Ad

Ad

18 February 2013

ຖະແຫລງການຂອງໂຄສົກກະຊວງການຕ່າງປະເທດ ສປປ ລາວ



    ສປປ ລາວ ​ໄດ້​ຕິດຕາມ​ຢ່າງ​ໃກ້ຊິດ​ກ່ຽວ​ກັບ​ການ​ທົດ​ລອງ​ນິວ​ເຄຼຍ​ໃຕ້​ດິນ​ອີກ​ເທື່ອ​ໃໝ່​ຂອງ ສປປ ​ເກົາຫລີ ທີ່​ເກີດ​ຂຶ້ນ​ໃນ​ວັນ​ທີ 12 ກຸມພາ​ນີ້. ສປປ ລາວ ​ມີ​ຄວາມ​ເປັນ​ຫ່ວງ​ຢ່າງ​ເລິກ​ເຊິ່ງຕໍ່​ເຫດ ການ​ດັ່ງກ່າວ ​ແລະ ສປປ ລາວ ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງຕໍ່​ຄວາມ​ວິຕົກ​ກັງວົນ​ຂອງ​ວົງ​ຄະນະ​ຍາດ​ສາກົນ ​ເຊິ່ງອາດ​ກໍ່​ຄວາມ​ເຄັ່ງ​ຕຶງ​ຢູ່​ແຫລມ​ເກົາຫລີ. ຕໍ່ໜ້າ​ສະພາບ​ດັ່ງກ່າວ, ສປປ ລາວ ຮຽກ ຮ້ອງ​ທຸກ​ຝ່າຍ​ທີ່​ກ່ຽວຂ້ອງ​ໃຫ້​ໃຊ້​ຄວາມ​ພະຍາຍາມ ​ແລະ ອົດ​ກັ້ນ ​ແລະ ຮ່ວມ​ກັນ​ແກ້​ໄຂ​ບັນຫາ​ໂດຍ​ສັນຕິ​ວິທີ ​ແລະ ຢືນຢັນ​ທັດສະນະ​ອັນ​ສະ​ເໝີ​ຕົ້ນ ສະ​ເໝີ​ປາຍ​ຂອງ​ຕົນ​ໃນ​ການ​ສ້າງ​ແຫລມ​ເກົາຫລີ​ໃຫ້​ເປັນ​ເຂດ​ປອດ​ອາ ວຸດ​ນິວ​ເຄຼຍ ​ແລະ ​ໃນ​ການ​ຟື້ນຟູກ​ອງ ປະຊຸມ 6 ຝ່າຍ ຂຶ້ນ​ໂດຍ​ໄວ ກໍ​ຄື​ການ​ປົກ​ປັກ​ຮັກສາ​ສັນຕິພາບ, ຄວາມ​ໝັ້ນ ຄົງ ​ແລະ ສະຖຽນ​ລະ​ພາບ​ຢູ່​ແຫລມ​ເກົາຫລີ.

No comments:

Post a Comment