Ad

Ad

12 February 2013

ສາລະວັນລະນຶກມູນເຊື້ອອົງແກ້ວ ວິລະບຸລຸດຂອງຊາດລາວ



      ເນື່ອງໃນໂອກາດການຈັດ ຕັ້ງປະດິດສະຖານ ແລະ ສົມໂພດ ຮູບຫລໍ່ເຫນືອນອົງແກ້ວຢູ່ແຂວງ ສາລະວັນໃນເດືອນເມສາ 2013 ທີ່ໃກ້ຈະມາເຖິງນີ້ ວັນທີ 7 ກຸມ 2013 ຄະນະໂຄສະນາອົບຮົມ ແຂວງສາລະວັນໄດ້ຈັດພິທີລະ ນຶກມູນເຊື້ອການຕໍ່ສູ້ ຂອງອົງແກ້ວວິລະບຸລຸດຂອງຊາດລາວ ຢູ່ສະໂມສອນໃຫຍ່ຂອງແຂວງ ໂດຍການເປັນປະທານຂອງ ທ່ານ ຄຳຈັນ ແຈ່ມສະ ຫມອນ  ຄະນະປະຈຳພັກແຂວງຫົວຫນ້າ ໂຄສະນາອົບຮົມແຂວງສາລະວັນ, ມີບັນດາທ່ານຄະນະພະ ແນກອ້ອມຂ້າງແຂວງ, ພະນັກງານລັດຖະກອນ ແລະ ພໍ່ແມ່ປະຊາຊົນທົ່ວແຂວງສາລະວັນເຂົ້າຮ່ວມເປັນຈຳນວນຫລວງຫລາຍ.
      ການປາຖະກະຖາລະນຶກຄືນ ມູນເຊື້ອຂອງອົງແກ້ວ ວິລະບຸລຸດ ຂອງຊາດລາວໃນຄັ້ງນີ້ກໍເພື່ອທົບທວນຫວນຄືນເຖິງມູນ ເຊື້ອການ ກຳເນີດ, ສະພາບແວດລ້ອມການ ເຄື່ອນໄຫວ, ການດຳລົງຊີວິດ ແລະ ການເຂົ້າຮ່ວມຂະບວນ ການຕໍ່ສູ້ອັນສະຫງ່າ ອົງອາດ ແບບບໍ່ຍອມຈຳນົນ, ຍອມເສຍ ສະລະຊີວິດ ເພື່ອຊາດເພື່ອແຜນ ດິນເກີດຂອງຕົນ ເພື່ອປົກປ້ອງພີ່ ນ້ອງເຜ່ົາຊົນ ແລະ ຜືນແຜ່ນດິນ, ຕໍ່ສູ້ກັບສັດຕູຕ່າງໆແບບບໍ່ຢ້ານ ກົວກັບສິ່ງໃດ ຈົນໄດ້ຮັບຄວາມ ເຊື້ອຫມັ້ນຕໍ່ບັນດາເຜ່ົາອ້ອມຂ້າງ, ບຸກຄົນ ແລະ ໃຫ້ສັນຍາ ນາມວ່າ : ເປັນຜູ້ມີບຸນຍ້ອນຜົນ ງານການຕໍ່ສູ້ ແລະ ການເສຍສະ ຫລະຂອງທ່ານ ຈິ່ງເຮັດໃຫ້ອົງ
ການຈັດຕັງພັກ-ລັດ ຂັ້ນເທິງ ແລະ ພໍ່ແມ່ປະຊາຊົນຊາວແຂວງ ສາລະວັນ ເຫັນໄດ້ຄຸນງາມ ຄວາມດີບຸນຄຸນຂອງວິລະບຸລຸດ ຂອງຊາດລາວ ( ອົງແກ້ວ ) ທີ່ມະ ຫາຊົນຄົນຮຸ້ນໃຫມ່ຄວນຮຽນຮູ້ ແລະ ສຶກສາເປັນແບບຢ່າງເພື່ອ ສົ່ງເສີມມູນເຊື້ອແຫ່ງການຕໍ່ສູ້ພິລະອາດ ຫານແຕ່ທ່ານຍັງແມ່ນຜູ້ນຳທີ່ມີຄວາມປີຊາສາມາດ, ມີພິກໄຫວໃນການຕໍ່ສູ້, ເປັນຜູ້ສ້າງວິລະກຳປະຫວັດສາດ, ເປັນ ຜູ້ຖ່າຍ ທອດບົດຮຽນສົງຄາມ ແບບກອງຫລອນ ໂດຍອີງໃສ່ ການຊ່ວຍເຫລືອຂອງບັນດາເຜ່ົາ ອ້າຍນ້ອງຈາກມະຫາຊົນໃນ ທ້ອງຖິ່ນ ຂອງຕົນ, ເຊື່ອມຊຶມເຂົ້າກັບມະຫາຊົນຢ່າງຕັ້ງຫນ້າບັນດາຂະບວນການຕໍ່ສູ້ຂອງປະ ຊາຊົນບັນດາເຜ່ົາລາວທັງສອງຝັ່ງພາຍໃຕ້ ການນຳພາຂອງຄະນະຜູ້ມີບຸນ, ແບບແຜນວິທີການເຮັດວຽກດ້ວຍການປະສົມປະສານຢ່າງໃກ້ຊິດຕິດແທດກັບຮາກຖານ ທ້ອງຖິ່ນ,  ເປັນຜູ້ຈົງຮັກພັກດີຕໍ່ຊົນຊັ້ນຜູ້ອອກແຮງງານເຊິ່ງພັກໄດ້ບົ່ງບອກໄວ້ໃນຫນ້າທີ່ຮັບຜິດຊອບມອບຫມາຍ ຂອງສ່ວນ ບຸກຄົນ ແລະ ຫມູ່ຄະນະ, ການຕໍ່ສູ້ເພື່ອກອບກູ້ເອົາປະເທດໄດ້ກາຍເປັນບົດຮຽນເປັນບ່ອນສຶກສາອົບຮົມຄຸນລັກສະນະທາງ ດ້ານແນວຄິດຄຸນສົມບັດ ແລະ ສະຕິຮັກຊາດຂອງພົນລະເມືອງທຸກຄົນເຖິງວ່າຂະບວນການຕໍ່ສູ້ຂອງປະຊາຊົນບັນດາ ເຜ່ົາພາຍ ໃຕ້ການນຳພາຂອງອົງແກ້ວຖືກປະລາໄຊໃນຕອນທ້າຍກໍຕາມ ແຕ່ວ່າມັນເປັນມູນເຊື້ອອັນດີງາມທີ່ຫາໄດ້ຍາກ, ມູນເຊື້ອ ດັ່ງກ່າວໄດ້ຝັງເລິກໃນດວງໃຈ ຂອງປະຊາຊົນລາວບັນດາເຜ່ົາ ຢ່າງບໍ່ມີວັນຈະຫລົງລືມໄດ້ ແລະ ກໍຍັງຈາລຶກໄວ້ໃນປຶ້ມປະຫວັດ ສາດລາວໄວ້ຕະຫລອດໄປ ( ອົງ ແກ້ວ ສົມແລ້ວທີ່ເປັນບຸລຸດຂອງ ລາວວິລະຊົນ ).
      ຈາກປະຫວັດສາດການກຳ ເນີດ ແລະ ຜົນງານດັ່ງກ່າວ ໄດ້ ກາຍເປັນບົດຮຽນອັນມີຄ່າຝາກ ໄວ້ໃຫ້ແກ່ຄົນຮຸ່ນຫລັງເພື່ອ ເສີມຂະຫຍາຍມູນເຊື້ອອັນດີງາມໃນຂະບວນການປຸກລະດົມຂົນຂວາຍເຕົ້າໂຮມຄວາມສາມັກຄີເປັນນ້ຳຫນຶ່ງໃຈດຽວ ກັນຂອງ ປະຊາຊົນບັນດາເຜ່ົາ, ເສີມຂະ ຫຍາຍຫົວຄິດປະດິດສ້າງຂອງ ຜູ້ນຳກໍຄືປະຊາຊົນລາວ ເຊິ່ງເປັນ ວິລະກຳອັນລ້ຳເລີດ ແລະ ຍິ່ງ ໃຫຍ່ທີ່ສຸດຖອດໄດ້ບົດຮຽນຕໍ່ສູ້ ແບບສົງຄາມກອງຫລອນ ແລະ ທັງເປັນການເສີມຂະຫຍາຍລັດທິ ວິລະຊົນຂອງຊາດແນ່ ໃສ່ປົດປ່ອຍຕົນເອງ, ປົດປ່ອຍປະເທດຊາດໃຫ້ຫລຸດພົ້ນອອກຈາກການກົດຂີ່ຂູດຮີດຂອງຊົນຊັນສັກດີນາ ແລະ ຈັກກະພັດ ລ່າເມືອງຂຶ້ນ, ໃຫ້ປະເທດຊາດມີເອກະລາດມີອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນເພື່ອໃຫ້ປະເທດເຂັ້ມ ແຂງປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສີວິໄລຍຸຕິທຳ.

No comments:

Post a Comment