ພິທີເປີດໂຮງງານນ້ຳຕານ ແລະ ສູນໄຟຟ້າໃຊ້ຄວາມຮ້ອນ,
ໂຮງງານປຸງແຕ່ງຢາງພາລາ ຮວ່າງແອງ-ອັດຕະປື ແລະ ວາງສີລາເລີກໂຄງການກໍ່ສ້າງສຳນັກງານຂອງທະນາຄານຮ່ວມທຸລະກິດ
ລາວ-ຫວຽດນາມ ສາຂາອັດຕະປື ໄດ້ມີຂຶ້ນໃນວັນທີ 25 ກຸມພານີ້ ຢູ່ແຂວງດັ່ງກ່າວ
ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງ ສປປ
ລາວ, ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານເສດຖະກິດ
ທັງເປັນປະທານຄະນະກຳມາທິ ການຮ່ວມມື ລາວ-ຫວຽດນາມ ແລະ ທ່ານ ຫງວຽນ ຊວນ ຟຸກຮອງນາຍົກລັດຖະ ມົນຕີ,
ປະທານ ຄະນະກຳມາທິການຮ່ວມມື ຫວຽດນາມ-ລາວ ແລະ ແຂກຂັ້ນ ສູງຂອງ ລາວ ແລະ ຫວຽດນາມ
ເຂົ້າຮ່ວມເປັນຈຳນວນຫລາຍ.
ໂຮງງານນ້ຳຕານ ແລະ ສູນໄຟຟ້າໃຊ້ຄວາມຮ້ອນ
ເຂດອຸດສາ ຫະກຳຮວ່າງແອງ-ອັດຕະປື ໄດ້ມີການວາງສີລາເລີກການກໍ່ສ້າງໃນວັນທີ
22 ພະຈິກ 2011, ແຕ່ນັ້ນ ມາ ກໍໄດ້ມີການພັດທະນາເນື້ອທີ່ປູກອ້ອຍ 6 ພັນເຮັກຕາ
ສຳລັບໃຫ້ບໍລິສັດ ແລະ ອີກ 6 ພັນເຮັກຕາ ສຳລັບໃຫ້ປະຊາຊົນເປັນຜູ້ປູກ ແລະ ໂຮງງານແຫ່ງນີ້ມີກຳລັງການຜະລິດ
7 ພັນໂຕນຕໍ່ມື້, ສ່ວນໂຮງງານໄຟຟ້າພະລັງງານຄວາມຮ້ອນ ໂດຍຈະນຳໃຊ້ເສດຂີ້ອ້ອຍຈາກໂຮງງານແລ້ວນຳມາຜະລິດເປັນພະລັງງານໄຟຟ້າໃນກຳລັງຕິດຕັ້ງ
30 ເມກາວັດ, ກໍ່ສ້າງໂຮງ ງານຜະລິດເອຕາໂນນ ທີ່ມີກຳລັງຜະລິດ 30 ພັນໂຕນຕໍ່ປີ
ຈາກກາກນ້ຳຕານທີ່ເຫລືອຈາກຂະບວນ
ການຜະລິດ ແລະ ໂຮງງານຜະ ລິດຝຸ່ນຊີວະພາບ
ທີ່ສາມາດຜະ ລິດໄດ້ 50 ພັນໂຕນຕໍ່ປີ. ປັດຈຸບັນ ໄດ້ສຳເລັດການປູກອ້ອຍຫລາຍກວ່າ
5 ພັນເຮັກຕາ ໃນ 4 ເມືອງຂອງແຂວງອັດຕະປື ແລະ ຈະຂະ ຫຍາຍໃຫ້ໄດ້ຕາມເປົ້າໝາຍໃນປີນີ້
ເຊິ່ງການລົງທຶນມາທັງໝົດ ຄິດເປັນມູນຄ່າ 87,8 ລ້ານໂດລາສະຫະລັດ.
ສຳລັບໂຮງງານປຸງແຕ່ງຢາງ ພາລາ ມີກຳລັງການຜະລິດ
25 ພັນໂຕນຕໍ່ປີ ເປັນຜະລິດຕະພັນຢາງກ້ອນ ໃນມູນຄ່າການລົງທຶນ 9 ລ້ານໂດລາສະຫະລັດ
ແລະ ໄດ້ສ້າງເປັນໂຮງງານທີ່ມີເຕັກໂນໂລຊີທີ່ທັນສະໄໝທີ່ສຸດ ເຊິ່ງນັບແຕ່ປີ
2005 ຮວ່າງແອງຢາລາຍ ໄດ້ມີການຄົ້ນຄວ້າສຳຫລວດ ແລະ ເລີ່ມປູກຢາງພາລາຢູ່ລາວ
ໃນປີ 2007 ແລະໄດ້ເລີ່ມຂະຫຍາຍ ເນື້ອທີ່ປູກຢູ່ ສສ ຫວຽດນາມ ແລະ ກຳປູເຈຍ ບັນລຸໄດ້
44 ພັນເຮັກຕາ ໃນທ້າຍປີ 2012, ໃນນັ້ນ ຢູ່ ສປປ ລາວ ມີເຖິງ 25 ພັນເຮັກ ຕາ ເຊິ່ງສາມາດສ້າງວຽກເຮັດງານທຳໄດ້ເຖິງ
15 ພັນຄົນ ແລະ ສ້າງລາຍຮັບຈາກການຂາຍສິນ ຄ້າມູນຄ່າຫລາຍຮ້ອຍລ້ານໂດລາສະຫະລັດ,
ແຕ່ຖ້າຕົ້ນຢາງພາລາທັງໝົດສາມາດເລີ່ມປາດຢາງໄດ້ ກໍຈະສາມາດຜະລິດໄດ້ 1 ແສນໂຕນຕໍ່ປີ
ແລະ ຈະສ້າງລາຍຮັບໄດ້ລາຍກວ່າ 300 ລ້ານໂດລາສະ ຫະລັດຕໍ່ປີ.
ດ້ານທະນາຄານຮ່ວມທຸລະກິດ ລາວ-ຫວຽດນາມ ສາຂາອັດຕະປື
ແມ່ນໄດ້ຮັບການສ້າງຕັ້ງມາແລ້ວ ໃນວັນທີ 22 ພະຈິກ 2012 ດ້ວຍສຳນັກງານນ້ອຍຊັ້ນດຽວ
1 ຫລັງ, ແຕ່ຈາກຜົນສຳເລັດຂອງການດຳເນີນທຸລະກິດໃນໜຶ່ງປີ ກວ່າຜ່ານມາ ມີຍອດຊັບສິນ
ແລະ ແຫລ່ງທຶນເກືອບ 20 ລ້ານໂດລາ ທັງຍອດໜີ້ສິນເຊື່ອ 17 ລ້ານໂດລາ ເຮັດໃຫ້ທຸລະກິດມີຜົນກຳໄລ
1 ແສນກວ່າໂດລາ. ພິເສດເປັນສ່ວນໜຶ່ງຊ່ວຍກະຕຸກຊຸກຍູ້ສາຍພົວພັນດ້ານເສດຖະກິດລະ
ຫວ່າງ ລາວ- ຫວຽດນາມຂະຫຍາຍຕົວຢ່າງເຂັ້ມແຂງ ອັນມີຫລາຍໂຄງການຂະໜາດໃຫຍ່ທີ່ລົງທຶນໃນຂົງເຂດຕ່າງໆເປັນຕົ້ນໂຄງການກໍ່ສ້າງເຂື່ອນໄຟຟ້າ,
ໂຄງການປູກຕົ້ນໄມ້ ແລະ ປຸງແຕ່ງໄມ້ອຸດສາຫະກຳ, ຂຸດຄົ້ນບໍ່ແຮ່, ໂຄງການກໍ່ສ້າງພື້ນຖານໂຄງລ່າງອື່ນໆຂອງບັນດານັກລົງທຶນຫວຽດນາມທີ່ໄດ້ດຳເນີນກິດຈະການ
ແລະ ພວມຜັນຂະຫຍາຍຢູ່ລາວໄດ້ມີບັນຍາກາດຟົດຟື້ນ. ດັ່ງນັ້ນການຂະຫຍາຍທະນາຄານຮ່ວມທຸລະກິດ
ລາວ- ຫວຽດນາມ ສາຂາອັດຕະປືຂຶ້ນ ຢູ່ເມືອງສາມັກຄີໄຊແຫ່ງນີ້ ຍິ່ງຈະເພີ່ມສິ່ງອຳນວຍຄວາມສະດວກໃຫ້ແກ່ການຂະຫຍາຍໂຄງການລົງທຶນຕ່າງໆຢູ່ເຂດພາກໃຕ້ລາວພົ້ນເດັ່ນຂຶ້ນ.
ໂອກາດດຽວກັນນີ້, ຮອງນາ ຍົກລັດຖະມົນຕີ ສົມສະຫວາດ
ເລັ່ງສະຫວັດ ກໍມີຄຳເຫັນວ່າ: ຜົນສຳເລັດຂອງກຸ່ມບໍລິສັດຮວ່າງແອງຢາລາຍສະແດງໃຫ້ເຫັນເຖິງບົດຮຽນຫລາຍຢ່າງ
ທັງເປັນຕົວແບບທີ່ດີໃຫ້ແກ່ການລົງທຶນຂອງຫວຽດນາມຢູ່ລາວ. ສະນັ້ນ ສິ່ງທີ່ຄວນຖອດຖອນບົດຮຽນນຳບໍລິສັດດັ່ງກ່າວ
ມີຄື 1. ກຸ່ມບໍລິສັດທີ່ຈະມາລົງທຶນຕ້ອງເປັນກຸ່ມບໍລິ ສັດທີ່ມີຄວາມສາມາດທາງດ້ານທຶນຮອນ
ແລະ ດ້ານການດຳເນີນທຸລະກິດ, ຕ້ອງມີຄວາມຕັດສິນໃຈສູງ ບໍ່ເຫັນແຕ່ຜົນປະໂຫຍດຂອງຕົນສະເພາະໜ້າ
ຕ້ອງເຫັນຜົນປະໂຫຍດອັນຍາວນານ ຕ້ອງເປັນຜູ້ກ້າຄິດ, ກ້າເຮັດ, ກ້ານຳໃຊ້ເຕັກໂນໂລຊີທີ່ທັນສະໄໝຂອງໂລກເຂົ້າໃສ່ການຜະລິດ.
2. ການລົງ ທຶນຕ້ອງມີຈຸດສຸມ, ຄົບວົງຈອນ. 3. ຕ້ອງປະສານສົມທົບຢ່າງແໜ້ນແຟ້ນກັບບັນດາຂະແໜງການສູນກາງ
ແລະ ທ້ອງຖິ່ນ ທັງລາວ ແລະ ຫວຽດນາມ ແລະ ຕ້ອງຕິດພັນກັບຮາກຖານ-ປະຊາຊົນ ນຳເອົາຜົນປະໂຫຍດຕົວຈິງມາໃຫ້ປະຊາຊົນ.
4. ຕ້ອງມີການຊ່ວຍເຫລືອຢ່າງແຂງແຮງ ແລະ ທັນການຈາກທະນາຄານ ແລະ ບັນ ດາສະຖາບັນການເງິນ,
ຮອງນາ ຍົກ ກ່າວເນັ້ນວ່າ: ມາເຖິງປັດຈຸ ບັນນີ້, ຮວ່າງແອງຢາລາຍ ໄດ້ສຳເລັດໂຄງການລົງທຶນຂອງຕົນໃນບາດກ້າວທີ່ສຳຄັນແລ້ວ
ແລະ ບໍລິສັດຍັງຈະໄດ້ເຄື່ອນໄຫວທຸລະກິດຢູ່ປະເທດລາວເປັນເວລາຍາວນານ ຈຶ່ງມີຄຳເຫັນຕື່ມບາງບັນ
ຫາຄື 1. ສະເໜີໃຫ້ກຸ່ມບໍລິສັດເອົາໃຈໃສ່ປະຕິບັດກົດໝາຍຂອງ ສປປ ລາວ ເປັນຕົ້ນກົດໝາຍວ່າດ້ວຍສິ່ງແວດລ້ອມ,
ໃຫ້ເອົາໃຈໃສ່ປະຕິບັດຕາມທິດທາງທີ່ວ່າ: ພັດ ທະນາການກະສິກຳແບບຍືນຍົງ ແລະ
ເປັນມິດຕໍ່ສິ່ງແວດລ້ອມທາງທຳມະຊາດ ແລະ ສັງຄົມ. 2. ສະເໜີໃຫ້ສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນກັບບັນດາຂະແໜງການສູນກາງ
ແລະ ທ້ອງຖິ່ນຂອງລາວ ແລະ ຫວຽດ ນາມ. ພ້ອມກັນນັ້ນ
ກໍເອົາໃຈໃສ່ປະສານສົມທົບຢ່າງເປັນປະຈຳກັບອຳນາດການປົກຄອງທ້ອງຖິ່ນ ແລະ ຮາກຖານ.
ພ້ອມນີ້ ກໍຮຽກຮ້ອງເຖິງການນຳຂອງຫວຽດນາມສືບຕໍ່ຮ່ວມມືກັບຝ່າຍລາວ ແລະ ກຸ່ມບໍລິສັດຮວ່າງແອງຢາລາຍ
ເພື່ອເຮັດໃຫ້ການລົງທຶນໄດ້ດຳເນີນໄປຕາມເປົ້າໝາຍທີ່ວາງໄວ້.

No comments:
Post a Comment