ໃນວັນທີ 26 ກຸມພານີ້,ຄະນະ ອຳນາດການປົກ ຄອງ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງ ຈັນ ພ້ອມດ້ວຍສື່ມວນຊົນຈາກພາກສ່ວນຕ່າງໆ ໄດ້ລົງຕິດຕາມຄວາມ ຄືບ ໜ້າໂຄງການກໍ່ສ້າງ
ແລະປັບປຸງທາງຊຸມຊົນໃນເຂດ ເມືອງ ສີໂຄດຕະບອງ ໂດຍສະເພາະແມ່ນເສັ້ນທາງແຕ່ບ້ານສີໄຄທ່ົງຫາໜ້າສະໜາມບິນວັດໄຕ
ທີ່ຮັບເໝົ່າກໍ່ສ້າງໂດຍບໍລິສັດຄູນເມືອງກໍ່ສ້າງຂົວທາງຈຳກັດ.
ໃນໂອກາດດັ່ງກ່າວ,ທ່ານ ຄຳຫຼ້າ ອ່ອນສະຫວັນ
ປະທານບໍລິສັດທີ່ຮັບເໝົາກໍ່ສ້າງເສັ້ນທາງ ດັ່ງກ່າວ ກ່າວວ່າ:ໂຄງການກໍ່ສ້າງເສັ້ນທາງດັ່ງກ່າວແມ່ນເລີ່ມຈາກຕະຫຼາດສີໄຄທົ່ງຫາຮົ້ວສະໜາມບິນສາກົນວັດໄຕ
ເລີ່ມລົງມືປະຕິບັດມາແຕ່ວັນທີ 1 ມັງ ກອນ 2013 ,ເປັນເສັ້ນທາງ ເບຕົງເສີມເຫລັກມີຄວາມຍາວ1.400
ແມັດ,ກວ້າງ 6 ແມັດ ແລະ ມີຮອງລະບາຍນ້ຳທັງສອງຟາກທາງ.ປັດຈຸບັນ,ການກໍ່ສ້າງມີຄວາມຄືບໜ້າປະມານ
30 % ແລະ ຄາດວ່າຈະສຳເລັດກ່ອນລະດູຝົນທີ່ຈະມາເຖິງ.
ປະທານບໍລິສັດດັ່ງກ່າວ ບອກ ວ່າ: ສະພາບການກໍ່ສ້າງໃນປັດ
ຈຸບັນແມ່ນດຳເນີນໄປດ້ວຍຄວາມຫຍຸ້ງຍາກ ເນື່ອງຈາກເປັນທາງຮ່ອມນ້ອຍ ເຊິ່ງສ້າງຄວາມລຳ
ບາກຕໍ່ການສັນຈອນຂອງປະຊາ ຊົນທີ່ຢູ່ໃນເຂດບໍລິເວນດັ່ງກ່າວ ນອກນັ້ນສະພາບອາກາດທີ່ຮ້ອນເອົ້າ,ການຄົ້ນຫາຈຸດທໍ່ນ້ຳປະປາ
ແລະ ຍ້າຍເສົາໄຟຟ້າຕ່າງໆກໍ ເປັນອີກອຸປະສັກໜຶ່ງທີ່ເຮັດໃຫ້ ການດຳເນີນງານມີຄວາມຊັກຊ້າ.ແຕ່ເຖິງແນວໃດກໍຕາມ,ທາງບໍລິສັດກໍຈະພະຍາຍາມສູ້ຊົນເຮັດໃຫ້ໂຄງການດັ່ງກ່າວສຳເລັດຕາມແຜນການກຳ
ນົດໄວ້ ເພື່ອອຳນວຍຄວາມສະດວກໃຫ້ແກ່ການສັນຈອນຂອງປະຊາຊົນ.
ທ່ານ ບຸນມາ ປ່ຽງປັນຍາ ຮອງເຈົ້າເມືອງເມືອງ
ສີໂຄດຕະ ບອງ ກ່າວວ່າ: ເມືອງ ສີໂຄດຕະ ບອງເປັນໜຶ່ງໃນບັນດາເມືອງ ຕ່າງໆຂອງນະຄອນຫຼວງວຽງ
ຈັນ ທີ່ມີການຂະຫຍາຍຕົວທາງດ້ານເສດຖະກິດໄວພໍສົມຄວນ ໂດຍສະເພາະແມ່ນໃນໄລຍະ
4- 5 ປີມານີ້ ຂະແໜງການຕ່າງໆຂອງເມືອງໄດ້ນັບມື້ນັບມີການຂະ ຫຍາຍຕົວ.ດັ່ງນັ້ນ,ເມືອງຈຶ່ງວາງແຜນການພັດທະ
ນາພື້ນຖານໂຄງລ່າງຕ່າງໆໂດຍເອົາການບູລະນະ ແລະ ຟື້ນຟູເສັ້ນທາງຄົມມະນາຄົມເປັນປັດໄຈສ
ຄັນທີ່ຊຸກຍູ້ໃຫ້ການເຕີບໂຕຂອງເສດຖະກິດ ເຊິ່ງໃນປັດຈຸບັນທາງເມືອງມີຫຼາຍໂຄງການທີ່ກ່ຽວພັນກັບການປັບປຸງ
ແລະ ກໍ່ສ້າງເສັ້ນ ທາງຄົມມະນາຄົມໃນນັ້ນ ໂຄງ ການກໍ່ສ້າງເສັ້ນທາງດັ່ງກ່າວ ເປັນໜຶ່ງໃນ
19 ໂຄງການທີ່ນອນຢູ່ໃນ 6 ບ້ານ ຂອງເມືອງສີໂຄດຕະບອງ ເຊິ່ງເປັນແຜນການພັດ ທະນາພື້ນຖານໂຄງລ່າງເສດຖະ
ກິດຂອງເມືອງ ທີ່ແນໃສ່ເຮັດໃຫ້ພໍ່ແມ່ປະຊາຊົນໄດ້ມີຄວາມສະດວກຕໍ່ການສັນຈອນໄປມາ,ໂຄງການດັ່ງກ່າວມີມູນຄ່າກໍ່ສ້າງປະມານ
13 ຕື້ກວ່າກີບ ໃນນັ້ນ ທຶນລັດຖະບານ 70% ແລະ ປະຊາຊົນປະ ກອບສ່ວນ30% ໂດຍໂຄງການຕ່າງໆທັງໝົດນີ້ຈະໃຫ້ສຳເລັດກ່ອນປີ
2014 ເຊິ່ງພາຍຫຼັງສຳເລັດແລ້ວ ຫວັງວ່າເສັ້ນທາງດັ່ງ ກ່າວ ຈະຊ່ວຍຊຸກຍູ້ໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວ.

No comments:
Post a Comment