Ad

Ad

12 February 2013

ຕະຫຼາດນັດວາງສະແດງສິນຄ້າກະສິກຳປະຈຳປີ 2013 ຂອງ​ເມືອງນາ​ຊາຍ​ທອງ​ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 13 ກຸມພາ​ນີ້



         ຫ້ອງການກະສິກຳເມືອງ ນາຊາຍທອງ ຮ່ວມກັບບັນດາ ຫ້າງຮ້ານແລະນັກ ທຸລະກິດຕ່າງໆ ໃນພາກກະສິກຳກຽມ ວາງສະ ແດງສິນຄ້າກະສິກຳປະຈຳປີ 2013 ເຊິ່ງເປັນກິດຈະກຳທີ່ ເຄີຍ ດຳເນີນມາໃນທຸກໆປີ.ສຳລັບປີນີ້ ຈະຈັດຂຶ້ນຢູ່ບ້ານ ຫ້ວຍ ນ້ຳເຢັນ ເມືອງ ນາຊາຍທອງ ນະຄອນ ຫຼວງວຽງຈັນ ໂດຍພິທີເປີດຈະເລີ່ມຢ່າງເປັນ ທາງການໃນ ຕອນ ແລງຂອງວັນ ທີ 13 ກຸມພາ 2013 ແລະ ຈະດຳເນີນ ໄປຈົນເຖິງ ວັນ ທີ 18 ກຸມພາ 2013 ຄາດວ່າຈະ ມີຮ້ານວາງສະແດງສິນຄ້າກະສິກຳຕ່າງໆຈາກ ທາງພາກລັດ ແລະ ເອກະຊົນເຂົ້າຮ່ວມ 70 ກວ່າ ພາກສ່ວນ ແລະ 90 ກວ່າຫ້ອງ​ວາງສະ​ແດງ.
           ທ່ານ ຄຳໄພ ພົມມະຈັນ ຮອງຫົວໜ້າຫ້ອງການກະສິກຳ ເມືອງ ນາຊາຍທອງ,ປະທານຄະນະກຳມະການຈັດຕະຫຼາດ ນັດ ສິນຄ້າກະສິກຳປະຈຳປີ 2013 ໃຫ້ສຳພາດຕໍ່ນັກຂ່າວລາວ ພັດທະນາວ່າ:ປັດຈຸບັນ, ການກະກຽມສະຖານທີ່ ແລະ ການ ລະດົມ​ກະສິກອນເຂົ້າຮ່ວມແມ່ນດຳເນີນໄປດ້ວຍ​ບັນຍາກາດ​ຟົດຟື້ນ ເຊິ່ງບາງຮ້ານກໍ​ເລີ່ມຂົນຜົນ​ຜະລິດ​ຂອງ​ຕົນເຂົ້າມາວາງ ຂາຍແລ້ວ.

          ຕະຫຼາດນັດວາງສະແດງສິນຄ້າກະສິກຳ 2013 ສືບເນື່ອງມາຈາກຕະຫຼາດນັດທີ່ຫ້ອງການກະສິກຳເມືອງເຄີຍຈັດຂຶ້ນ ໃນທຸກປີ. ສຳລັບປີນີ້, ຄະນະກຳມະການໄດ້ມີການກະກຽມຄວາມພ້ອມຫຼາຍດ້ານ ແລະ ຄາດຜູ້ເຂົ້າຮ່ວມຕະຫຼາດນັດປີນີ້ ຈະມີຫຼາຍກວ່າປີທີ່ຜ່ານມາ ບໍ່ວ່າຈາກທາງພາກລັດ ແລະ ເອກະຊົນເນື່ອງ​ຈາກ​ຄະນະ​ກຳມະການ​ໄດ້​ກະກຽມ​ສະຖານ​ທີ່ ​ແລະ ຮ້ານ​ວາງສະ​ແດງ​ຫຼາຍ​ກວ່າ​ປີຜ່ານມາໂດຍສະຖານທີ່ທີ່ທາງຄະນະກຳມະການໄດ້ຈັດກຽມໄວ້ນັ້ນແມ່ນສາມາດຮອງຮັບສິນຄ້າ ປະເພດຕ່າງໆທີ່ມາຈາກ 54 ບ້ານ ໃນ ທົ່ວເມືອງນາຊາຍທອງ ແລະ ບັນດາເມືອງອ້ອມ​ຂ້າງຄາດຈະມີຮ້ານວາງສະແດງຕ່າງໆ ເຂົ້າຮ່ວມຫຼາຍກວ່າ 70 ພາກສ່ວນ ແລະ 90 ຫ້ອງ​ວາງສະ​ແດງ.
         ສິນຄ້າຕົ້ນຕໍທີ່ຈະນຳມາ ວາງສະແດງໃນຄັ້ງນີ້ ແມ່ນສິນ ຄ້າກະສິກຳ ແລະ ຜະລິດຕະພັນ ກະສິກຳເປັນຕົ້ນ: ເຂົ້າ, ພືດຜັກ, ໝາກໄມ້,ຕົ້ນໄມ້ປະດັບ, ຕົ້ນໄມ້ ອຸດສາຫະກຳ...ສິນຄ້າຫັດຖະກຳ ໄດ້ແກ່ ເຄື່ອງຈັກສານ, ເຄື່ອງ ປັ້ນດິນເຜົາ, ເຄື່ອງເຟີນີເຈີ...ແລະ ເຄື່ອງອຸດສາຫະກຳກະສິກຳໄດ້ ແກ່ ເຄື່ອງກົນຈັກທີ່ຮັບໃຊ້ເຂົ້າ ໃນການຜະລິດກະສິກຳເຊັ່ນ: ລົດ ດຳນາ,ລົດກ່ຽວ​ເຂົ້າ,ຈັກຟາດ​ເຂົ້າ,ໂຮງອົບ,ເຄື່ອງອຸດສາຫະ ກຳເຟີນີເຈີ ແລະ ອື່ນໆ...ໂດຍພິທີ ເປີດຈະເລ່ີມຂຶ້ນຢ່າງເປັນທາງ ການນັບແຕ່ເວລາ 16 ໂມງຂອງ ວັນທີ 13 ມັງກອນ 2013 ທີ່ຈະ ມາເຖິງນີ້ ແລະ ຈະດຳເນີນໄປຈົນ ເຖິງວັນທີ 18 ກຸມພາ 2013.

No comments:

Post a Comment