Ad

Ad

18 February 2013

ຄວາມຄືບຫນ້າຂອງອາຊຽນ ແລະ ການສ້າງຄວາມພ້ອມຂອງ ສປປ ລາວ ໃນການກ້າວໄປສູ່ປະຊາຄົມອາຊຽນໃນປີ 2015



     ໃນປັດຈຸບັນ, ອາຊຽນ ປະ ກອບມີ 10 ປະເທດສະມາຊິກ ທີ່ມີ ຄວາມແຕກຕ່າງກັນດ້ານລະ ບອບການເມືອງ ແລະ ລະ ດັບການພັດທະນາ ແລະ ມີສີສັນທາງວັດທະນະທຳ ແລະ ສັງຄົມ ພວມຢູ່ໄລຍະແຫ່ງການພັດທະນາທີ່ສຳຄັນ ເພື່ອກ້າວໄປ ສູ່ການສ້າງປະຊາຄົມອາຊຽນ ໃນປີ 2015 ທີ່ປະກອບມີ 3 ເສົາຄ້ຳ ຄື ປະຊາຄົມການເມືອງ-ຄວາມໝັ້ນຄົງ, ປະຊາຄົມເສດຖະ ກິດ ແລະ ປະຊາຄົມວັດທະນະທຳ-ສັງຄົມ. ກົນໄກການຮ່ວມມືພາຍໃນອາ ຊຽນ ແລະ ລະຫວ່າງ ອາຊຽນກັບພາຍນອກມີ ຫລາຍກົນໄກ ແລະ ຫລາຍລະດັບ ນັບແຕ່ລະ ດັບສຸດຍອດ ກໍຄືປະມຸກລັດ-ຫົວ ໜ້າລັດຖະບານ ລົງໄ ເຖິງລະ ດັບວິຊາການ ເຊິ່ງໃນແຕ່ລະປະ ຊາຄົມສາມາດສັງລວມໄດ້ ຄື ກອງປະຊຸມສຸດຍອດອາຊຽນ ຈັດຂຶ້ນ 2 ເທື່ອຕໍ່ປີ, ສ່ວນກອງປະ ຊຸມສຸດ ຍອດລະຫວ່າງອາຊຽນກັບພາຍນອກ (ອາຊຽນ +1) ມີ ອາຊຽນ+ ສປ ຈີນ, ອາຊຽນ + ຍີ່ ປຸ່ນ, ອາຊຽນ + ສ.ເກົາຫລີ, ອາ ຊຽນ + ອິນເດຍ, ອາຊຽນ + ສະ ຫະລັດອາເມລິກາ ແມ່ນຈັດຂຶ້ນ ເທື່ອດຽວຕໍ່ປີ ແລະ ບາງເທື່ອ ອາ ຊຽນກໍມີກອງປະຊຸມສຸດ ຍອດອາຊຽນ + ຣັດເຊຍ, ອາຊຽນ + ສະ ຫະພາບເອີຣົບ ແລະ ອາຊຽນ + ສະຫະປະຊາຊາດ. ນອກນັ້ນ ຍັງ ມີກອງປະຊຸມ ສຸດຍອດ ອາຊຽນ +3, ອາຊຽນ +8 (ກອງປະຊຸມສຸດ ຍອດອາຊີຕາເວັນອອກ) ແລະ ກອງປະຊຸມສຸດຍອດສະເຫລີມສະ
ຫລອງວັນສຳຄັນຕ່າງໆເຊັ່ນ: ກອງປະຊຸມສຸດຍອດເພື່ອສະ ເຫລີມສະຫລອງສາຍພົວພັນ ອາ ຊຽນ-ອົດສະຕຣາລີ ແລະ ນິວຊີ ແລນ ຄົບຮອບ 35 ປີ. ຮອງລົງມາ ແມ່ນລະດັບລັດຖະມົນຕີ, ເຈົ້າໜ້າ ທີ່ອາວຸໂສ, ຫົວໜ້າກຳມາທິການ, ໜ່ວຍງານສະເພາະ ກິດ ແລະ ໜ່ວຍງານວິຊາການ ກໍມີລະ ຫວ່າງອາຊຽນນຳກັນ ແລະ ລະ ຫວ່າງອາຊຽນກັບພາຍນອກ. ກົນໄກການຮ່ວມມືໃນ ແຕ່ລະເສົາ ຄ້ຳ ໂດຍສະເພາະຖ້າແຍກລົງ ເລິກໄປແຕ່ລະຂະແໜງການ ແມ່ນມີຄວາມແຕກຕ່າງກັນ ທັງ ຈຳນວນ ແລະ ລະດັບ ຂຶ້ນກັບຂົງ ເຂດ, ຄວາມເລິກເຊິ່ງ ແລະ ທ່າ ແຮງຂອງການຮ່ວມມື. ນອກນັ້ນ ອາຊຽນກໍມີໜ່ວຍງານໜຶ່ງທີ່ສຳ ຄັນເອີ້ນວ່າ: ກອງເລຂາອາຊຽນ ເຊິ່ງມີໜ້າທີ່ປະສານງານ, ບັນທຶກ ກອງປະຊຸມ, ເກັບຮັກສາເອກະ ສານ ແລະ ເປັນທີ່ປຶກສາຊ່ວຍປະ ເທດສະມາຊິກອາຊຽນ.
    ສຳລັບ ສປປ ລາວ, ການເຂົ້າ ຮ່ວມປະຊາຄົມອາຊຽນແມ່ນມີ ທັງໂອກາດ ແລະ ສິ່ງທ້າທາຍ ຫລາຍປະການ. ສະນັ້ນ ພວກ ເຮົາຕ້ອງໄດ້ສຸມທຸກຄວາມພະຍາຍາມເພື່ອສ້າງຄວາມພ້ອມດ້ານຕ່າງໆໃຫ້ແກ່ພາກລັດ, ພາກທຸລະກິດ ກໍຄືປະຊາຊົນເພື່ອຮອງ ຮັບກັບສິ່ງທ້າທາຍດັ່ງກ່າວ ເພື່ອຮັບປະກັນໃຫ້ພວກເຮົາສາມາດຍາດແຍ່ງເອົາຜົນປະໂຫຍດສູງສຸດມາສູ່ ສປປ ລາວ ຂອງພວກ ເຮົາ.
    ການກຽມຄວາມພ້ອມໃນການ ເຂົ້າຮ່ວມ 3 ປະຊາຄົມອາຊຽນ ມີ ດັ່ງນີ້:
    ການສ້າງປະຊາຄົມການ ເມືອງ-ຄວາມໝັ້ນຄົງອາຊຽນ ແມ່ນເພື່ອຮ່ວມກັນດຳເນີນພາລະ ກິດແຫ່ງການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ ແລະ ສະຖຽນ ລະພາບຂອງພາກພື້ນ ກໍຄືການ ຮັບປະກັນໃຫ້ບັນດາປະເທດອາ ຊຽນຢູ່ຮ່ວມກັນໃນສັນ ຕິພາບ ແລະ ປະກອບສ່ວນເຂົ້າໃນພາລະ ກິດປົກປັກຮັກສາ ແລະ ສົ່ງເສີມ ສັນຕິພາບໂລກ. ນັບແຕ່ໄດ້ເຂົ້າ ອາຊຽນໃນປີ 1997, ສປປ ລາວ ໄດ້ເປັນເຈົ້າການເຄື່ອນໄຫວຮ່ວມ ກັບປະເທດສະມາຊິກອາຊຽນ ອື່ນໆ ບົນພື້ນຖານແຫ່ງການເຄົາ ລົບເອ ກະລາດ, ອະທິປະໄຕ, ຄວາມສະເໝີພາບ, ບໍ່ແຊກແຊງ ກິດຈະການພາຍໃນຂອງກັນ ແລະ ກັນ, ການຕັດສິນບັນຫາ ໂດຍ ຫລັກການຄວາມເປັນເອກະພາບ ແລະ ຫລັກການອື່ນໆທີ່ກຳນົດໄວ້ໃນກົດບັດອາຊຽນ. ເວົ້າ ລວມແລ້ວ, ສປປ ລາວ ໄດ້ປະ ກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາ ລະກິດແຫ່ງການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ ແລະ ສະ ຖຽນລະພາບໃນພາກພື້ນ ແລະ ໃນໂລກ ອັນໄດ້ສ້າງເງື່ອນໄຂ ແລະ ສະພາບແວດລ້ອມທີ່ອຳ ນວຍໃຫ້ແກ່ການພັດທະນາເສດ ຖະກິດ-ສັງຄົມຂອງ ສປປ ລາວ ກໍຄືອາຊຽນ. ແນວໃດກໍຕາມ, ໃນ ການເຂົ້າຮ່ວມປະຊາຄົມການ ເມືອງ-ຄວາມໝັ້ນຄົງນີ້, ສປປ ລາວເຮົາ ຈະໄດ້ສືບຕໍ່ ຮັກສາ ແລະ ຍຶດໝັ້ນໃນບັນດາຫລັກການພື້ນຖານທີ່ກ່າວມາຂ້າງເທິງໃນການຮ່ວມມືກັບປະເທດສະມາຊິກອາຊຽນກໍຄືກັບບັນ ດາປະເທດຄູ່ເຈລະຈາ.
    ການສ້າງປະຊາຄົມວັດທະນະ ທຳ-ສັງຄົມອາຊຽນ ແມ່ນສ້າງ ສັງຄົມຂອງແຕ່ລະປະເທດສະມາຊິກອາຊຽນໃຫ້ເປັນສັງ ຄົມທີ່ໂອບ ອ້ອມອາລີ ເພື່ອແລກປ່ຽນວັດທະ ນະທຳ ແລະ ຮ່ວມກັນປົກປັກຮັກ ສາ, ສົ່ງເສີມ ແລະ ເຄົາລົບນັບຖືເອກະລັກ, ວັດທະນະທຳ, ພາສາ ແລະ ສາສະໜາຂອງກັນ ແລະ ກັນ. ສະນັ້ນ ການເຂົ້າຮ່ວມປະ ຊາຄົມດັ່ງກ່າວນີ້ແມ່ນເປັນໂອ ກາດດີໃຫ້ ພວກເຮົາເຜີຍແຜ່ວັດທະນະທຳ ແລະ ຮີດຄອງປະເພນີອັນຈົບງາມຂອງພວກເຮົາໃຫ້ອາຊຽນ ແລະ ປະເທດຕ່າງໆ ໃນໂລກຮັບ ຮູ້ ແລະ ເຂົ້າໃຈວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງປະຊາຊົນລາວບັນດາເຜົ່າພ້ອມທັງເປັນໂອກາດ ດີໃນການ ຮ່ວມມືກັບບັນດາປະເທດອາຊຽນ ແລະ ຄູ່ເຈລະຈາ ເພື່ອພັດທະນາຊັບພະຍາກອນມະນຸດຂອງພວກເຮົາ. ຂະນະດຽວກັນ, ພວກເຮົາຕ້ອງໄດ້ມີສະຕິ ກ່ຽວກັບການແລກປ່ຽນຊາວໜຸ່ມ ແລະ ນັກຮຽນ-ນັກສຶກສາ, ການ ຮ່ວມມືດ້ານການສຶກສາ, ການຍູ້ ດັນໃຫ້ມີການເປີດກວ້າງການນຳໃຊ້ການສື່ສານໃນຮູບແບບໃໝ່ (newmedia) ແລະ ເຄືອຂ່າຍທາງສັງຄົມໃຫ້ເປັນ ຮູບແບບ ໃນການສື່ສານລະຫວ່າງບັນດາປະເທດອາຊຽນ ໂດຍສະເພາະຄົນຮຸ່ນໃໝ່, ມັນຈະເປັນການສຶກສາ ແລະ ຫັນ ປ່ຽນແນວຄິດ ຂອງໄວໜຸ່ມ ແລະ ເດັກນ້ອຍທີ່ເປັນກ້ອນກຳລັງແຮງຂອງສັງຄົມໂດຍທາງອ້ອມເຊິ່ງອາດມີຜົນກະທົບທາງລົບຕໍ່ສັງ ຄົມຂອງ ພວກເຮົາໃນອະນາຄົດ. ນອກຈາກນັ້ນ ບາງປະເທດທີ່ມີ ທັດສະນະແຕກຕ່າງກັນກັບເຮົາກໍ ພະຍາຍາມນຳໃຊ້ບັນຫາສິດທິມະ ນຸດ, ມະນຸດສະທຳ, ຊົນເຜົ່າ, ສາສະໜາ ເພື່ອແຊກແຊງເຂົ້າກິດຈະ ການພາຍໃນຂອງແຕ່ລະປະເທດ. ສະນັ້ນ ພວກເຮົາຕ້ອງມີ ສະຕິສູງໃນການປົກປັກຮັກສາຄວາມເປັນເອກະລາດແຫ່ງຊາດໄວ້ໃຫ້ໄດຢ່າງໝັ້ນຄົງ. (ອ່ານຕໍ່ສະບັບໜ້າ)

No comments:

Post a Comment