Ad

Ad

18 February 2013

3 ປະເທດຮ່ວມມືພັດທະນາການ ທ່ອງທ່ຽວໃນຂອບເຂດສາມຫລ່ຽມມໍລະກົດ



     ເມື່ອບໍ່ດົນມານີ້, ຢູ່ແຂວງຈຳ ປາສັກໄດ້ຈັດກອງປະຊຸມປຶກສາ ຫາລື ພາຍໃຕ້ຫົວຂໍ້ “ການພັດທະ ນາ ແລະ ເຊື່ອມໂຍງການ ທ່ອງທ່ຽວລະຫວ່າງ 3 ເມືອງມໍລະດົກ ໂລກ ຈຳປາສັກ ແລະ ຫລວງພະ ບາງ ສປປ ລາວ, ສຽມລຽບ ຣາ ຊະອານາຈັກກຳປູ ເຈຍ ແລະ ບັນດາແຂວງຂອງ 3 ປະເທດໃນເຂດ ສາມຫລ່ຽມມໍລະກົດ ມີກຳປູເຈຍ, ລາວ ແລະ ໄທ ໂດຍມີທ່ານ ດຣ. ສອນ ໄຊ ສີພັນດອນ ເຈົ້າແຂວງຈຳປາສັກ, ທ່ານ ຈະເລີນ ວາລິນ ທະລາສັກ ລັດຖະມົນຕີຊ່ວຍວ່າ ການກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ, ທ່ານ ເມົາທັກນິນ ຮອງເຈົ້າແຂວງຊຽງແຕງ ຣາຊະ ອານາຈັກກຳປູເຈຍ, ທ່ານ ວັນໄຊ ສຸດທິວໍລະໄຊ ເຈົ້າແຂວງອຸບົນ ຣາຊະທານີ ແລະ ປະທານກຸ່ມ ການທ່ອງທ່ຽວແຂວງພາກອີ ສານຕອນໃຕ້ ຂອງ ຣາຊະອານາຈັກໄທເຂົ້າຮ່ວມ.
    ກອງປະຊຸມປຶກສາຫາລືການ ເຊື່ອມໂຍງການທ່ອງທ່ຽວເທື່ອນີ້ ທັງ 3 ຝ່າຍໄດ້ມີຄວາມເຫັນດີເປັນ ເອກະພາບກ່ຽວກັບ ການຮ່ວມມືໃນຂອບເຂດສາມຫລ່ຽມມໍລະກົດ ແນໃສ່ການຮ່ວມມືດ້ານການພັດທະນາການທ່ອງທ່ຽວ, ກອງປະ ຊຸມເຫັນດີ
ໃຫ້ມີການປັບປຸງຄະນະ ປະສານງານຂອງແຕ່ລະຝ່າຍ ລວມທັງສູນຂໍ້ມູນຂ່າວສານການທ່ອງທ່ຽວໃນເຂດສາມຫລ່ຽມມໍ ລະກົດ ເພື່ອຊ່ວຍເຫລືອເຊິ່ງກັນ ແລະ ກັນໃນການໂຄສະນາປະຊາ ສຳພັນ ແລະ ການຊອກຕະຫລາດ ການທ່ອງທ່ຽວຕື່ມອີກ. ຄຽງຄູ່ ກັນນັ້ນ ກໍເຫັນດີໃຫ້ມີການຜັດປ່ຽນກັນເປັນເຈົ້າພາບຈັດກອງ ປະຊຸມໃນແຕ່ລະປີ ໂດຍໝູນວຽນ ຕາມໂຕອັກ ສອນຊື່ ເປັນພາສາອັງກິດ ເພື່ອຂະຫຍາຍການຮ່ວມມື ໃນວຽກງານອື່ນໆ ເປັນຕົ້ນວຽກ ງານກະສິກຳ, ການສົ່ງເສີມດ້ານ ການຄ້າ ແລະ ການພັດທະນາພື້ນຖານໂຄງລ່າງເພື່ອບັນລຸເປົ້າໝາຍການຫລຸດຜ່ອນຄວາມທຸກຍາກຂອງປະຊາຊົນທັງຮັບປະກັນການຂະ ຫຍາຍຕົວທາງເສດຖະກິດແບບນືຍຍົງໃນຂອບເຂດສາມຫລ່ຽມມໍລະກົດ. ພ້ອມນີ້ ທັງ 3 ຝ່າຍ ຍັງເຫັນດີປັບປຸງຍົກລະດັບ ດ່ານທ້ອງຖິ່ນໃນເຂດສາມຫລ່ຽມມໍລະກົດໃຫ້ເປັນດ່ານສາກົນ ເພື່ອອຳນວຍຄວາມສະດວກໃນການເດີນທາງທ່ອງທ່ຽວຮ່ວມ ກັນບົນຫລັກການພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ.
    ກອງປະຊຸມເທື່ອນີ້ ຍັງໄດ້ຕີລາຄາຄືນກ່ຽວກັບການຮ່ວມມືພັດທະນາການທ່ອງທ່ຽວໃນເຂດສາມຫລ່ຽມມໍລະກົດໃນໄລ ຍະຜ່ານມາ ໂດຍລວມແລ້ວເຫັນວ່າມີທ່ວງທ່າດີຂຶ້ນເລື້ອຍໆ, ຂະແໜງການທ່ອງທ່ຽວທັງ 3 ຝ່າຍ ໄດ້ມີການພົບປະ, ການ ຮ່ວມມື ກັນເປັນຕົ້ນການສ້າງສູນຂໍ້ມູນ ຂ່າວສານດ້ານການທ່ອງທ່ຽວ ສາມຫລ່ຽມມໍລະກົດ ຢູ່ແຂວງຈຳ ປາສັກ, ການຈັດຊຸດ ອົບຮົມການ ທ່ອງທ່ຽວແບບປະຊາຊົນມີສ່ວນ ຮ່ວມໃຫ້ແກ່ວິຊາການລາວ ແລະ ກຳປູເຈຍ ໂດຍການຊ່ວຍເຫລືອຂອງລັດ ຖະບານໄທ.

No comments:

Post a Comment