Ad

Ad

28 February 2013

ເປີດມະຫະກຳຮູບເງົາວຽງຈັນນານ ຄັ້ງທີ 3



           ກົມ​ຮູບ​ເງົາ​ຮ່ວມ​ກັບ​ວຽງ​ຈັນ​ນານ​ ​ເປີດ​ງານ​ມະຫາ​ກຳ​ຮູບ​ເງົາ​ຄັ້ງ​ທີ 3 ຂຶ້ນ​ໃນ​ລະຫວ່າງ ວັນ​ທີ 26 ກຸມພາ ຫາ 2 ມີນາ 2013 ເຊິ່ງຈະ​​ໄດ້ມີການ​ສາຍຮູບ​ເງົາ​ ຢູ່​ຢູ່ໂຮງ​ກາ​ຍະ​ສິນ​ແຫ່ງ​ຊາດ ນະຄອນຫລວງວຽງ​ຈັນ ​ແລະ ຢູ່​ກົມ​ຮູບ​ເງົາ ​​ໂດຍ​ມີ ທ່ານ ບົວ​ເງິນ ຊາ​ພູ​ວົງ, ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ຖະແຫ​ລງຂ່າວ, ວັດທະ ນະ​ທຳ ​ແລະ ທ່ອງ​ທ່ຽວ, ທ່ານ ບຸນ​ເຈົ້າ​ ພິຈິດ, ຫົວໜ້າ​ກົມ​ຮູບ​ເງົາ​, ບັນດາທູຕານຸທູດ ແລະ ແຂກ​ທີ່​ຖືກ​ເຊີນ​ເຂົ້າ​ຮ່ວມ.
       ທ່ານ ບຸນ​ເຈົ້າ​ ພິຈິດ​ ​ກ່າວ​ວ່າ:​ ງານ​ມະຫາ​ກຳ​ຮູບ​ເງົາ​​​ດັ່ງ ກ່າວ​ນີ້​ ແມ່ນ​ໄດ້​ຈັດ​ຂຶ້ນ​ໃນ​ທຸກໆ​ສອງ​ປີ, ຄັ້ງ​ທີ 1 ຜ່ານ​ມາ ​ແມ່ນ​
ໄດ້​ຈັດ​ຂຶ້ນ​ໃນ​ປີ 2009, ຄັ້ງ​ທີ 2 ຈັດ​ຂຶ້ນ​ໃນ​ປີ 2011 ​ແລະ ປີ 2013 ນີ້​ແມ່ນ​ເປັນ​ຄັ້ງ​ທີ III ​​ເຊິ່ງ​ປີ​ນີ້ ​ໄດ້​ຄັດ​ເລືອກ​ເອົາ​ຮູບ​ເງົາ​ທີ່​ມີ​ຄຸນ​ນະພາ​ບຂອງ​ລາວ, ຕ່າງປະ​ເທດ ເຂົ້າ​ຮ່ວມ ​ແລະ ມີ​ຜູ້​ສ້າງ​ຮູບ​ເງົາ​ລາວ​ສົນ​ໃຈ​ສົ່ງ​ຮູບ​ເງົາສັ້ນ​ເຂົ້າ​ແຂ່ງຂັນ​ເຖິງ 29 ​ເລື່ອງ ​ເພື່ອເປັນ​ການ​ຕອບ​ສະໜອງ ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ສັງຄົມ ​ໃນ​ການ​ເຂົ້າ​ເຖິງ​ແຫ​ລ່ງບັນ​ເທິງ​ທີ່​ມີ​ຄຸນ​ນະພາ​ບ, ປັດ ຈຸ​ບັນ​ວຽກ​ງານ​ຮູບ​ເງົາ​ຢູ່ ສປປ ລາວ ​​ແມ່ນໄດ້​ຮັບ​ການ​ພັດທະນາຂຶ້ນ​ເປັນ​ກ້າວໆບໍ່​ວ່າ​ຈະ​ເປັນ​ທາງ​ພາກ​ລັດ ​ແລະ ພາກ​ເອກະ​ຊົນການ​ຜະ ລິດ​ຮູບ​ເງົາ​ເລື່ອງ​ສາລະ​ຄະດີ ແລະ ຮູບ​ເງົາ​ສັ້ນ​ກໍ​ເພີ່ມ​ຂຶ້ນ, ມີ​ທັງ​ປະລິມານ ​ແລ​ະ ຄຸນ​ນະພາ​ບ. ຮູ​ບ​ເງົາ​ຂອງລາວ ​ໄດ້​
ສົ່ງ​ເຂົ້າ​ສາຍ​ໃນ​ບຸນມະ​ໂຫລານຮູ​ບ​ເງົາສາກົນຢູ່​ຕ່າງປະ​ເທດ​ຫລາຍ​ຄັ້ງ ​ແລະ ກໍ​ສາມາດ​ໄດ້​ຮັບ​ລາງວັນ​ຈຳນວນ​ໜຶ່ງ. ພິ​ເສດ​ພວກ​ເຮົາ​ມີ​ຄວາມ​ສາມາດ​ຈັດ​ບຸນມະ​ໂຫລານ​ຮູບ​ເງົາຂຶ້ນໃນ ສປປ ລາວ ຢູ່​ນະ​ຄອນ​ຫລວງ​ວຽງ​ຈັນ ​ແລະ ​ເມືອງ​ຫລວງ​ພະ​ບາງ. ​ຄຽງ​ຄູ່​ກັບ​ການ​ຂະຫຍາຍຕົວ​ໃນ​ວຽກ​ງານ​ຮູບ​ເງົາ​ຂອງ​ພາກ​ລັດ, ພາກ​ເອກະ​ຊົນ ກໍ​ໄດ້​ມີ​ການ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ.​ ປັດຈຸ​ບັນ ສປປ ລາວ ​ໄດ້​ມີ​ບໍລິສັດ​ຈຳນວນ​ໜຶ່ງ​ທີ່​ຜະລິດ​ຮູບ​ເງົາ, ຜະລິດ​​ການບັນ​ເທິງ​ກໍ​ຄື​ການ​ຜະລິດ​ສື່​ໂຄສະນາ​ພາບ-ສຽງ​ທີ່​ມີ​ຄຸນ​ນະ​ພາບ ເຊັ່ນ: ບໍລິສັດ ລາວ​ອາດ​ມີ​ເດຍ, ລາວ​ນີວ  ເວ​ບ ຊີນີມາ, ຊີ​ແລັກ ​ແລະ ອື່ນໆ... ​ເຊິ່ງຜົນງານ​ຂອງ​ບໍລິສັດ​ເຫລົ່າ​ນີ້​ ນອກຈາກ​ສາຍ​ຢູ່​ພາຍ​ໃນ​ປະ​ເທດ​ແລ້ວ​ ຍັງ​ໄດ້​ສົ່ງ​ໄປ​ຈຳໜ່າຍ, ສາຍໃນ​ໂຮງ​ຮູບ​ເງົາ,​ ສົ່ງ​ເຂົ້າ​ຮ່ວມ​ບຸນມະ​ໂຫລານ​ຮູບ​ເງົາ​ສາກົນ ​ແລະ ສາຍ​ອອກ​ອາກາດ​ໃນ​ຊ່ອງ​ໂທລະພາບຕ່າງປະ​ເທດຈຳນວນ​ໜຶ່ງ, ອັນ​ໄດ້​​ເປັນ​ການປະກອບສ່ວນ​ສຳຄັນ​ໃນ​ການ​ສົ່ງ​ເສີມ​ບົດບາດ​ຂອງ​ວົງ​ການ​ຮູບ​ເງົາ​ລາວ ​ແລະ ທັງ​​​ເປັນ​ການ​ເຜີຍ​ແຜ່​ວິຖີ​ຊິວິດ, ຮີດຄອງ​ປະ​ເພນີ​ອັນ​ດີງາມ​ຂອງ​ລາວ ແລະ ສະຖານ​ທີ່​ທ່ອງ​ທ່ຽວ​ທຳ​ມະ​ຊາດ, ວັດທະນະ​ທຳ​ໃຫ້​ຊາວ​ໂລກ​ໄດ້ຮັບ​ຮູ້້ ແລະ ​ຊ່ວຍເຮັດ​ໃຫ້ສາມາດ​ດຶງ​ດູດ​ເອົາ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ປະ​ເທ​ດລາວ​ຫລາຍ​ຂຶ້ນ. ຍ້ອນ​ເຫັນ​ໄດ້​ເຖິງ​ການ​ເຕີບ​ໃຫຍ່​ຂະຫຍາຍ ຕົວ​ໃນ​ວຽກ​ງານ​ຮູບ​ເງົາ​ທາງ​ພາກ​ລັດ ​ແລະ ​ເອກະ​ຊົນ ຈຶ່ງ​ໄດ້ ສົມທົບ​ໂດຍ​ຈະ​​​ກະກຽມ​ສ້າງ​ເປັນ​ຫລັກສູດ​ວິຊາ​ຊີບ​ຊັ້ນ​ສູງ​ເພື່ອ​ແນ່​ໃສ່​ພັດທະນາ​ສີມື​ແຮງ​ງານ​ຂອງ​ຜູ້​ສ້າງ​ຮູບ​ເງົາ ​ແລະ ​ໂທລະພາບ, ຜະລິດ​ການ ບັນ​ເທິງ ​ແລະ ສື່​ໂຄສະນາ​ທີ່​ເປັນ​ພາບ-ສຽງ​ຂອງ​ລາວ ​ໃຫ້​ມີ​ຄຸນ​ນະພາ​ບສາມາດ​ຮອງ​ຮັບ​ການ​ເຂົ້າ​ເປັນ​ສາມາ​ຊິກ​ອົງການ​ ການ​ຄ້າ​ໂລກ (WTO) ໃນປີ 2013 ແລະ ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ​ໃນ​ປີ 2015.

No comments:

Post a Comment