອງຄຳປະສົມກໍສາມາດບັນລຸໄດ້ຕາມເປົ້າໝາຍຄື
70.275 ອອນສ໌.
ທ່ານ ຣິກ ວັດສ໌ຟອດ ຜູ້ຈັດການໃຫຍ່ຂອງບໍ່ຄຳເຊໂປນ
ກ່າວວ່າ: ໃນປີ 2013 ຄວາມປອດໄພຈະຍັງຄົງເປັນບູລິມະສິດທຳອິດຂອງພວກເຮົາ
ແລະ ພວກເຮົາຈະສືບຕໍ່ປັບປຸງການຜະລິດຂອງຕົນໃຫ້ປະສິດທິພາບສູງຂຶ້ນ. ນອກຈາກນັ້ນ,ພວກເຮົາຍັງຈະສືບຕໍ່ສຳຫລວດທາງເລືອກຕ່າງໆສຳລັບການຜະລິດແຮ່ຄຳເຄົ້າ
ເຊິ່ງຖ້າເປັນໄປໄດ້ມັນຈະເຮັດໃຫ້ຍືດອາຍຸໂຄງການບໍ່ຄຳເຊໂປນໄດ້ຕື່ມອີກ.
ໃນປີ 2013 MMG LXML Sepon ຄາດວ່າຈະຜະລິດທອງໃຫ້ໄດ້ແຕ່ 83.000-88.000 ໂຕນ
ແລະ ຄຳໃຫ້ໄດ້ 45.000- 55.000 ອອນສ໌.
No comments:
Post a Comment