ເຈົົ້າໜ້າທີ່ຕຳຫຼວດ ຕ້ານ ແລະ ມອດໄຟ ນະຄອນຫຼວງວຽງ
ຈັນ ພໍໃຈທີ່ເທສະການສະຫຼອງ ປີໃໝ່ຂອງຊາວ ຫວຽດ ນາມ ແລະ ຊາວຈີນປີນີ້ ມີຄວາມຄຶກຄື້ນ ທັງ
ຮັບປະກັນໄດ້ຄວາມສະຫງົບ ປອດໄພ ບໍ່ມີບັນຫາອັກຄີໄພເກີດ ຂື້ນດັ່ງທ່ານ ຮ້ອຍເອກສະແຫວງ ແສງມະນີ
ຫົວໜ້າຫ້ອງການຕຳຫຼວດສະກັດກັ້ນ ແລະ ມອດໄຟ ນະຄອນຫຼວງວຽງ ຈັນ ໄດ້ໃຫ້ສຳພາດ ຕໍ່ນັກຂ່າວລາວພັດທະນາໃນວັນທີ
11 ກຸມພານີ້ວ່າ: ເຈົ້າ ໜ້າທີ່ພວກເຮົາຮູ້ສຶກສະບາຍໃຈ ຕໍ່ບັນຍາກາດສະເຫຼີມສະຫຼອງປີ ໃໝ່ປະຈຳຊາດຂອງຊາວຫວຽດນາມ
ແລະ ຊາວຈີນ ຢູ່ນະຄອນຫຼວງວຽງຈັນຮັບປະກັນໄດ້ ຄວາມສະຫງົບປອດໄພເປັນຢ່າງ ດີ,ຂະນະທີ່ເຈົ້າໜ້າທີ່ພວກເຮົາ
ກໍໄດ້ສຸມໃສ່ວາງແຜນປ້ອງກັນ ຢ່າງເຂັ້ມ ງວດ ເພື່ອບໍ່ໃຫ້ເກີດ ອັກຄີໄພໂດຍໄດ້ແຈ້ງເຕືອນໃຫ້
ປະຊາຊົນມີສະຕິໃນການນຳໃຊ້ ຟືນໄຟໄຕ້ທູບທຽນບູຊາແລະ ການຈູດກະໂພກ.ນອກຈາກນີ້ ກໍໄດ້ຈັດວາງກຳລັງ,ກະກຽມ
ພາ ຫະນະ ແລະ ອຸປະກອນມອດໄຟ ຕ່າງໆເພື່ອສາມາດຮັບມືກັບເຫດ ອັກຄີໄພທີ່ຈະເກີດຂຶ້ນໄດ້ຢ່າງ
ວ່ອງໄວ ແລະ ທ່ວງທັນ, ແຕ່ກໍໂຊກດີບໍ່ມີເຫດຮ້າຍໃດໆເກີດຂຶ້ນ ຊຶ່ງມີພຽງ ໃນວັນທີ 8 ກຸມພາ
ນີ້ ໄດ້ເກີດໄຟໄໝ້ເຮືອນປະຊາຊົນ ຢູ່ບ້ານ ວຽງແກ້ວ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ເປັນ ເຮືອນກໍ່ສອງຊັ້ນໄດຮັບຄວາມ
ເສຍຫາຍເນື່ອງຈາກໄຟຟ້າລັດ ວົງຈອນ.
ເຈົົ້າໜ້າທີ່ຕຳຫຼວດ ສະກັດ ກັ້ນ ແລະ ມອດໄຟ
ນະຄອນຫຼວງ ວຽຽງຈັນ ຍັງໃຫ້ຮູ້ວ່າ:ປີ 2012 ຜ່ານມາຢູ່ ນະຄອນຫຼວງ ວຽງຈັນ ມີອັກຄີໄພເກີດຂຶ້ນ
43 ຄັ້ງ, ໃນ ນັ້ນສ່ວນໃຫຍ່ແມ່ນໄຟຟ້າລັດວົງ ຈອນ,ຖັດລົງມາແມ່ນການໄຕ້ທູບ ທຽນບູຊາ ແລະ ອື່ນໆ
ແລະ ເຫັນ ວ່າ:ອັກຄີໄພເກີດຂຶ້ນສ່ວນໃຫຍ່ ແມ່ນເນື່ອງມາຈາກສັງຄົມຍັງ
ຂາດຄວາມມີສະຕິປ້ອງກັນອັກຄີໄພໂດຍ ສະເພາະການກວດກາລະບົບຟືນໄຟພາຍໃນບ້ານເຮືອນຂອງຕົນ, ການຂາດສະຕິໃນການຊົມໃຊ້ຟືນໄຟເຂົ້າໃນຊີວິດປະຈຳ
ວັນເຊັ່ນ:ການແຕ່ງຢູ່ ຄົວກິນ ແລະ ໄຕ້ທູບທຽນບູຊາ. ດັ່ງນັ້ນເພື່ອເຮັດໃຫ້ປ້ອງກັນອັກ ຄີໄພມີຜົນດີ,ເຈົ້າໜ້າທີ່ຕຳຫຼວດ
ມອດໄຟກໍຈະຕ້ອງໄດ້ເພີ່ມທະວີ ເຮັດວຽງານໂຄສະນາເຜີຍແຜ່ ການຊົມໃຊ້ຟືນໄຟໃຫ້ປະຊາ ຊົນ ເຂົ້າໃຈ
ແລະ ແນະນຳ ວິທີປະຕິບັດໃນການມອດໄຟຂັ້ນຕົ້ນຖ້າກໍ ລະນີເກີດອັກຄີໄພ ແລະ ປຸກລະ ດົມໃຫ້ປະຊາຊົນມີສະຕິປ້ອງກັນອັກຄີໄພ
ໃຫ້ສູງຂຶ້ນ.
No comments:
Post a Comment