Ad

Ad

12 February 2013

ໄຟຟ້າລາວສາຂາແຂວງຈຳປາ ສັກສະຫລຸບແຜນປະຕິບັດງານປະຈຳປີ 2012



    ກອງປະຊຸມສະຫຼຸບແຜນປະຕິ ບັດງານໄຟຟ້າພາກໃຕ້ປະຈຳປີ 2012 ໄດ້ໄຂຂຶ້ນຢູ່ເມືອງປາກເຊ ແຂວງຈຳປາສັກ ໃນວັນທີ 8 ກຸມ ພານີ້ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນທຳ ແສນພັນສີຣິ ຮອງຜູ້ ອຳນວຍການໃຫຍ່ລັດວິສາຫະ ກິດໄຟຟ້າລາວ, ທ່ານ ຄຳປະເສີດ ເທບປັນຍາ ຫົວໜ້າຝ່າຍປະຕິບັດການໄຟຟ້າພາກໃຕ້ພ້ອມດ້ວຍພະນັກງານໃນລັດວິສາຫະກິດໄຟຟ້າລາວສາຂາ ພາກໃຕ້ເຂົ້າຮ່ວມຢ່າງພ້ອມພຽງ.
     ໃນກອງປະຊຸມຍົກໃຫ້ເຫັນ ວ່າ: ລັດວິສາຫະກິດໄຟຟ້າລາວ ສາຂາພາກໃຕ້ມີຈຳນວນພົນທັງໝົດ 936 ຄົນ, ໃນນັ້ນ ມີຍິງ 41 ຄົນ, ໃນໜຶ່ງປີຜ່ານມາ ໄດ້ຊື້ກະ ແສໄຟຟ້າຈາກສຳນັກງານໃຫຍ່ ແລະ ເຂື່ອນນ້ອຍໃນທ້ອງຖິ່ນທັງ ໝົດ 976,73 ລ້ານ Kwh, ຈຳໜ່າຍ ອອກສູ່ສັງຄົມໄດ້ 854,73 ລ້ານ Kwh ເປັນເງິນ 473.544 ລ້ານ ກີບ, ໃນນັ້ນ ຈຳໜ່າຍໄປຕ່າງປະເທດ 8,99 ລ້ານKwh, ມີພະລັງ ງານຕົກເຮ່ຍປະຕິບັດໄດ້ 10,26%. ນອກນັ້ນ ລັດວິສາຫະ ກິດໄຟຟ້າລາວສາຂາແຂວງຈຳປາສັກ ຍັງມີລາຍຮັບຈາກການ ປັບໄໝຄົນລັກໃຊ້ໄຟຄິດເປັນເງິນ 408 ລ້ານກວ່າກີບ, ທົ່ວແຂວງມີ ສະຖານີ 22Kv 2 ແຫ່ງ ສາມາດ ຕອບສະໜອງໄຟຟ້າໃຫ້ແກ່ສັງ ຄົມໄດ້ 59 ເມືອງ ແລະ 2.688 ບ້ານ ບັນລຸໄດ້ 83,07% ຂອງ ຄອບຄົວທົ່ວແຂວງ.

No comments:

Post a Comment