ໂຄງການກໍ່ສ້າງອະນຸສາວະລີ ແລະ ຫໍມູນເຊື້ອ ປະທານ
ໄກສອນ ພົມວິຫານ ໄດ້ສ້າງຂຶ້ນຢູ່ບ້ານວັງຊຽງ ເທສະບານເມືອງ ໂພນທອງ ແຂວງຫລວງພະບາງ ເຊິ່ງເລີ່ມລົງມືກໍ່ສ້າງມາແຕ່ວັນທີ
30 ມິຖຸນາ 2012 ເປັນຕົ້ນມາ ຈົນເຖິງວັນ ທີ 25 ກຸມພານີ້ ໄດ້ສຳເລັດຕາມຄາດໝາຍ.
ການກໍ່ສ້າງອະນຸສາວະລີປະ ທານ ໄກສອນ ພົມວິຫານ ມູນຄ່າ
2 ຕື້ກວ່າກີບ ແລະ ຫໍວາງສະແດງ ມູນເຊື້ອ ມູນຄ່າ 1 ຕື້ກວ່າກີບ ໃນ ເນື້ອທີ່ 30 x 45 ແມັດ.
ໂຄງການ ແມ່ນສຳເລັດ 100% ໂດຍປະຕິ ບັດຕາມການຕົກລົງຂອງເຈົ້າ ແຂວງ, ຄະ ນະຮັບຜິດຊອບອະນຸ
ສາວະລີ ແຂວງຫລວງພະບາງ ແລະ ເມືອງໂພນທອງ. ມາຮອດວັນທີ 26 ກຸມພານີ້, ຄະນະອຳນາດ ການປົກຄອງທຸກພາກສ່ວນຈຶ່ງໄດ້ຈັດພິທີມອບ-ຮັບ,
ອັງເຊີນ ແລະ ສະຖິດຮູບຫລໍ່ປະທານ ໄກສອນ ພົມວິຫານ ຂະໜາດ 0,75 ແມັດ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ
ຂຶ້ນສະຖິດສູ່ແທ່ນຕັ້ງ ແລະ ພິທີດັ່ງກ່າວແມ່ເຫດການ ທີ່ມີຄວາມໝາຍຄວາມສຳຄັນທາງປະຫວັດສາດ.
ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນຂອງເມືອງໂພນທອງ. ຈາກນັ້ນ ກໍມີພິທີມອບ-ຮັບໂຄງການກໍ່ສ້າງຄືນໃຫ້ແກ່ເຈົ້າຂອງໂຄງການ
ລະຫວ່າງບໍລິສັດຊຳເໜືອກໍ່ສ້າງເຄຫາສະຖານ ເປັນຜູ້
ຮັບເໝົາກໍ່ສ້າງຕາງໜ້າເຊັນມອບໂດຍທ່ານ
ໄມວຽງ ວັນດາລາ ຫົວໜ້າບໍລິສັດ ຊຳເໜືອກໍ່ສ້າງ ແລະ ເຊັນຮັບ ໂດຍທ່ານ ອຸ່ນ ເຮືອນ ຈັນທະຫົງ
ຫົວໜ້າຄະນະຮັບຜິດຊອບອະນຸສາວະລີແຂວງ ເຊິ່ງແມ່ນເຈົ້າຂອງໂຄງການ. ຈາກນັ້ນ, ເຈົ້າຂອງໂຄງການ
ກໍເຊັນມອບໃຫ້ເຈົ້າເມືອງຕໍ່ໂດຍແມ່ນທ່ານ ສົມມາລີ ຄຳເກັ່ງ ເຈົ້າເມືອງໂພນທອງ ເປັນຜູ້ຮັບເອົາໄປຊົມໃຊ້ຕໍ່ໄປ.
ຫລັງສຳເລັດ ແລ້ວ ກໍໄດ້ມີພິທີທາງສາສະໜາ ເຊິ່ງໄດ້ສູດຊຳຮະ ແລະ ສູດປະຕິລະມຸງຄຸນ. ໃນພິທີມີທ່ານ
ຄຳດົວ ເຢຍກົວນຳເຮີ ວ່າງ ຮອງ ເລຂາພັກແຂວງ, ມີເຈົ້າເມືອງໂພນທອງ, ຫົວໜ້າຄະນະຮັບຜິດຊອບອະນຸສາວະລີ
ແຂວງ, ຫົວໜ້າບໍລິສັດຮັບເໝົາກໍ່ສ້າງ ພ້ອມດ້ວຍຫົວໜ້າ, ຮອງຫົວໜ້າຫ້ອງການຕ່າງໆພາຍໃນເມືອງ
ແລະ ອຳນາດການປົກຄອງທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງ ເປັນຂະ ບວນຟົດຟື້ນເຕັມໄປດ້ວຍບັນຍາກາດທີ່ເບີກບານມ່ວນຊື່ນທີ່ທາງເມືອງໄດ້ມີອະນຸສາວະລີ
ແລະ ຫໍມູນເຊື້ອໄວ້ໃຫ້ຄົນຮຸ່ນສືບ ທອດໄດ້ສຶກສາເອົາບົດຮຽນອັນດີງາມ ແລະ ພາລະກິດສິນທຳປະຕິວັດໃນສະໄໝກ່ອນມາຜັນຂະຫຍາຍໃນການສ້າງສາປະ
ເທດ ຊາດໃຫ້ຈະເລີນຍິ່ງໆຂຶ້ນໄປເປັນກ້າວໆ.
No comments:
Post a Comment