ເສັ້ນທາງຫລວງແຫ່ງຊາດລະ ຫວ່າງ ລາວ-ຫວຽດນາມ ແຫ່ງ
ໃໝ່ ແຕ່ເມືອງວຽງທອງ-ເມືອງ ໄຊຈຳພອນ ແຂວງບໍລິ ຄຳໄຊ-ຊາຍແດນແທ່ງຖຸຍ ແຂວງເຫງະ ອານ ສສ ຫວຽດນາມ
ມີຄວາມ ຍາວປະມານ 130 ກວ່າກິໂລ ແມັດ ເປັນເສັ້ນທາງ ຍຸດທະສາດຂອງລັດຖະບານ ໂດຍແມ່ນກຸ່ມບໍລິສັດດວງຈະເລີນ
ພັດທະນາກໍ່ສ້າງຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ ໃນຮູບການ ລົງທຶນກ່ອນ, ລັດຖະ ບານຊຳລະຕາມແຕ່ລະສົກງົບປະ
ມານ ໃນໄລຍະເວລາ 5 ປີ. ໂຄງ ການດັ່ງກ່າວມີມູນຄ່າກໍ່ສ້າງປະ ມານ 795 ຕື້ກວ່າກີບ ແບ່ງອອກ
ເປັນ 2 ສັນຍາ ຄືສັນຍາເລກທີ 007/ຂບຊ, ລົງວັນທີ 28 ສິງຫາ 2009 ເປັນໂຄງການ ກໍ່ສ້າງທາງ
ຊັ້ນ IV ປູຢາງ 2 ຊັ້ນ ແລະ ຂົວ 2 ແຫ່ງ ແຕ່ເມືອງວຽງທອງ-ເມືອງ ໄຊຈຳພອນ ແຂວງບໍລິຄຳໄຊ ໃນ
ໄລຍະທາງ 70 ກວ່າກິໂລແມັດ ລວມມູນຄ່າ 340 ຕື້ກວ່າກີບ ແລະ ສັນຍາເລກທີ 030/ຂບຊ, ລົງວັນ
ທີ 16 ທັນວາ 2010 ເປັນໂຄງ ການກໍ່ສ້າງເສັ້ນທາງແຕ່ເມືອງ ໄຊຈຳພອນ-ຊາຍແດນແທ່ງຖຸຍ ແຂວງເຫງະອານ
ສສ ຫວຽດ ນາມ ມີຄວາມຍາວທັງໝົດ 60 ກິ ໂລແມັດ ມູນຄ່າການກໍ່ສ້າງ 445 ຕື້ກີບ.
ໂຄງການດັ່ງກ່າວໄດ້ເລີ່ມລົງ ມືກໍ່ສ້າງມາແຕ່ຕົ້ນປີ
2010 ແລະ ປັດຈຸບັນຍັງດຳເນີນການກໍ່ສ້າງຢູ່ເພື່ອເປັນການກະຕຸກ ຊຸກຍູ້ ແລະ ກວດຄືນບັນດາໜ້າວຽກດັ່ງ
ກ່າວນັ້ນໃຫ້ດຳເນີນໄປໄດ້ທັນເວ ລາ ແລະ ຮັດກຸມກວ່າເກົ່າ. ມາໃນ ວັນທີ 7-8 ກຸມພານີ້, ທ່ານ
ຄຳບຸນ ນັດ ໄຊຍະນົນ ຮອງເລຂາພັກ ແຂວງ, ຮອງເຈົ້າແຂວງບໍລິຄຳ ໄຊ ທັງເປັນປະທານຊີ້ນຳໂຄງ ການຂັ້ນແຂວງ
ພ້ອມພາກສ່ວນທີ່ ກ່ຽວຂ້ອງຂອງແຂວງ ໄດ້ລົງ ກວດກາຕິດຕາມເບິ່ງສະພາບ ການກໍ່ສ້າງຕົວຈິງ ແລະ
ໄດ້ເຂົ້າ ຮ່ວມກອງປະ ຊຸມສະຫລຸບການ ຈັດຕັ້ງປະຕິບັດຢູ່ສຳນັກງານປົກ ຄອງເມືອງວຽງທອງ ເຊິ່ງມີ
3 ຝ່າຍເຂົ້າຮ່ວມ ຄືເຈົ້າຂອງໂຄງ ການພະແນກ ໂຍທາທິການ ແລະ ຂົນສົ່ງແຂວງ, ບໍລິສັດທີ່ປຶກສາ
ແລະ ຝ່າຍຜູ້ຮັບເໝົາກໍ່ສ້າງ ຕະຫລອດຮອດເຈົ້າເມືອງໄຊຈຳພອນ, ເມືອງ ວຽງທອງ ແລະ ວິ ຊາການທັງ
3 ຝ່າຍເຂົ້າຮ່ວມ. ກອງປະຊຸມໄດ້ປຶກສາຫາລືປະ ກອບຄຳຄິດຄຳເຫັນຍົກໃຫ້ເຫັນດ້ານດີ, ບັນ ດາໜ້າວຽກທີ່ຄົງຄ້າງເພື່ອພ້ອມກັນແກ້ໄຂໃນຕໍ່ໜ້າ.
ທ່ານ ຄຳຜາຍ ສີລາຊາ ປະ ທານກຸ່ມບໍລິສັດດວງຈະເລີນພັດ
ທະນາກໍ່ສ້າງຈຳກັດ ໃຫ້ສຳພາດ ວ່າ: ສາເຫດທີ່ບໍລິສັດດຳເນີນ ໂຄງການດ້ວຍຄວາມສະດວກດີ ກໍຍ້ອນໄດ້ຮັບການຊີ້ນຳ-ນຳພາຂອງພັກ
ແລະ ລັດຖະບານກໍຄືອຳນາດການປົກຄອງແຂວງ, ເມືອງ ແລະ ການມີສ່ວນຮ່ວມ ຂອງປະຊາຊົນຢູ່ເຂດດັ່ງກ່າວ.
ອີກບັນຫາໜຶ່ງກໍແມ່ນທາງບໍລິສັດໄດ້ມີວັດຖຸກົນຈັກພຽງພໍ, ມີວິ ຊາການທີ່ຊຳນານງານຫລາຍປີ.
ສ່ວນບັນຫາທີ່ພົບຄວາມຫຍຸ້ງ ຍາກເຮັດວຽກບໍ່ໄດ້ຕາມແຜນນັ້ນ ເນື່ອງຈາກວ່າສະພາບແວດ ລ້ອມດິນຟ້າອາກາດບໍ່ອຳນວຍຝົນຕົກ
ໜັກເປັນບາງໄລຍະຄືຊຸມປີຜ່ານມາກໍໄດ້ຮັບຜົນກະທົບຈາກພາຍຸຫາຍມາ ແລະ ອື່ນໆ ພາໃຫ້ການ ເຄື່ອນຍ້າຍກົນຈັກພົບຄວາມ
ຫຍຸ້ງຍາກ, ການເຮັດວຽກບໍ່ເຕັມ ເມັດເຕັມໜ່ວຍ. ແຕ່ເຖິງແນວໃດກໍຕາມ, ບໍລິສັດໃຫ້ຄຳໝັ້ນສັນຍາວ່າຈະໃຫ້ສຳເລັດພາຍໃນປີ
2016 ແນ່ນອນ.
No comments:
Post a Comment