Ad

Ad

18 February 2013

ລັດຖະບານຍີ່ປຸ່ນ ສືບຕໍ່​ຊ່ວຍເຫຼືອລາວ 4 ແສນກວ່າໂດລາສະຫະລັດເພື່ອພັດທະນາລະບົບນ້ຳປະປາຢູ່ເມືອງທ່າແຂກ



           ພາຍຫຼັງໃຫ້ການຊ່ວຍເຫຼືອ ເຂົ້າໃນໂຄງການກໍ່ສ້າງລະບົບ ນ້ຳປະປາປູ່​ເກົ້າລ້ຽວ,ຈີ່ນາຍ​ໂມ້ ນະຄອນຫຼວງວຽງຈັນ ແລະ ບັນ ດາແຂວງໃນໄລຍະຜ່ານມາ​ແລ້ວ, ລັດຖະບານຍີ່ປຸ່ນຍັງສືບ ຕໍ່ໃຫ້ ການຊ່ວຍເຫຼືອລັດຖະບານລາວ ​ເພື່ອ​ພັດທະນາ​ລະບົບ​ນ້ຳສະອາດ ຄື​ໃນ​ວັນ​ທີ 15 ກຸມພາ​ນີ້,ລັດຖະ ບານ​ຍີ່ປຸ່ນ ​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ຕື່ມ​ອີກ 41 ລ້ານເຢັນ (ສະກຸນເງິນ ຍີ່ປຸ່ນ) ຫຼື ປະມານ 450.000 ໂດລາ ສະຫະລັດເຂົ້າໃນໂຄງການພັດ ທະນາລະບົບນ້ຳປະປາຢູ່ເມືອງ ທ່າແຂກແຂວງ ຄຳມ່ວນ ໂດຍພິທີ ລົງນາມມອບ-ຮັບທຶນ​ຊ່ວຍ​ເຫລືອ ດັ່ງກ່າວ​ໄດ້ມີຂຶ້ນຢູ່ກະຊວງການ ຕ່າງປະເທດ​ລະຫວ່າງທ່ານ ນາງ ຈູນໂກະ ໂຢໂກ ຕະເອກອັກຄະລາຊະທູດວິສາມັນຜູ້ມີອຳນາດ ເຕັມແຫ່ງປະເທດຍີ່ປຸ່ນ ປະຈຳ ລາວ ແລະ ທ່ານ ບຸນເກີດ ສັງ ສົມສັກ ລັດຖະ ມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ໄດ້​ຕາງໜ້າ​ລັດຖະບານ​ລາວ​ຮັບ​ເອົາ​ການ​ຊ່ວຍ​ເຫລືອ​ດັ່ງກ່າວ.
            ໂຄງການ​ຊ່ວຍ​ເຫລືອ​ນີ້ ແມ່ນນອນຢູ່ໃນແຜນງານຂອງ ລັດຖະບານລາວ ທີ່ໄດ້ສະເໜີຂໍ ການຊ່ວຍເຫຼືອຈາກລັດ ຖະບານ ຍີ່ປຸ່ນໃນປີ 2011 ໂດຍມີຈຸດປະສົງເພື່ອດຳເນີນການສຶກສາຄົ້ນຄວ້າ ແລະ ອອກແບບລາຍລະອຽດຂອງໂຄງການ
ເພື່ອກ້າວ ໄປເຖິງການຈັດຕັ້ງປະຕິບັດຕົວ ຈິງໃນອະນາຄົດ, ເຊິ່ງພາຍຫຼັງ ສຳເລັດແລ້ວ,ໂຄງການດັ່ງກ່າວ ຈະປະກອບສ່ວນ ອັນສຳຄັນ​ເຂົ້າ​ໃນ​ການປັບປຸງຄຸນນະພາບ ແລະ ຍົກລະດັບຊີວິດການເປັນຢູ່ຂອງ ປະຊາຊົນທີ່ອາໄສຢູ່ໃນເມືອງດັ່ງ ກ່າວຈະ ໄດ້ນຳໃຊ້ນ້ຳສະອາດ, ຖືກຫຼັກອະນາໄມ ແລະ ຫຼຸດຜ່ອນ ຜົນກະທົບຕໍ່ສະພາບແວດລ້ອມ ກໍຄືການຫຼຸດຜ່ອນຄວາມທຸກຍາກ ຂອງປະຊາຊົນ ​ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັດເປົ້າໝາຍສະຫັດສະວັດເພື່ອການພັດ ທະນາ ແລະ ນຳພາປະເທດຊາດຫຼຸດຜົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາໃນປີ 2020.
            ທ່ານນາງ ຈູນໂກະ ໂຢໂກ ຕະ ກ່າວວ່າ: ການສະໜອງນ້ຳ ສະອາດ,ຖືກຫຼັກອະນາໄມແມ່ນຄວາມຮຽກຮ້ອງ ຕ້ອງການອັນຈຳເປັນຂອງການພັດທະນາ ແລະ ກໍເປັນໜຶ່ງໃນບູລິມະສິດທີ່ລັດຖະບານຍີ່ປຸ່ນໄດ້ໃຫ້ຄວາມສຳຄັນມາໂດຍຕະ ຫຼອດ ເຊິ່ງ​ໃນໄລຍະຜ່ານມາ, ລັດຖະບານຍີ່ປຸ່ນກໍ ເຄີຍໃຫ້ການຊ່ວຍເຫຼືອຫຼາຍໂຄງ ການເຂົ້າໃນການສະໜອງນ້ຳປະປາຢູ່ ລາວເວົ້າລວມ, ເວົ້າສະເພາະແມ່ນຢູ່ນະຄອນຫຼວງວຽງຈັນ ເຊັ່ນ: ໂຄງການສະໜອງນ້ຳປະປາຢູ່ເກົ້າລ້ຽວ,ຈີ່ນາຍໂມ້ ແລະ ໂຄງການອື່ນໆໃນຂອບເຂດ ທົ່ວປະເທດ.
            ​ໃນໂອກາດດັ່ງກ່າວ, ທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດໄດ້ຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບອົກຂອບໃຈອັນ​ເລິກ​ເຊິ່ງຕໍ່ລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນທີ່ຍາມ ໃດກໍໄດ້ໃຫ້ການຊ່ວຍເຫຼືອລາວ ເຂົ້າໃນໂຄງການພັດທະນາ ຕ່າງໆ ແລະ ໃຫ້ຄຳໝັ້ນສັນຍາວ່າ ພາຍຫຼັງສຳເລັດກໍ່ ສ້າງແລ້ວ,ພາກ ສ່ວນຕ່າງໆທີ່ກ່ຽວຂ້ອງລວມ ເຖິງປະຊາຊົນຜູ້ນຳໃຊ້ຈະຮ່ວມ ກັນປົກປັກຮັກສາ ແລະ ນຳໃຊ້ຢ່າງມີປະສິດທິ ພາບ ພ້ອມຢ້ຳວ່າ: ໂຄງການດັ່ງກ່າວຈະເປັນສ່ວນ ໜຶ່ງເຂົ້າໃນການເສີມຂະຫຍາຍ ສາຍພົວພັນອັນດີງາມລະຫວ່າງລາວ ແລະ ຍີ່ປຸ່ນທີ່ມີມາແຕ່ດົນນານນັ້ນໃຫ້ມີຄວາມໜັກແໜ້ນຕະຫຼອດໄປ.

No comments:

Post a Comment