Ad

Ad

18 February 2013

ນຳສະເຫນີລົດ ອີຊູຊຸ ດີ-ແມ໋ກ ຮຸ່ນໃຫມ່



      ໃນວັນທີ 14 ກຸມພານີ້ ຢູ່ຫ້ອງ ວາງຂາຍລົດ ອີຊູຊຸ ດີ-ແມ໋ກ ບ້ານນາເລົ່າ ເມືອງສີໂຄດຕະ ບອງ ນະຄອນຫລວງວຽງຈັນ ໄດ້ມີພິທີເປດີໂຕລົດ ອີຊູຊຸ ດີແມ໋ກ ຮຸ່ນໃຫມ່ ເປັນແຫ່ງທຳອິດຢູ່ລາວ ໂດຍທ່ານ ວິລະໄຊຄຳ ພິລາພັນ ເດດ ຜູ້ອຳນວຍ ການບໍລິສັດ ອີຊູ ຊຸ ລາວ ບໍລິການຈຳກັດ ກ່າວ    ວ່າ : ລົດ ອີຊູຊຸ ດີ-ແມ໋ກ ຮຸ່ນ ໃຫມ່ນີ້ ເປັນລົດທີ່ອອກແບບໃຫ້ປະຢັດ ນ້ຳມັນ, ການຊົງໂຕທີ່ເປັນເລີດ ມີຄວາມ ແຮງ ແລະ ແຂງແກ່ນ ແລະ ເປັນທີ່ນິຍົມໃນລາວ ສະ ເພາະໃນຕົ້ນປີນີ້ ມີລູກຄ້າສັ່ງຊື້ ລົດຈາກ ບໍລິສັດ ແລ້ວ 100 ກວ່າ ຄັນ ແລະ ວາງເປົ້າວ່າຫມົດປີ 2013 ຈະສາມາດຂາຍລົດປະ ເພດດັ່ງກ່າວໄດ້ເຖິງ 2 ພັນຄົນ.
      ທ່ານ ຜູ້ອຳນວຍບໍລິສັດ ອີຊູຊຸ ລາວ ບໍລິການ ຈຳກັດ ກ່າວວ່າ : ບໍລິສັດ ຍັງເນັ້ນການບໍລິການເພື່ອຄວາມພໍໃຈສູງສຸດ ຂອງລູກຄ້າ, ພວກເຮົາແມ່ນຜູ້ນຳໃນການຂາຍລົດ ອີຊູຊຸ ແບບຄົບວົງຈອນບໍ່ວ່າຈະເປັນການຂາຍ, ການບໍລິການຫລັງການຂາຍ ແລະ ອາໄຫລ່ທີ່ມີຄຸນນະພາບ ແລະ ສູນບໍລິການຂອງພວກເຮົາສາມາດຮັບຮັບສ້ອມແປງໄດ້ຫລາຍ ໂດຍມີເນື້ອທີ່ສ້ອມແປງ ເຖິງ 15 ຊ່ອງ ທີ່ຈະຄອຍອຳນວຍຄວາມສະດວກຜູ້ມາໃຊ້ບໍລິການໄດ້ເປັນຢ່າງດີ.

No comments:

Post a Comment