Ad

Ad

28 February 2013

ຫນ່ວຍງານດ້ານຂົນສົ່ງຫາລື ການກະກຽມປະຊຸມສຸດຍອດ ແອັກແມັກ ແລະ ຊີແອວເອັມວີ



       ກອງປະຊຸມໜ່ວຍງານວິຊາການດ້ານການຂົນສົ່ງຂອບການຮ່ວມມືດ້ານ ເສດ ຖະກິດແມ່ນ້ຳ ອິຣະວະດີ-ແມ່ນ້ຳເຈົ້າພະຍາ- ແມ່ນ້ຳຂອງ ຫລື ແອັກແມັກ (ACMECS) ໄດ້ຈັດຂຶ້ນໃນວັນທີ 27 ກຸມພາ 2013 ນີ້ທີ່ນະຄອນ ຫລວງວຽງຈັນ ພາຍ ໃຕ້ການເປັນປະທານຂອງ ທ່ານ ມັດ ສູນມາລາ, ຫົວໜ້າກົມແຜນການ ແລະ ການຮ່ວມມືກະຊວງໂຍທາທິການ ແລະ ຂົນສົ່ງ, ມີບັນດາຫົວ ໜ້າຄະນະໜ່ວຍງານ ແລະ ຄະນະຜູ້ແທນຈາກບັນດາປະເທດສະມາຊິກ ຄື ກຳປູເຈຍ, ມຽມມາ, ລາວ, ຫວຽດນາມ ແລະ ໄທ.
      ບັນດາປະເທດສະມາຊິກໄດ້ ພ້ອມກັນປຶກສາຫາລື ແລະ ທົບທວນຄວາມຄືບໜ້າຂອງການຮ່ວມມືດ້ານການຂົນສົ່ງ ຂອບ ການຮ່ວມມືແອັກແມັກ ແຕ່ກອງປະຊຸມສຸດຍອດແອັກແມັກ ຄັ້ງທີ 4 ປີ 2010 ຜ່ານມາ ພ້ອມທັງປຶກສາຫາລືກ່ຽວກັບ ແຜນການຮ່ວມມື ດ້ານຂົນສົ່ງໃນຕໍ່ໜ້າໂດຍສະເພາະແມ່ນຫາລືກ່ຽວກັບບັນດາໂຄງການຮ່ວມມືຕ່າງໆຂອງຂະແໜງການຂົນ ສົ່ງເພື່ອສະເໜີເຂົ້າຮ່າງຖະແຫລງການວຽງຈັນ ຂອງກອງປະຊຸມສຸດຍອດແອັກແມັກ ແລະ ແຜນປະຕິບັດງານຂອບການຮ່ວມ
ມືແອັກແມັກ 2013- 2015ທີ່ຈະຮັບຮອງເອົາໃນກອງປະຊຸມສຸດຍອດແອັກແມັກ ຄັ້ງທີ 5 ທີ່ຈະຈັດຂຶ້ນໃນວັນທີ 13 ມີນາ 2013 ຢູ່ນະຄອນຫລວງວຽງຈັນ. ໜ່ວຍງານດ້ານຂົນສົ່ງແມ່ນໜ່ວຍງານໜຶ່ງໃນ 8 ຂະແໜງການຮ່ວມມືບູລິມະສິດຂອງ ຂອບການຮ່ວມມືດ້ານເສດຖະກິດແມ່ນ້ຳອິຣະວະດີ-ແມ່ນ້ຳເຈົ້າພະຍາ- ແມ່ນ້ຳຂອງ ຫລື ແອັກແມັກ.
      ໃນວັນດຽວກັນ,ບັນດາໜ່ວຍງານວິຊາການດ້ານການຂົນສົ່ງຂອບການຮ່ວມມືກຳປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ໄດ້ເຂົ້າຮ່ວມກອງປະຊຸມເພື່ອປຶກສາຫາລື ແລະ ທົບທວນຄວາມຄືບໜ້າກ່ຽວກັບການຮ່ວມມືດ້ານການ ຂົນສົ່ງໃນຂອບການຮ່ວມມືດັ່ງກ່າວແຕ່ກອງປະຊຸມສຸດຍອດ CLMV ຄັ້ງທີ 5 ໃນ ປີ 2010 ຜ່ານມາ ແລະ ຫາລືແຜນ ການຮ່ວມມືໃນຕໍ່ໜ້າເປັນຕົ້ນແມ່ນໂຄງການຮ່ວມມືຕ່າງໆຂອງຂະແໜງການຂົນສົ່ງເພື່ອສະເໜີເຂົ້າໃນຮ່າງຖະແຫລງການ ຮ່ວມຂອງກອງປະຊຸມສຸດຍອດຄັ້ງທີ 6 ທີ່ຈະຈັດຂຶ້ນໃນວັນທີ 12 ມີນາ 20136 ຢູ່ນະຄອນຫລວງວຽງຈັນເຊັ່ນດຽວ ກັນ. ໜ່ວຍງານດ້ານການຂົນສົ່ງແມ່ນໜ່ວຍງານໜຶ່ງໃນ 9 ຂະແໜງການຮ່ວມມືບູລິມະສິດຂອງຂອບການຮ່ວມມືກຳປູເຈຍ-ລາວ- ມຽນມາ-ຫວຽດນາມ ທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2004 ຢູ່ນະຄອນຫລວງວຽງຈັນ ໂດຍແມ່ນ ສປປ ລາວ ເປັນປະ ເທດປະສານງານ.

No comments:

Post a Comment