Ad

Ad

11 February 2013

ໜຶ່ງປີ​ຜ່ານ​ມາ​ລາວ​ໂທລະ​ຄົມສາມາດ​ປະຕິບັດໄດ້​ລື່ນ​ແຜນການ



         ໃນ​ວັນ​ທີ 8 ກຸມພາ​ນີ້ ຢູ່​ສຳ ນັກງານ​ໃຫຍ່ ບໍລິສັດ ລັດ​ວິ​ສາ​ຫະກິດ​ລາວ​ໂທລະ​ຄົມມະນາຄົມ ນະຄອນຫລວງ​ວຽງ​ຈັນ ​ໄດ້​ຈັດ​ກອງ​ປະຊຸມ​ສະ ຫລຸບ​ຜົນງານ​ປະຈຳ​ປີ 2012 ຂຶ້ນຢ່າງ​ເປັນ​ທາ​ງານ ພາຍ​ໃຕ້​ການ​ເປັນ​ປະ ທານ​ຂອງ​ທ່ານ ທັນ​ສະ​ໄໝ ກົມມະ​ສິດ ລັດຖະມົນຕີ​ຊ່ວຍ​ວ່າການ​ກະ ຊວງ​ໄປສະນີ, ​ໂທລະ​ຄົມມະນາຄົມ ​ແລະ ການ​ສື່ສານ, ທ່ານ ທອງ​ໃສ ຊານ​ໄຊ​ຍະຜູ້ອຳນວຍ ການ​ໃຫຍ່​ບໍລິສັດ​ລັດ​ວິ​ສາ​ຫະກິດ​ລາວ​ໂທລະ​ຄົມມະນາຄົມ, ຜູ້​ແທນ​ກອງ​ປະຊຸມ​ຈາກ​ສູນ​ກາງ ​ແລະ ສາຂາແຂວງ​ທົ່ວ​ປະ​ເທດ​ເຂົ້າຮ່ວມ​ທັງ​ໝົດ 325 ທ່ານ.
     ທ່ານ ທອງ​ໃສ ​ຊານ​ໄຊ​ຍະ ​ໄດ້​ຂຶ້ນຜ່ານ​ບົດ​ສະຫລຸບ​ຜົນສຳ​ເລັດ​ການ​ດຳ​ເນີນ​ທຸລະ​ກິດ ​ໃນ​ປີ 2012 ​ແລະ ທິດ​ທາງ​ແຜນການ​ປີ 2013 ​​ດັ່ງນີ້: ​ໃນ​ປີ 2012 ລາວ​ໂທລະ​ຄົມ​ໄດ້​ຂະຫຍາຍ​ຕາໜ່າງລະບົບ​ໂທ ລະ​ຄົມ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ມູນ​ຄ່າ​ທັງ​ໝົດ 12,8 ລ້ານ​ໂດ​ລາ​ສະຫະລັດ ​ແລະ ​ເປີດ​ໃຫ້​ບໍລິການ​ໂທລະສັບ​ຂ້າມ​ແດນ​ລະຫວ່າງ​ປະ
​ເທດ​ຫລາຍ​ກວ່າ 52 ບໍລິສັດ ທີ່​ໃຊ້​ໄດ້​ທັງ​ລະບົບ​ສຽງ (Voice 2G), Data (GPRS), 3G ບາງ​ປະ​ເທດ, ISMS ລະຫວ່າງ​ປະ​ເທດ. ພິ​ເສດ​ໄດ້​ເປີດ​ບໍລິການ​ໂທລະສັບ​ມື​ຖື​ແບບ​ຕື່ມ​ເງິນ​ກັບປະ​ເທດ​ໄທ, ອິນ​ໂດ​ເນ​ເຊຍ ​ແລະ ຮົງ​ກົງ. ພ້ອມ​ນັ້ນ ກໍ​ໄດ້​ຂະຫຍາຍ​ສູນ​ບໍລິ ການ​ລູກ​ຄ້າ​ໃໝ່​ສຳ​ເລັດ 8 ​ແຫ່ງ ​ແລະ ​ໄດ້​ນຳ​ເອົາ​ການ​ໃຫ້ການ​ບໍລິການ​ຊື້ຫວຍ​ຜ່ານ​ມື​ຖື​ມາ​ໃຫ້​ບໍລິການ​ລູກ​ຄ້າ. ພິ​ເສດ ລາວ​ໂທ ລະ​ຄົມ​ໄດ້​ມີ​ໂປ​ຣ​ໂມ​ຊັນ​ຄືນ​ກຳ​ໄລ​ໃຫ້​ລູກ​ຄ້າ ​ໂດຍ​ໂຄງການ​ຂູດ​ບັດ​ລຸ້ນ​ໂຊກ ​ແລະ ຫລັກ 5 ທ້າ​ຝັນ​ພາກ 2 ​ເຊິ່ງ​ໃນ​ປີຜ່ານມາ​ໄດ້​ແຈກ​ລາງວັນ​ເປັນ​ລົດ Toyota Fortuner ​ແລະ ລົດ Hyundai Accent Blue ຢ່າງ​ລະ 1 ຄັນ ​ໃຫ້​ລູກ​ຄ້າ​ຜູ້​ໂຊກ​ດີ.
    ຄຽງ​ຄູ່​ກັນນັ້ນ, ພວກ​ເຮົາ​ຍັງ​ໄດ້​ປັບປຸງ​ສູນ​ສະໜອງ​ຂໍ້​ມູນ 101 (Call Center) ​ໃຫ້​ລູກ​ຄ້າ​ສາມາດ​​ໃຊ້​ບໍລິການ​ຕະຫລອດ 24 ຊົ່ວ​ໂມງ ​ແລະ ​ໃຫ້ການ​ບໍລິ​ການ​ລູກ​ຄ້າ​ແບບ​ປະຕູ​ດຽວ (One Stop Service) ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ເຊິ່ງ​ເປັນ​ສິ່ງ​ຢັ້ງຢືນ​ວ່າ: ລາວ​ໂທ ລະ​ຄົມ​ໄດ້​ນຳ​ໃຊ້​ລະບົບ​ບໍລິຫານ​ງານ​ຄຸນ​ນະພາບມາດຕະຖານ ສາກົນ ISO 9001:2008. ມາ​ຮອດ​ປັດຈຸບັນ ລາວ​ໂທລະ​ຄົມ​ມີ​ລູກ​ຄ້າ​ນຳ​ໃຊ້​ມື​ຖື​ຕົວ​ຈິງ 1,2 ລ້ານ​​ເລກ​ໝາຍ, ​ໂທລະສັບ​ຕັ້ງ​ໂຕະ 50 ພັນ​ກວ່າ​ເລກ​ໝາຍ, ​ໂທ ລະສັບ​ວິນ​ໂຟນ 65 ພັນກວ່າ​ເລກ​ໝາຍ, ອິນ​ເຕີ​ເນັດ​ທຸກ​ລະບົບ 50 ພັນ​ກວ່າ​ລູກ​ຄ້າ. ​ໃນ​ປີ 2012 ລາວ​ໂທລະ​ຄົມ​ສາມາດ​ສ້າງ​ລາຍ​ຮັບ​ໄດ້​ທັງ​ໝົດ 975,9 ຕື້ກີບ ລື່ນ​ແຜນ ການ 7% ​ແລະ ​ເຕີບ​ໃຫຍ່​ຈາກ​ປີ 2011 ​ເຖິງ 21%, ​ໃນ​ນັ້ນ ມີ​ກຳ​ໄລ​ສຸດທິ 122,3 ຕື້ກີບ ​ເທົ່າ​ກັບ 101% ​ຂອງ​ແຜນການ ​ແລະ ການ​ເຕີບ​ໃຫຍ່​ຈາກ​ປີ 2011 ​ເຖິງ 86,8%, ມອບ​ພັນທະ ​ແລະ ​ເງິນ​ປັນ​ຜົນ​ໃຫ້​ລັດຖະບານ​ທັງ​ໝົດ 234,97 ຕື້ກີບ ລື່ນ​ແຜນການ 6,5%. ນອກຈາກ​ນັ້ນ ຍັງ​ໄດ້​ໃຫ້ການ​ອຸປະຖຳ​ຊ່ວຍ​ເຫລືອ​ອົງການ​ຈັດຕັ້ງພັກ-ລັດ ​ແລະ ສັງຄົມ ລວມມູນ​ຄ່າ​ເປັນ​ເງິນ​ທັງ​ໝົດ 2 ຕື້ກວ່າ​ກີບ.
    ສຳລັບ​ແຜນການ​ປີ 2013 ນີ້, ລາວ​ໂທລະ​ຄົມ​ຈະ​ສູ້​ຊົນ​ສ້າງ​ລາຍ​ຮັບ​ທົ່ວ​ປະ​ເທດ​ໃຫ້​ໄດ້ 1.044,3 ຕື້ກີບ, ຄາດ​ຄະ​ເນ​ກຳ​ໄລ​ສຸດທິ​ຈະ​ໄດ້​ຮັບ 148,6 ຕື້ກີບ ​ແລະຈະ​ມອບ​ ພັນທະ​ໃຫ້​ລັດຖະບານ​ຈຳນວນ 275,4 ຕື້ກີບ. ສຳລັບ​ໂຄງການ​ລົງທຶນ​ທັງ​ໝົດ 27,2 ລ້ານ​ໂດ​ລາ ​ເພື່ອ​ເລັ່ງ​ໃສ່​ພັດທະນາ​ເຄືອ​ຂ່າຍ ຄຸນ​ນະພາ​ບ, ທັນ​ສະ​ໄໝ ​ແລະ ການ​ບໍລິການ​ທີ່​ວ່ອງ​ໄວ ​ເພື່ອ​ສູ້​ຊົນ​ເພີ່ມ​ລູກ​ຄ້າ​ໃໝ່​ທຸກ​ລະບົບ​ໃຫ້​ໄດ້​ທັງ​ໝົດ 1 ແສນ​ກວ່າ​ເລກ ໝາຍ.

No comments:

Post a Comment