Ad

Ad

11 February 2013

ຍ້ອງຍໍຜູ້ມີຜົນງານໂຄງການກໍ່ສ້າງຂົວມິດຕະພາບ 3 ຄຳມ່ວນ-ນະຄອນພະນົມ



        ໃນວັນທີ 7 ກຸມພານີ້, ທີ່ຫ້ອງວ່າການປົກຄອງ ແຂວງຄຳມ່ວນ, ທ່ານ ສົມມາດ ພົນເສນາ ກຳມະການສູນກາງພັກ, ລັດຖະມົນຕີວ່າການ ກະຊວງໂຍທາ ທິການ ແລະ ຂົນສົ່ງ, ຕາງໜ້າລັດຖະບານມອບຫຼຽນໄຊ ແຮງງານ, ຫຼຽນກາແຮງງານ ແລະ ໃບຍ້ອງຍໍໃຫ້ກົມກອງ ແລະ ຜູ້ທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນ ໂຄງການກໍ່ສ້າງຂົວມິດຕະພາບ 3 ຄຳມ່ວນ -ນະຄອນພະນົມ.  
           ການຍ້ອງຍໍຄັ້ງນີ້ ມີຫຼຽນ ໄຊແຮງງານຊັ້ນ II ຈຳນວນ 5 ທ່ານ, ຫຼຽນໄຊແຮງ ງານຊັ້ນ III ຈຳນວນ 2 ທ່ານ, ຫຼຽນກາແຮງງານ 1 ທ່ານ, ໃບຍ້ອງ ຍໍຂັ້ນລັດຖະບານ 3 ທ່ານ ແລະ ໃບຍ້ອງຍໍຂັ້ນ ແຂວງຈຳນວນ 9 ທ່ານ.
            ໂຄງການກໍ່ສ້າງຂົວມິດຕະພາບແຫ່ງທີ 3 ເປັນສ່ວນໜຶ່ງຂອງເສັ້ນທາງອາຊຽນ ແລະ ເປັນຈຸດ ເຊື່ອມຕໍ່ພາກຕາເວັນອອກສຽງເໜືອຂອງໄທກັບ ສປປ ລາວ ທີ່ແຂວງຄຳມ່ວນ ແລະ ສາມາດເຊື່ອມ ຕໍ່ກັບພາກ ກາງຂອງ ສສ ຫວຽດນາມຕອນກາງ. ເປັນໂຄງການທີ່ລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງລາຊະອານາຈັກໄທ ໄດ້ລິເລີ່ມ ແລະ ເຫັນດີຮ່ວມກັນເຊິ່ງລັດຖະບານໄທໄດ້ຕົກລົງສະໜັບສະໜູນງົບປະມານ ໃນການດຳເນີນ ໂຄງການໃນມູນ ຄ່າການກໍ່ສ້າງທັງໝົດ 1.723 ລ້ານບາດ ໂດຍໃຊ້ເວລາໃນການກໍ່ສ້າງປະມານ 30 ເດືອນ, ຂົວດັ່ງກ່າວນີ້ ພາຍຫຼັງການກໍ່ສ້າງສຳເລັດໄດ້ປະຢັດຄ່າໃຊ້ຈ່າຍ ແລະ ຫລຸດເວລາໃນການເດີນທາງດ້ວຍລົດ ແລະ ການຄົມ ມະນາຄົມຂົນສົ່ງສິນຄ້າຜ່ານແດນ ແລະ ການບໍລິການທາງຜ່ານມີຄວາມສະດວກ ແລະ ວ່ອງໄວຂຶ້ນກວ່າເກົ່າ.

No comments:

Post a Comment