Ad

Ad

12 February 2013

ການແກ້ໄຂບັນຫາໂສພານີຍັງເຮັດໄດ້ຫນ້ອຍ



    ບັນຫາ​ການ​ຄ້າ​ມະນຸດ ຫລື ​ໂສ​ເພນີ​ຢູ່​ນະຄອນຫລວງ​ວຽງ​ຈັນ​ໄດ້​ເກີດ​ມີ​ຂຶ້ນ​ຫລາຍ ​ໂດຍ​ສະ​ເພາະ​ຢູ່​ຕາມ​ສະ ຖານ​ບັນ​ເທີ​ງ ​ແລະ ຮ້ານ​ອາຫານ ຕ່າງໆ ​ເຊິ່ງບັນຫາ​ດັ່ງກ່າວ​ແມ່ນປາ ກົດ​ການ​ຫຍໍ້​ທໍ້​ໜຶ່ງ​ໃນສັງຄົມ​ທີ່​ຫລາຍ​ພາກສ່ວນ​ໄດ້​ມີ​ຄວາມ​ພະຍາຍາມ​ແກ້​ໄຂ, ​ແຕ່​ເບິ່ງ​ຄື​ວ່າ​ໃນ​ໄລຍະ​ຜ່ານ​ມາ​ຍັງ​ເຮັດ​ໄດ້​ໜ້ອຍ.
       ​ກອງ​ບັນຊາ​ການ ປກສ ນະ ຄອນຫລວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ: ເມື່ອ​ຕົ້ນ​ເດືອນ​ກຸມພາ​ນີ້, ​ເຈົ້າໜ້າ​ທີ່​ພະ​ແນ​ກຕ້ານ​ການ​ຄ້າ​ມະນຸດ​ນະ ຄອນຫລວງ​ວຽງ​ຈັນ ​ໄດ້​ລົງ​ແກ້​ໄຂ​ເປົ້າໝາຍ​ໂສ​ເພນີ​ຢູ່​ຮ້ານ​ອາ ຫານ​ແຫ່ງ​ໜຶ່ງ​ເຂດ​ບ້ານ​ດອນ​ກອຍ ​ເມືອງ​ສີ​ສັດຕະ​ນາກ ນະ ຄອນຫລວງ​ວຽງ​ຈັນ ​ແລະ ​ໄດ້​ກັກ​ສາວ​ບໍລິການ​ຈຳນວນ 3 ຄົນ ອາຍຸ​ລະຫວ່າງ 18-23 ປີ ທີ່​ມາ​ຈາກ​ແຂວງ​ວຽງ​ຈັນ ​ເຊິ່ງ​ໄດ້​ມີ​ການ​ສຶກສາ​ອົບຮົມ​ໃຫ້​ພວກ​ກ່ຽວ​ຢຸດ​ການ​ກະທຳ​ຄື​ດັ່ງກ່າວ. ນີ້​ເປັນ​ພຽງ​ກໍລະນີ​ຕົວຢ່າງ​ໜຶ່ງ​ທີ່​ເຈົ້າໜ້າ​ທີ່​ໄດ້​​ແກ້​ໄຂ​ສະພາບ​ດັ່ງກ່າວ. ​ແຕ່​ໃນຄວາມ​ຈິງ​ແລ້ວ,ບັນຫາ​ໂສ​ເພນີ​ຍັງ​ເກີດ​ຂຶ້ນ​​ຫລາຍ​ໃນ​ປັດຈຸບັນ ​ເຊິ່ງມີ​ທັງ​ຊາວ​ຕ່າງປະ​ເທດ ທັງ​ນີ້ກໍຍ້ອນ​ບັນຫາ​ເສດຖະກິດ, ​ໄພ​ຫວ່າງ​ວຽກ,ການ​ເຄື່ອນ​ຍ້າຍ​ແຮງ​ງານ​ ແລະ ອື່ນໆ. ຂະນະ​ດຽວ​ກັນ,ການ​ແກ້​ໄຂ​ບັນຫາ​ດັ່ງ ກ່າວ​ເຫັນ​ວ່າ​ເຮັດ​ໄດ້​ໜ້ອຍ ຍ້ອນ​ເຄື່ອງມື ​ແລະ ກົນ​ໄກ​ດ້ານ​ລະ ບຽບ​ກົດໝາຍ​ຍັງ​ບໍ່​ທັນ​ຄົບ​ຖ້ວນ​ເທົ່າ​ທີ່​ຄວນ.

       ກະຊວງ​ແຮງ​ງານ ​ແລະ ສະ ຫວັດດີ​ການ​ສັງຄົມ ​ໃຫ້​ຮູ້​ວ່າ: ການ​ເຄື່ອນ​ຍ້າຍ​ແຮງ​ງານ​ຢູ່​ພາຍ​ໃນ​ປະ​ເທດ​ແມ່ນ​ແມ່ຍິງ​ກວມ​ປະ ມານ 54%, ​ໃນ​ນັ້ນ 90% ​ແມ່ນ​ເຮັດ​ວຽກ​ຢູ່​ສະຖານ​ບັນ​ເທີ​ງ,ຮ້ານ ​ອາຫານ ​ແລະ ສະຖານ​ບໍລິການ​ຕ່າງໆ, ສ່ວນ​ທີ່​ເຫລືອ​ແມ່ນ​ຢູ່​ຕາມ​ໂຮງ​ຈັກ-​ໂຮງງານ. ​ແນວ​ໃດ​ກໍ​ຕາມ, ຢູ່​ລາວ​ຍັງ​ບໍ່​ທັນ​ມີ​ຂໍ້​ມູນ​ທີ່​ຈະ​ແຈ້ງ​ກ່ຽວ​ກັບ​ການ​ຖືກ​ທາລຸນ ຫລື ນຳ​ໃຊ້​ຮູບ​ແບບ​ທີ່​ຮຸນ​ແຮງ​ກັບ​ແຮງ​ງານ​​ເພດ​ຍິງ, ​ແຕ່​ຢູ່​ປະ​ເທດ​ໃກ້​ຄຽງ​ແມ່ນ​ມີ​ແຮງ​ງານ​ລາວ​ຈຳ ນວນ​ບໍ່​ໜ້ອຍ​ທີ່​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ຄ້າ​ມະນຸດມາ​ແລ້ວ.

No comments:

Post a Comment