Ad

Ad

18 February 2013

ເຊບໂຣເລັດ ມອບໂຊກໃຫ້ລູກຄ້າໃນເທສະການປີໃໝ່ຫວຽດນາມ​ ແລະ​ ຈີນ



       ວັນທີ 15 ກຸມພານີ້ຢູ່ສູນຈຳໜ່າຍ CHEVROLET(ເຊບໂຣເລັດ )ບ້ານ ໜອງດ້ວງເໜືອ ຖະໜົນອາຊຽນ(T2) ເມືອງສີໂຄດ ຕະບອງນະຄອນ ຫຼວງວຽງຈັນ ໄດ້ຈັດພິທີຈັບສະຫຼາກມອບໂຊກ​​ທັງເປັນການຄືນກຳໄລ ໃຫ້ແກ່ລູກຄ້າແລະເພື່ອ ເປັນການສະເຫຼີມສະຫຼອງປີ ໃໝ່ຫວຽດ ນາມ-ຈີນປະຈຳປີ2013ໂດຍການໃຫ້ ກຽດຈັບສະຫຼາກຂອງທ່ານ ພູວະ ເລດ ກອງວັດ ທະນາສຸພາຜູ້ອຳນວຍການ ໃຫຍ່ກຸ່ມບໍລິສັດມະນີ ຍົມແລະຄະນະບໍລິຫານເຊບໂລ ເລັກຊຶ່ງຜູ້ໂຊກດີ ໄດ້ຮັບລາງວັນທີ 1 ແມ່ນ ທ່ານ ຈັນປະເສີດ ລາງວັນ ທີໄດ້ຮັບລົດໃຫ່ຍ ເຊບໂຣເລັດ ສະປາກ 1 ຄັນ. ນອກນັ້ນຍັງມີລາງ ວັນທີ 2 ແມ່ນ ລົດຈັກຮອນດາ 1 ລາງວັນ, ລາງວັນທີ 3ໂທລະພາບ ຈໍແບນ SHARP ຈຳນວນ 3 ລາງ ວັນ,ລາງວັນທີ4ແມ່ນnew i pad ຈຳນວນ 4ລາງ ວັນ, ລາງວັນທີ 5 ແມ່ນກ້ອງຖ່າຍຮູນ sony ຈຳນວນ 5 ລາງວັນລວມມູນຄ່າຫຼາຍ ກວ່າ 2 ຮ້ອຍລ້ານກີບ. ການແຈກໂຊກ ໃຫ້ລູກຄ້າຄັ້ງນີ້ເປັນຄັ້ງທຳ ອິດຂອງເຊບໂລເລັກຕັ້ງແຕ່ມາເປີດສາຂາຈຳໜ່າຍຢູ່ລາວ .                   
      ເຊບໂລເລັກສ້າງຕັ້ງມາໄດ້ 100 ກວ່າປີເປັນຜະລິດຕະພັນລະ ດັບໂລກມີຖານການຜະລິດຢູ່ສະຫະລັດອາເມຣິກາ, ສ.ເກົາ ຫຼີ,ຈີນ ແລະ ໄທ ເປັນຕົ້ນ.ເຊບໂລເລັກ ເຂົ້າມາເປີດສາຂາຈຳໜ່າຍຢູ່ ລາວເມື່ອກາງປີ 2012 ທ່ີຜ່ານມາຮອດປັດຈຸບັນມີຍອດ ຈຳໜ່າຍ ຫຼາຍກວ່າ 600 ຄັນ ແລະ ໃນປີ 2013 ນີ້,ທາງເຊບໂລເລັກໄດ້ຕັ້ງ ເປົ້າຍອດຂາຍໄວ້ 7-8 ຮ້ອຍຄັນ.

No comments:

Post a Comment