Ad

Ad

28 February 2013

ເຊັນສັນຍາພັດທະນາໂຄງການເຂື່ອນໄຟຟ້າຂະຫນາດນ້ອຍ 13 MW ເຊເສັດ-ແກ້ງຊັບ



     ໃນວັນທີ 25 ກຸມພາ, ຢູ່ຫ້ອງປະຊຸມສະໂມສອນໃຫຍ່ຂອງແຂວງສາລະວັນ ໄດ້ມີພິທີເຊັນບົດບັນທຶກຊ່ວຍຈຳ (MOU) ກ່ຽວກັບການພັດທະນາໂຄງການ ເຂື່ອນໄຟຟ້າພະລັງງານຂະໜາດນ້ອຍ 13 MW ເຊເສັດ-ແກ້ງຊັນ ລະຫວ່າງທ່ານ ບຸນເຮັງ ໄຊຍະແສນ ຮອງຫົວໜ້າພະແນກແຜນ ການ ແລະ ການລົງທຶນແຂວງສາ ລະວັນ, ທ່ານ ບຸນມາ ແກ້ວອ່ອນສາ ຫົວໜ້າ ພະແນກພະລັງງານ- ບໍ່ແຮ່ແຂວງ ແລະ ທ່ານນາງ ສຸກ ສະຫວັນ ຄຳສະຫວັນສຸກ ປະທານບໍລິສັດໂຊກໄຊສະຫວັນສົ່ງເສີມ ກະສິກຳຂາອອກ-ຂາເຂົ້າຈຳກັດ ໂດຍມີພະແນກການຕ່າງໆທີ່ກ່ຽວຂ້ອງຕະຫລອດຮອດເຈົ້າເມືອງ ແລະ ຮອງເຈົ້າເມືອງທັງ 2 ເມືອງ ເມືອງສາລະວັນ ແລະ ເມືອງວາປີ ເຂົ້າຮ່ວມ 20 ກວ່າ ທ່ານ.
    ທ່ານນາງ ສຸກສະຫວັນ ຄຳສະຫວັນສຸກ ປະທານບໍລິສັດໂຊກໄຊ ສະຫວັນສົ່ງເສີມກະສິກຳຂາ ອອກ-ຂາເຂົ້າຈຳກັດ ໄດ້ຂຶ້ນຜ່ານ ບົດລາຍງານໂດຍຫຍໍ້ຂອງໂຄງການສຶກສາສຳຫລວດເຂື່ອນໄຟຟ້າເຊເສັດ-ແກ້ງຊັນພາຍຫລັງທີ່ ບໍລິສັດເຊັນ ບົດບັນ ທຶກຄວາມເຂົ້າໃຈ (MOU) ໃນວັນທີ 24 ກຸມພາ 2011, ທາງບໍລິສັດກໍໄດ້ລົງສຳຫລວດສຶກສາຄວາມເປັນໄປໄດ້ຂອງໂຄງ
ການ, ໂຄງການດັ່ງ ກ່າວແມ່ນກວມເອົາ 2 ເມືອງ ຄືເມືອງສາລະວັນ ແລະ ເມືອງວາປີ, ມີ 4 ບ້ານ ຄືບ້ານໜອງໂພ, ໂນນສະ ຫວັນ, ບຶງຂາມ ແລະ ບ້ານໜອງບົວ, ມີຫົວງານເຂື່ອນຜັນນ້ຳ ແລະ ອ່າງເກັບນ້ຳຕັ້ງຢູ່ ບໍລິເວນປາກຫ້ວຍຕະປຸງ ເຂດ ບ້ານ ໜອງໂພ ເມືອງວາປີ, ມີຄອງສົ່ງນ້ຳຍາວ 3.400 ແມັດ, ພື້ນລຸ່ມກວ້າງ 8 ແມັດ, ພື້ນເທິງ 10 ແມັດ, ທໍ່ຄວາມດັນຍາວ 284 ແມັດ, ເສັ້ນຜ່າສູນກາງທໍ່ 5,5 ແມັດ, ເຮືອນຈັກແມ່ນຕັ້ງຢູ່ເຂດ ບ້ານໂນນສະຫວ່າງ ເມືອງວາປີ.
    ເຂື່ອນດັ່ງກ່າວມີເນື້ອທີ່ອ່າງ ໂຕ່ງນ້ຳຝົນທັງໝົດ 1 ພັນກວ່າກິໂລຕາແມັດ, ເນື້ອທີ່ອ່າງເກັບນ້ຳ 156,4 ເຮັກຕາ, ມີການກໍ່ສ້າງ ຫົວງານນ້ຳຜັນສູງ 14 ແມັດ, ຍາວ 1.268 ແມັດ, ເປັນເຂື່ອນຄອນກີດ ເສີມເຫລັກຍາວ 68 ແມັດ ແລະ ຄູ ກັນນ້ຳຍາວ 1.200 ແມັດ, ສັນ ເຂື່ອນມີຄວາມກວ້າງ 6 ແມັດ, ລະດັບສູງຂອງນ້ຳຕົກເພື່ອຜະລິດ ໄຟຟ້າ 25 ແມັດ, ປະລິມານນ້ຳ ຈາກການອອກແບບ 65 ແມັດ ກ້ອນຕໍ່ວິນາທີ, ມີເຄື່ອງຈັກປັ່ນໄຟ ຟ້າ 2 ເຄື່ອງ ເຄື່ອງລະ 6,5 ເມກາ ວັດ ລວມກຳລັງຕິດຕັ້ງ 13 ເມກາວັດ ສາມາດຜະລິດພະລັງງານໄຟຟ້າໄດ້ 42, 96 GWh ແລະ ມີມູນຄ່າການກໍ່ສ້າງ 37,5 ລ້ານກວ່າ ໂດລາສະຫະລັດ.

No comments:

Post a Comment