Ad

Ad

11 February 2013

ກະຊວງຖະແຫລ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເຊື່ອມຊຶມບົດຊີ້ນຳຂອງທ່ານເລຂາທິ ການໃຫຍ່ຕໍ່ກອງປະຊຸມວຽກ ງານ 3 ສ້າງທົ່ວປະເທດ



        ກອງ​ປະຊຸມ​ເຜີຍ​ແຜ່ບົດ​ຊີ້ນຳ​ຂອງ ​ທ່ານ ເລຂາ ທິການ​ໃຫຍ່​,ປະທານ​ປະ​ເທດ ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ, ຕໍ່​ກອງ​ປະຊຸມວຽກ​ງານ 3 ສ້າງ​ທົ່ວ​ປະ​ເທດ ທີ່​ໄດ້​ຈັດ​ຂຶ້ນ​ແຕ່​ວັນ​ທີ 4-5 ກຸມ​ພາ 2013 ທີ່ຜ່ານມາ.ກະຊວງ​ຖະ​ແຫລ​ງຂ່າວ, ວັດ ທະນະ​ທຳ ​ແລະ ທ່ອງ​ທ່ຽວ​ໄດ້ຈັດ​ກອງ​ປະຊຸມ​​ເຜີຍ​ແຜ່​ວຽກ​ງານ​ດັ່ງກ່າວ​ຈັດຂຶ້ນ​ໃນ​ວັນ​ທີ 8 ກຸມພາ 2013 ຢູ່​ທີ່ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະ​ທຳ ​ແລະ ທ່ອງ​ທ່ຽວ, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ ສຈ. ດຣ ບໍ່​ແສງ​ຄຳ ວົງ​ດາລາ, ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ວ່າການ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະ ນະ​ທຳ ​ແລະ ທ່ອງ​ທ່ຽວ, ຫົວໜ້າ​ຄະນະ​ຊີ້ນຳ​ວຽກ​ງານ 3 ສ້າງ​ກະຊວງ(ຖວທ), ມີ ທ່ານລັດຖະມົນຕີ​ຊ່ວຍ​ວ່າການ​ກະ ຊວງ​ ຖວທ, ຮອງ​ຫົວໜ້າ​ຄະນະ​ຊີ້ນຳ​ວຽກ​ງານ 3 ສ້າງ, ມີ​ບັນດາ​ກົມ, ຮອງ​ກົມ​ອ້ອມ​ຂ້າງ​ກະຊວງ ຖວທ ​ເຂົ້າ​ຮ່ວມ.

            ​ເພື່ອ​ໃຫ້​ບັນດາ​ຜູ້​ເຂົ້າ​ຮ່ວມ​ໄດ້​ມີ​ຄວາມ​ຮູ້​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການຈັດຕັ້ງປະຕິບັດ​ວຽກ​ງານ 3 ສ້າງ​ຢ່າງ​ເລິກ​ເຊິ່ງ ​ແລະ ນຳ​ໄປ​ຈັດຕັ້ງປະຕິບັດ​ໄດ້​ຢ່າງ​ມີ​ປະສິດທິ​ຜົນ​ນີ້ ທ່ານ ສຈ. ດຣ ບໍ່​ແສງ​ຄຳ ວົງ​ດາລາ, ລັດຖະມົນຕີ​ວ່າການ​ກະຊວງ ຖວທ ​ໄດ້​ຍົກ​ໃຫ້​ເຫັນ​ຄວາມ​ໝາຍ​ຄວາມ​ສຳຄັນ ​ແລະ ​ເນື້ອ​ແທ້ ຂອງວຽກສາມ​ສ້າງ​ວ່າ: ວຽກງານສາມສ້າງແມ່ນ​ວຽກ ຍຸດ​ທະ​ສາດ​ຍາວ​ນານ​ເພື່ອ​ບັນລຸ​ຈຸດໝາຍ ​ເຮັດ​ໃຫ້​ລະບອບ​ປະຊາທິປະ​ໄຕ ປະຊາຊົນມີ​ຄວາມໝັ້ນ ຄົງ, ປະ​ເທດ​ຊາດ​ມັ່ງ​ຄັ່ງ​ເຂັ້ມ​ແຂງ, ປະ ຊາຊົນ​ຮັ່ງມີ​ຜາ​ສຸກ, ສັງຄົມ​ມີ​ປະຊາທິປະ​ໄຕ, ຍຸຕິ​ທຳ ​ແລະ ສີວິ​ໄລ ຊຶ່ງ​ເນື້ອ​ແທ້​ເປັນ​ອຸດົມ​ການ​ສັງຄົມ​ນິຍົມ. ສະນັ້ນການ​ປະຕິບັດ​ວຽກງານ​ສາມ​ສ້າງ ໃຫ້​ບັນລຸ​ຈຸດໝາຍສັງຄົມ​ນິຍົມຕ້ອງ​ເລີ່​ມສ້າງ​ຮາກ​ຖານ​ໃຫ້​ເຂັ້ມ​ແຂງຊຶ່ງ​ລວມ​ເອົາ​ຫລາຍ​ດ້ານ​ເຊັ່ນ: ດ້ານ​ການ​ເມືອງ, ​ເສດຖະກິດ, ສັງຄົມ-ວັດ ທະນະທຳ ​ແລະ ດ້ານ​ປ້ອງ​ກັນ ຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ. ວຽກງານ 3 ສ້າງ​ມີ​ລັກສະນະ​ຮອບດ້ານ ​ແລະ ​ເລັ່ງທວງ​ໃຫ້​ມີ​ຫລາຍ​ພາກສ່ວນ​ເຂົ້າ​ຮ່ວມ​ແມ່ນໜ້າທີ່​ລວມຂອງ​ທົ່ວພັກ, ທົ່ວ​ລັດ​ແລະທົ່ວ​ປວງ​ຊົນ, ເປັນ​ການ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ໃຫ້​ແກ່​ທ້ອງ​ຖິ່ນ​ຮາກ​ຖານ​ໃຫ້​ມີ​ຄວາມ​ຮັບຜິດຊອບຫລາຍ​ຂຶ້ນຕິດ​ພັນ​ກັບ​ການ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຢ່າງ​ເໝາະສົມ​ໂດຍ​ສະ​ເພາະ​ແມ່ນບັນດາເມືອງ ​ແລະ  ບ້ານ​ເປົ້າໝາຍ ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງກໍ​ຈະ​ເປັນ​ພື້ນຖານ​ທີ່​ດີ​ໃນ​ການ​ປະຕິບັດ​ວຽກງານ 3 ​ສ້າງ​ບັນລຸ​ຜົນສຳເລັດ.
         ທ່ານລັດຖະມົນຕີ​ຍັງ​ໄດ້​ຍົກ ​ໃຫ້​ເຫັນ​ເຖິງ​ທິດ​ຊີ້ນຳ​ຂອງ ທ່ານ ​ເລຂາທິການ​ໃຫຍ່​ ກ່ຽວກັບ​ການ​ມອບ​ສິດ-ມອບ​ຄວາມ​ຮັບຜິດຊອບ ​ແລະ ການ​ແບ່ງ​ຜົນ​ປະ​ໂຫຍ​ດ​ໃຫ້​ທ້ອງ​ຖິ່ນ​ໃນ​ເບື້ອງຕົ້ນ​ການ​ເຮັດ​ທົດ​ລອງກໍ​ຈະ​ມີ​ບັນຫາ​ຈຳນວນ ໜຶ່ງ ລະຫວ່າງ​ສູນ​ກາງ ​ແລະ ທ້ອງ​ຖິ່ນ, ສະນັ້ນຈິ່ງ​ຮີບ​ຮ້ອນ​ປັບ ປຸງ​ແກ້​ໄຂ​ໃຫ້​ຖືກ​ທິດ ​ແລະ ມີ​ການ​ປຶກສາ​ຫາລື​ປະສານ​ສົມທົບ​ກັນ​ລະອຽດ ​ໃນ​ການ​ແບ່ງ​ງານ, ​ແຕ່​ບໍ່​ໃຫ້​ຟ້າວ​ຫລາຍ, ວຽກທີ່​ເຮັດ​ແລ້ວ​ກໍ​ຕ້ອງ​ກວດກາ​ຄືນ ກ່ອນ​ຈະ​ເຂົ້າ​ສູ່ໜ້າວຽກ​ໃໝ່. ວຽກສາມ​ສ້າງ​ຍັງ​ແມ່ນ​ການ​ຍູ້​ການ​ພັດທະນາ​ເຂົ້າ​ສູ່​ບາດ​ລ້ຽວ​ໃໝ່ ​ໂດຍ​ສະ​ເພາະ​ແມ່ນ​ການ​ແກ້​ໄຂ​ຄວາມທຸກ​ຍາກ​​​ແກ່ປະຊາຊົນ ໃຫ້​ຍັງ​ເຫລືອບໍ່​ເກີນ 10% ​​ແລະ ການ​ບັນລຸ​ເປົ້າ ໝາຍສະຫັດ​ສະວັດ​ເພື່ອ​ການ​ພັດ ທະນາ ໃນ​ປີ 2015, ​ເປັນ​ການ​ເປີດ​ສັງກາດ​ໃໝ່​ແຫ່ງ​ຄວາມ​ພາກພູມ​ໃຈ ທີ່​ປະ​ເທດ​ເຮົາ​ມີ​ຖານະ​ອັນ​ສົມ​ກຽດ​ໃນ​ເວທີ​ປະຊາ​ຄົມ​ໂລກ ​ໂດຍ​ການ​ຫລຸດ​ພົ້ນ​ຈາກ​ກຸ່ມ​ປະ​ເທດ ດ້ອຍ​ພັດທະນາ.
            ການ​ເຮັດ​ວຽກ 3 ສ້າງ​ຕ້ອງ​ເປັນ​ປັດ​ໄຈ​ຊຸກຍູ້​ສົ່ງ​ເສີມ​ການ​ພັດທະນາ, ຕ້ອງ​ມີ​ແຜນການ ​ແລະ ​ໂຄງການ​ອັນ​ລະອຽດ ຕົ້ນຕໍ ​ແມ່ນ​ຢູ່​ຂັ້ນ​ເມືອງ ​ແລະ ບ້ານ. ຖ້າ​ຫາກ​ເລືອກ​ເມືອງ ​ແລະ ບ້ານ​ເປົ້າ ໝາຍບໍ່ຖືກ​ຕາມ​ເງື່ອນ​ໄຂ​ສ້າງ​ເປັນ​ເມືອງ​ເຂັ້ມ​ແຂງ, ​ເປັນ​ບ້ານ​ພັດທະນາ ​ແລະ ​ເປັນ​ຕົວ​ເມືອງ​ນ້ອຍ​ໄດ້ ກໍ​ໃຫ້​ເລືອກ​ປ່ຽນ​ແທນ​ທັນທີ, ​ໂຄງການ​ລົງທຶນ​ຂອງ​ລັດ ​ເພື່ອ​ພັດທະນາ​ຂົງ​ເຂດ​ນີ້​ໃຫ້​ມີ ໝາກຜົນ​ຕົວ​ຈິງ. ນອກຈາກ​ໂຄງ ການ​ຜະລິດ​ເປັນ​ສິນຄ້າ ​ແລະ ການ​ບໍລິການ​ທີ່​ສ້າງ​ລາຍ​ໄດ້​ໃຫ້​ປະຊາຊົນ​ແລ້ວ ກໍ​ຕ້ອງ​ມີ​ໂຄງ ການ​ອື່ນ​ທີ່​ຂຶ້ນກັບ​ສູນ​ກາງ ​ແລະ ທ້ອງ​ຖິ່ນ, ​ເມື່ອມີ​ການຈັດ​ສັນ​ໂຄງ ການ​ ຕ້ອງ​ໃຫ້​ສະ​ແດງ​ອອກ​ໃນ​ແຜນ​ພັດທະນາ​ຂອງ​ເມືອງ, ​ແຂວງທົ່ວ​ປະ​ເທດ, ​ເລີ່​ມ​ແຕ່​ສົກ​ປີ 2013-2014 ​ແຜນ 3 ສ້າງ​ຕ້ອງ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ, ລັກ​ສະນະ​ບູລິ​ມະ​ສິດ ​ແລະ ລັກ​ສະນະ​ຈຸດ​ສຸມໂດຍ​ຕິດ​ພັນ​ກັບ​ແຜນ​ອື່ນໆ, ໝາຍ​ຄວາມ​ວ່າ​ມັນ​ບໍ່​ຢູ່​ນອກ​ແຜນ, ມັນ​ຢູ່​ໃນ​ແຜ​ນພັດທະນາ​ເສດຖະ ກິດ-ສັງຄົມ​ປະ​ຈຳປີ​ທີ່​ມີ​ລັກ​ສະນະ​ຈຸດ​ສຸມ ​ແລະ ມີ​ລັກ​ສະ​ນະ​ບູລິ​ມະ​ສິດ, ຜ່ານ​ການ​ທົດ​ລອງ 3 ສ້າງ​ໃນ​ເບື້ອງຕົ້ນ​ເຫັນ​ວ່າ​ມີ​ຫລາຍ​ບັນ ຫາ​ພົ້ນ​ເດັ່ນ​ກ່ຽວ​ກັບ 3 ສ້າງ ​ຊຶ່ງ ວຽກ 3 ສ້າງ​ພວມ​ເຂົ້າ​ສູ່​ການ​ປະຕິບັດ​ຕົວ​ຈິງ ດ້ວຍ​ບັນຍາກາດ​ອັນ​ຟົດຟື້ນ ​ແລະ ​ໄດ້​ຮັບ​ການ​ສະ ໜັບສະໜູນ, ຕອບສະ​ໜອງ​ຢ່າງ​ກ້ວາງ​ຂວາງ​ຈາກ​ທົ່ວ​ພັກ ​ແລະ ທົ່ວ​ສັງຄົມ, ​ເຖິງ​ວ່າ​ໃນ​ເບື້ອງຕົ້ນ​ນີ້ຈະ​ມີ​ບັນຫາ​ດ້ານ​ຄວາມ​ເຂົ້າ​ໃຈ ​ແລະ ມີ​ອັນ​ທີ່​ເຮັດ​ບໍ່​ທັນ​ຖືກ​ໃນ​ບາງ​ດ້ານ, ​ແຕ່​ໂດຍ​ລວມ​ແລ້ວ​ເຫັນ​ວ່າວຽກງານ 3 ສ້າງ​ພວມ​ສ້າງ​ຄວາມ​ເຊື່ອ​ໝັ້ນ​ໃຫ້​ພວກ​ເຮົາ​ໃນ​ດ້ານ​ຄວາມ​ຖືກຕ້ອງ​ກໍ​ຄື​ຕໍ່​ໝາກຜົນ​ທີ່​ຈະ​ບັນລຸ​ໃນຕໍ່ໜ້າ, ອັນ ສຳຄັນ​ທີ່​ສຸດ​ທີ່​ຢາກ​ໃຫ້​ເອົາ​ໃຈ​ໃສ່​ໃນ​ສະ​ເພາະ​ໜ້າ​ແມ່ນ​ການ​ຂຶ້ນ​ແຜນ ກຳນົດ​ໂຄງການ​ຈຸດພັດທະ ນາ​ສົກ​ປີ 2013-2014 ​ແລະ ຕ້ອງ​ເຮັດ ຕິ​ດພັນ​ກັບ​ຂະ​ບວນການ​ກະກຽມ​ກອງ​ປະຊຸມ​ໃຫຍ່ 3 ຂັ້ນ​ຢູ່​ແຕ່ລະ​ທ້ອງ​ຖິ່ນ ​ແລະ ຮາກ​ຖານ​ໝາຍ​ຄວາມ​ວ່າ​ໃຫ້​ເອົາ​ຂະ​ບວນ ການ 3 ສ້າງ​ເປັນ​ບ່ອນ​ອິງ​ສຳລັບ​ການ​ສ້າງ​ບົດ​ລາຍ​ງານ​ການ​ເມືອງ, ​ເອົາ 3 ສ້າງ​ເປັນ​ໂຮງຮຽນ​ເພື່ອ​ຝຶກ​ຝົນ​ທົດ​ສອບ ​ແລະ ບຳລຸງ​ສ້າງ​ພະນັກ ງານ, ຈາກ​ນັ້ນຈຶ່ງ​ເອົາ​ພະນັກງານ​ກັບ​ທີ່​ຍູ້​ຂະ​ບວນ ການ​ 3 ສ້າງ​ກໍ​ຄື​ການ​ພັດທະນາ​ຢູ່​ທ້ອງ​ຖິ່ນ​ໃຫ້​ດຳ​ເນີນ​ໄປ​ຢ່າງ​ຕໍ່​ເນື່ອງ ​ແລະ ມີ​ຄວາມ​ຍືນ​ຍົງ.​

No comments:

Post a Comment