Ad

Ad

28 February 2013

ຫນຶ່ງປີຜ່ານມາກາແດງຊ່ວຍບັນເທົາທຸກປະຊາຊົນເກືອບ 2 ພັນຄອບຄົວ



     ການ​ເຄື່ອນ​ໄຫວ​ປະຕິບັດ​ວຽກງານຂອງ​ອົງການ​ກາ​ແດງ​ລາວ ໃນ​ປີ 2012 ຜ່ານ​ມາ ສາມ​າດຊ່ວຍ​ເຫ​ລື​ອບັນ​ເທົາ​ທຸກ​ໃຫ້​ແກ່​ປະຊາຊົນ​ຜູ້​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພພິ ບັດ​ຕ່າງໆ​ເປັນຕົ້ນ​ໄພ​ນ້ຳ​ຖ້ວມ, ລົມພາຍຸ, ດິນ​ເຊາະ​ເຈື່ອນ ແລະ ອື່ນໆ ໄດ້ທັງໝົດ 1.880 ຄອບຄົວ, 11.558 ຄົນ ໂດຍໄດ້ສະໜອງເຂົ້າ ສານ ແລະ ເກືອ ຈຳນວນ 46.525 ກິໂລ ມູນຄ່າ 1,7 ຕື້ກວ່າກີບ.
     ຂະນະດຽວກັນໄດ້ມີການຊ່ວຍກໍ່ສ້າງນ້ຳລິນໃຫ້ຊຸມຊົນຈຳນວນ 29 ແຫ່ງ, ສ້ອມແປງ 24 ແຫ່ງ, ມີຜູ້ໄດ້ຮັບຜົນປະໂຫຍດ 15.724 ຄົນ ມູນຄ່າ 3,6 ຕື້ກວ່າ ກີບ; ກໍ່ສ້າງນ້ຳບາດານ 2 ບໍ່ໃນ ສອງບ້ານ ມູນຄ່າ 100 ລ້ານກີບ, ກໍ່ສ້າງວິດຖ່າຍໄດ້ທັງໝົດ 3.452 ແຫ່ງ, ມີຜູ້ໄດ້ຮັບປະໂຫຍດ 23.796 ຄົນ ມູນຄ່າ 1,5 ຕື້ກວ່າກີບ. ພ້ອມນີ້ ໄດ້ຈັດຊຸດອົບຮົມພະຍາບານໃ ຫ້ອາສາສະໝັກໄດ້ 425 ຄົນ, ເປັນຍິງ 151 ຄົນ ແລະ ຊ່ວຍ ເຫລືອຜູ້ຖືກອຸປະຕິເຫດເທິງຖະໜົນໄດ້ 152 ຄົນ. ກາ​ແດງ​ລາວ​ ຍັງ​ໄດ້​ເຄື່ອນ​ໄຫວ​ປຸກລະດົມ​ຮັບ​ບໍ ລິຈາກ​ເລືອດຮ່ວມ​ກັບ​
ພາກສ່ວນ​ຕ່າງໆ ເພື່ອ​ກຽມພ້ອມ​ຮັບ​ໃຊ້​ກອງ​ປະຊຸມອາ​ແຊັບ 7 ແລະ ກອງປະຊຸມອາ​ເຊັມ 9 ແລະ ​ກິລາ​ມະຫາວິທະຍາ​ໄລ​ອາຊຽນ ທີ່ ສປປ ລາວ ຮັບກຽດເປັນເຈົ້າ ພາບ ເຊິ່ງໄດ້ຮັບເລືອດທັງໝົດ 15.632 ຖົງ, ທັງມີການເຄື່ອນໄຫວຈັດກອງປະຊຸມ ແລະ ການຈັດຕັ້ງປະຕິບັດໂຄງການຫລຸດຜ່ອນຄວາມສ່ຽງໄພພິບັດຊຸມ ຊົນຮ່ວມກັບອົງການອຸຍນີເຊັບຢູ່ 3 ເມືອງ 17 ບ້ານ ຂອງແຂວງສາລະວັນ ແລະ 3 ເມືອງ 29 ບ້ານ ຂອງແຂວງເຊກອງ.
      ບົດລາຍງານຫ້ອງວ່າການລັດຖະບານລະບຸວ່າ:ປີ2013,ອົງການກາແດງໄດ້ມີການຫ້າງຫາກະກຽມ ການຊ່ວຍບັນເທົາທຸກ ແກ່ປະຊາຊົນໃນກໍລະນີຫາກເກີດໄພພິບັດທຳມະຊາດໃນຫລາຍຮູບການເຊັ່ນ: ການກຳນົດເຂດຄວາມສ່ຽງ, ການສ້າງຕັ້ງລະ ບົບເກັບກຳຂໍ້ມູນເພື່ອລາຍງານສະພາບທີ່ເກີດຂຶ້ນໃຫ້ທັນເວລາ ແລະ ຈັດຕັ້ງລະບົບການປະສານງານຄົບຊຸດແຕ່ສູນກາງຮອດ ທ້ອງຖິ່ນ. ພ້ອມນີ້ ໄດ້ສືບຕໍ່ຊີ້ນຳໂຄງການພັດທະນາສຸຂະພາບຊາວບ້ານເປັນຕົ້ນນ້ຳລິນ, ວິດຖ່າຍ, ການ ອົບຮົມອາສາສະ ໝັກບ້ານ, ໝໍຕຳແຍ, ຖົງປະຖົມພະຍາບານ, ຖົງຊ່ວຍເກີດລູກ ແລະ ມຸ້ງຍ້ອມຢາ. ສືບຕໍ່ສ້າງຄວາມເຂັ້ມແຂງໃນການປຸກລະ ດົມຈັດຫາຜູ້ບໍລິຈາກເລືອດລວມທັງການສະໜອງເລືອດໃຫ້ພຽງພໍ ແລະ ປອດໄພ ເທື່ອລະກ້າວ.

No comments:

Post a Comment