ມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດງານລ້ຽງສົ່ງທ້າຍປີເກົ່າ
- ຕ້ອນຮັບປີໃໝ່ (ກຸດຈີນ ແລະ ຫວຽດນາມ) ໃຫ້ແກ່ ນັກສຶກສາ ສສ ຫວຽດນາມ ແລະ ສປ ຈີນ ທີ່ສຶກສາຢູ່
ມຊ ຕາມ ປະເພນີຂອງຊາວ ຫວຽດ ນາມ ແລະ ຈີນ ເຄີຍ ປະຕິບັດກັນມາ. ພິທີມີຂຶ້ນໃນຕອນຄ່ຳຂອງວັນທີ
7 ກໍລະກົດ 2013 ຢູ່ສະໂມສອນ ໃຫຍ່ຊັ້ນໜຶ່ງມະຫາວິທະຍາໄລແຫ່ງຊາດວິທະຍາເຂດດົງໂດກ ນະຄອນຫຼວງວຽງ ຈັນ ເປັນກຽດເຂົ້າຮ່ວມໃນງານດັ່ງກ່າວມີທ່ານ ສຈ.ດຣ ສົມສີ ຍໍພັນໄຊ ຮອງອະທິການ ບໍດີມະຫາວິທະ ຍາໄລແຫ່ງຊາດ,
ຜູ້ຊີ້ນຳວຽກງານບໍລິຫານຄຸ້ມຄອງນັກສຶກສາ ມຊ, ທ່ານ ສຈ.ດຣ ລຳໄມ ພິພັກຂະວົງ ຮອງອະທິການບໍດີຫົວໜ້າຫ້ອງການສະ ຖາບັນຂົງ ຈືຕະຫຼອດຮອດຜູ້ຕາງໜ້າທູດ
ສສ ຫວຽດນາມ ແລະ ສປ ຈີນ ປະຈຳ ສປປ ລາວ, ພະນັກງານ ຄູ, ອາຈານພາຍໃນ ມຊ, ນັກສຶກສາຈາກສອງປະ ເທດດັ່ງກ່າວ
ເຂົ້າຮ່ວມກວ່າ 100 ຄົນ.ທ່ານ ສຈ.ດຣ ສົມສີ ຍໍພັນໄຊ ຮອງອະທິການບໍດີມະຫາວິທະ ຍາໄລແຫ່ງ ຊາດ
ຜູ້ຊີ້ນຳວຽກງານບໍລິຫານຄຸ້ມຄອງນັກສຶກສາ ມຊ ກ່າວວ່າ: ສສ ຫວຽດນາມ ແລະ ສປ ຈີນ ເປັນປະເທດ
ທີ່ມີວັດທະນະທຳ - ຮີດຄອງປະເພນີອັນດີງາມທີ່ເປັນເອກະລັກສະເພາະຂອງຕົນ ເອງເອກະລັກດັ່ງກ່າວໄດ້ເຊື່ອມ ໂຍງກັບວັດທະນະທຳລາວໂດຍຜ່ານການພົວພັນ,
ແລກປ່ຽນ ແລະ ຖອດຖອນບົດຮຽນກັບ ການສຶກສາລາວ. ໂອກາດດັ່ງກ່າວ, ຮອງອະທິການບໍດີໄດ້ຕາງໜ້າໃຫ້ຄະນະນຳ ມຊ, ພະນັກງານຄູ,
ອາຈານ ແລະ ນັກສຶກ ສາລາວຮຽກຮ້ອງໃຫ້ນັກສຶກສາ ສສ ຫວຽດນາມ ແລະ ສປ ຈີນ ຈົ່ງຕັ້ງໃຈສຶກສາຮ່ຳຮຽນ
ແລະ ປະກອບສ່ວນ ເຂົ້າໃນການເສີມຂະຫຍາຍສາຍພົວພັນອັນດີງາມລະຫວ່າງ ສປປ ລາວ - ສສ ຫວຽດນາມ
ແລະ ສປປ ລາວ - ສປ ຈີນ ທີ່ເປັນມູນເຊື້ອ ມາແຕ່ດົນນານນັ້ນໃຫ້ຍືນຍົງຄົງຕົວຢູ່ຄູ່ຊາວລາວ,
ຫວຽດນາມ ແລະ ຈີນຕະຫຼອດໄປ ພ້ອມອວຍພອນໃຫ້ນັກສຶກສາທັງສອງ ປະເທດຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສຳເລັດໃນໜ້າ ທີ່ການ ຮຽນ. ພາຍຫຼັງກ່າວຄຳອວຍພອນຂອງທ່ານຮອງ ອະທິ ການບໍດີຕົວແທ່ນນັກສຶກສາຈາກທັງ
ສສ ຫວຽດນາມ ແລະ ສປ ຈີນ ກໍໄດ້ກ່າວຮັບ ແລະ ສະແດງຄວາມຂອບໃຈຕໍ່ ຄະນະນຳ ມຊ, ພະນັກງານຄູ,
ອາຈານ ແລະ ເພື່ອນນັກສຶກສາລາວທີ່ໃຫ້ການເບິ່ງແຍງ ແລະ ໃຫ້ຄວາມເປັນມິດພ້ອມ ກ່າວ ຢ້ຳວ່າ:
ສປປ ລາວ ເປັນປະເທດ ເພ່ືອນມິດ ແລະ ອ້າຍນ້ອງທີ່ມີມູນເຊື້ອສາຍພົວພັນອັນດີງາມກັບ ສສ ຫວຽດນາມ
ແລະ ສປ ຈີນ. ໃນຖານະນັກສຶກສາຕ່າງ ແດ່ນຈາກ ສສ ຫວຽດນາມ ແລະ ສປ ຈີນ ຈະຕັ້ງໜ້າສຶກສາຮ່ຳ ຮຽນ,
ເອົາຄວາມຮູ້, ຄວາມສາ ມາດ ແລະວັດທະນະທຳລາວພ້ອມຖືເອົາໂອກາດດັ່ງກ່າວຈະຕັ້ງໜ້າປະກອບສ່ວນ ເຂົ້າໃນການເສີມ ຂະຫຍາຍສາຍພົວອັນດີງາມກັບ
ສປປ ລາວ ທີ່ເປັນມູນເຊື້ອມາແຕ່ດົນນານນັ້ນໃຫ້ຍື່ນຍົງຄົງຕົວຢູ່ຄູ່ຊາດລາວ, ຫວຽດນາມ ແລະ
ຈີນຕະຫຼອດໄປ.
No comments:
Post a Comment