ປະຊາຊົນຫລາຍຄອບຄົວຢູ່ເຂດ ບ້ານສະຫວ່າງ
ຈຳຕ້ອງໄດ້ອົດຫລັບອົດນອນໃນທຸກໆຕອນເດິກຂອງວັນພຸດ, ຍ້ອນເຝົ້າຍາມກຸ່ມຄົນຈຳນວນໜຶ່ງທີ່ຈະມາແກະມາມ້າງຖົງຂີ້ເຫຍື້ອຢູ່ໜ້າເຮືອນພວກເຂົາເຈົ້າເພື່ອຊອກເກັບເສດກະຕຸກຢາງຕ່າງໆເຊິ່ງ
ບັນຫາດັ່ງກ່າວໄດ້ສ້າງຄວາມລຳຄານເດືອດຮ້ອນບໍ່ໜ້ອຍເພາະກຸ່ມຄົນທີ່ມາຄົ້ນຖົງຂີ້ເຫຍື້ອນັ້ນເຮັດຂີ້ເຫຍື້ອເຮ່ຍຊະຊາຍແລ້ວກໍໜີໄປຢ່າງບໍ່ມີຄວາມຮັບພິຊອບ
ແລະ ຂະນະນັ້ນ,ເມື່ອລົດມາເກັບມ້ຽນຂີ້ເຫຍື້ອເມື່ອເຫັນສະພາບດັ່ງກ່າວກໍບໍ່ສົນໃຈເກັບ ມ້ຽນແຕ່ຢ່າງໃດ.
ປະຊາຊົນທ່ານໜຶ່ງຢູ່ບ້ານສະຫວ່າງ ເມືອງຈັນທະບູລີ
ນະຄອນຫລວງວຽງຈັນ ໄດ້ໂທລະສັບ ເຂົ້າມາຫາສຳນັກງານໜັງສືພີມລາວພັດທະນາ ເພື່ອສະເໜີໄປຫາພາກສ່ວນກ່ຽວຂ້ອງກໍຄືອຳນາດການປົກຄອງບ້ານເຂົ້າມາແກ້ໄຂຊ່ວຍກ່ຽວກັບບັນຫາຄົນເກັບຂີ້ເຫຍື້ອຊະຊາຍຢູ່ເຂດບ້ານດັ່ງກ່າວໃນຍາມຄ່ຳຄືນ
ໂດຍສະເພາະໃນຕອນແລງຂອງທຸກໆວັນພຸດແມ່ນຈະຕ້ອງໄດ້ເອົາຖົງຂີ້ເຫຍື້ອອອກມາປະໄວ້ໜ້າເຮືອນໃຜມັນເພື່ອໃຫ້ລົດເກັບຂີ້ເຫຍືອມາເອົາໄປຖິ້ມໃນຕອນເຊົ້າຂອງວັນພະຫັດ,
ແຕ່ວ່າໃນຕອນເດິກ ກໍມັກຈະມີກຸ່ມຄົນເກັບຂີ້ເຫຍື້ອຈຳນວນໜຶ່ງຈະມາແກະຖົງຂີ້ເຫຍື້ອ
ຫລື ຈີກຖົງເລີຍໂລດເພື່ອຈົກ ແລະ ຄົ້ນເອົາເສດ
ກະປ໋ອງ, ກະຕຸກຢາງຕ່າງໆ. ຫລັງຄົ້ນສຳເລັດແລ້ວກໍຈະປະຖິ້ມໄປເລີຍ
ໂດຍບໍ່ສົນໃຈຈະມ້ຽນມັດຄືນ ອັນໄດ້ເຮັດ ໃຫ້ເສດຂີ້ເຫຍື້ອດັ່ງກ່າວຊະຊາຍຢັ່ງຢາຍໄປທົ່ວໜ້າເຮືອນຫລາຍຫລັງ
ອັນໄດ້ສ້າງຄວາມເປື້ອນເປິບໍ່ໜ້ອຍສຸດທ້າຍລົດເກັບຂີ້ ເຫຍື້ອມາເອົາໃນຕອນເຊົ້າກໍບໍ່ຍອມເກັບເອົາຖົງຂີ້ເຫຍື້ອທີ່ຂາດຊະຢັ່ງຢາຍ
ຊຶ່ງເລືອກເອົາແຕ່ຖົງຂີ້ເຫຍື້ອທີ່ຢູ່ໃນສະພາບທີ່ພໍເອົາໄປໄດ້. ສຸດທ້າຍກໍແມ່ນພາລະຂອງເຈົ້າຂອງເຮືອນທີ່ຕ້ອງມາເກັບມ້ຽນຂີ້ເຫຍື້ອ
ນັ້ນຄືນຈາກນ້ຳມືຂອງພວກເກັບຂີ້ເຫຍື້ອ ຊະຊາຍ.
ປະຊາຊົນດັ່ງກ່າວບອກວ່າ: ສະພາບແບບນີ້ເປັນແກ່ຍາວມາດົນສົມຄວນຜ່ານມາເຄີຍສະເໜີຕໍ່ໜ່ວຍງານຮັບຜິດຊອບເກັບເງິນຄ່າຂີ້ເຫຍື້ອຂັ້ນບ້ານແລ້ວແຕ່ກໍບໍ່ໄດ້ຮັບການແກ້ໄຂແຕ່ຢ່າງໃດຈົນມາຮອດປັດຈຸບັນ
ໃນຕອນເດິກຂອງທຸກໆວັນພຸດ ແມ່ນຫລາຍຄອບຄົວຕ້ອງໄດ້ອົດຫລັບອົດນອນເພື່ອນັ່ງເຝົ້າຖົງຂີ້ເຫຍື້ອຢູ່ໜ້າເຮືອນຂອງໃຜລາວເພື່ອລໍ້ຖ້າບໍ່ໃຫ້ພວກເກັບເສດ
ຂີ້ເຫຍື້ອມາອາລະວາດດັ່ງກ່າວມາ.
No comments:
Post a Comment