Ad

Ad

18 February 2013

ຮູບພາບຂອງຂ່າວມີຄວາມສຳຄັນແນວໃດ ? ( ເວທີສື່ມວນຊົນ )



      ນັບ​ແຕ່​ມື້ກຳ​ເນີ​ດຂອງ​ສື່​ມວນ​ຊົນ​ເປັນຕົ້ນມາ, ນັກ​ຖ່າຍຮູບ​ຍາມ​ໃດ​ກໍ​ໄດ້​ຢືນ​ຢູ່​ຄຽງ​ບ່າ​ຄຽງ​ໄຫລ່​ນັກ​ຂ່າວ​ຕະຫລອດ​ມາ​ ​ໃນ​ການ​ໂຄສະນາ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວສານ​ຕ່າງໆ ​ແລະ ການ​ໃກ້ຊິດ​ສະໜິດ​ແໜ້ນ​ດັ່ງກ່າວ ຈົນ​ເຮັດ​ໃຫ້​ຫລາຍ​ຄົນ​ມີ​ຄວາມ​ຮູ້ສຶກ​ວ່າ: “​ເອກະລັກ​ຂອງ​ນັກ​ຂ່າວ​ມັນ​ແມ່ນ​ກ້ອງຖ່າຍ ຮູບ​ແລະບໍ່​ແມ່ນ​ປາກກາ​ອີກ​ແລ້ວ” ລະດັບ​ຄວາມ​ສຳຄັນ​ຂອງ​ນັກ​ຖ່າຍ ຮູບ​ໃນ​ວົງ​ການ​ສື່​ມວນ​ຊົນ​ທີ່​ທັນ ສະໄໝ​ໃນ​ປັດຈຸບັນ​ມັນ​ແທດ​ເໝາະ​ກັບ​ຄຳ​ສຸພາສິດ​ບູຮານ​ຂອງ​ຈີນ​ເຄີຍ​ເວົ້າກັນ​ມາ​ວ່າ:“ຮູບ​ພາບ​ແຜ່ນ ​ໜຶ່ງ​ທໍ່​ກັບ​ຄຳ​ເວົ້າຫລາຍ​ພັນ​ຄຳ”.
     ​ໃນ​ປັດຈຸບັນນີ້, ​ແຕ່​ລະ​ມື້​ພວກ​ເຮົາ​ຍິ່ງ​ໄດ້​ເບິ່ງ​ໄດ້​ຊົມ​ບໍ່ຈັກ​ວ່າ​ໜ້ອຍ​ຫລາຍ​ປານ​ໃດ​ຜ່ານ​ຮູບ​ພາບ​ຕ່າງໆ​ໃນ​ລາຍການ​ໂທລະພາບ, ​ໃນ​ໜ້າ​ໜັງສືພິມ ​ແລະ ວາລະສານ​ຕ່າງໆ​ນັບ​ມື້ຫລາຍ​ຂຶ້ນ ອັນ​ໄດ້​ເຮັດ​ໃຫ້​ພວກ​ເຮົາ​ໄດ້​ຮັບ​ຜົນ​ສະທ້ອນ​ບໍ່​ໜ້ອຍ​ຕໍ່​ບັນດາ​ຮູບ​ພາບ​ເຫລົ່ານັ້ນ ​ແລະ ມັກຈື່​ນຳພາ​ບດັ່ງກ່າວ​ໄວ້​ໄດ້​ດີກວ່າ​ບົດຮຽນ, ບົດ​ຂ່າວ ຫລື ບົດ​ວິ​ເຄາະ​ວິຈານ​ໃດ​ໜຶ່ງ​ທີ່​ເລິກ​ເຊິ່ງ ປານ​ໃດ​ກໍ​ຕາມ.ມັນ​ມີ​ພຽງ​ຮູບພາບ​ ເທົ່າ​ນັ້ນທີ່​ຈະ​ຄົງ​ຢູ່​​ໃນ​ຄວາມ​ຊົງ​ຈຳ​ຂອງ​ພວກ​ເຮົາ​ຕະຫລອດ​ໄປ. ດັ່ງນັ້ນ ຈຶ່ງ​ເວົ້າ​ໄດ້​ວ່າ: ຕາ​ກ້ອງ​ນັກ​ຂ່າວ​ແມ່ນ​ຫລັກ​ຖານ​ພະຍານ​ອັນ​ດີ​ທີ່​ສຸດ,ຮູບ​ພາບ​ທີ່​ດີ​ໃບ​ໜຶ່ງ​ມັນ​ບັນຈຸ​​ຫລາຍ​ຂໍ້​ມູນ​ຂ່າວສານ ສາ ມາດ​ຊ່ວຍ​ໃຫ້​ຜູ້​ເບິ່ງ​ຮັບ​ຮູ້​ໄດ້​ສ່ວນ​ໃດ​ໜຶ່ງ​ຂອງ​ໂລກ​ອ້ອມ​ຮອບ​ພວກ​ເຮົາ. ​ແຕ່​ຢາກ​ໄດ້​ຮູບ​ພາບ​ທີ່​ດີ​ໃບ​ໜຶ່ງ,ກ່ອນ​ອື່ນ​ໝົດ​ນັກ​ຖ່າຍຮູບ​ຜູ້ນັ້ນຕ້ອງ​ຮູ້​
ຊອກ​ໃຫ້​ເຫັນ​ເນື້ອ​ເລື່ອງ​ຂອງ​ມັນ​ໃນ​ສາຍຕາ​ຂອງ​ຕົນ​ເອງ. ການ​ຊອກ​ເຫັນ​ເລື່ອງ​ໃດ​ເລື່ອງ​ໜຶ່ງ​ນັ້ນ ​ແມ່ນ​ຄຸນ​ລັກສະນະ​ອັນ​ປະ​ເສີດ​ຂອງ​ນັກ​ຖ່າຍຮູບ ​ເພື່ອ​ສາມາດ​ຕອບ​ສະ ໜອງ​ໃຫ້​ຜູ້​ເບິ່ງ​ຜູ້​ຊົມ​ເຫັນ​ໄດ້​ເນື້ອ​ໃນ​ອັນ​ມີ​ຄວາມ​ໝາຍ​ຂອງມັນ ​ແລະ ຄຸນ​ລັກສະນະ​ດັ່ງກ່າວ​ໄດ້​ປາກົດ​ມີ​ຂຶ້ນ​ໃນ​ຫລາຍ​ແບບ​ຕ່າງ​ກັນ ​ເຊິ່ງມັນ​ຮຽກຮ້ອງ​ໃຫ້​ມີ​ການ​ເຝິກຝົນ​ຫລໍ່​ຫລອມ, ຕ້ອງ​ຮູ້​ຖອດ​ຖອນ​ບົດຮຽນ,ມີ​ຄວາມ​ຮັກ​ມັກ ​ແລະ ຕ້ອງ​ເປັນ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ ມາດ​ໃນ​ລະດັບ​ໃດ​ໜຶ່ງ​ທີ່​ແນ່ນອນ ​ແລະ ພ້ອມ​ນັ້ນ ກໍ​ຕ້ອງ​ຮູ້​ໝູນ​ໃຊ້​ທຸກ​ເງື່ອນ​ໄຂ​ໃນ​ໄລຍະ​ເວລາ​ອັນ​ສັ້ນໆ​ໃດ​ໜຶ່ງ ​ເພື່ອ​ສາມາດ​ສ້າງ​ໃຫ້​ໄດ້​ຮູບ​ພາບ​ທີ່​ສາມາດ​ສ່ອງ​ແສງ​ໃຫ້​ສັງຄົມ​ຮູ້​ໄດ້​ຕື່ມ​ອີກ​ໃນ​ສິ່ງ​ທີ່​ເຂົາ​ເຈົ້າຍັງ​ບໍ່​ທັນ​ຮູ້. ​ແຕ່​ສິ່ງ​ນີ້​ໃນ​ຜ່ານ​ມາ ບັນດາ​ນັກ​ຖ່າຍຮູບ​ພວກ​ເຮົາ​ກໍ​ຍັງ​ເຮັດ​ໄດ້​ໜ້ອຍ ​ແລະ ກໍ​ຍັງ​ບໍ່​ທັນ​ມີ​ໃຜ​ທີ່​ຈະ​ມີ​ຄວາມ​ສົມບູນ​ແບບ​ດັ່ງກ່າວ ຍ້ອນ​ວ່າ​ຢູ່​ໃນ​ໄລຍະ​ເວລາ​ປະຕິບັດ​ງານ​ຂອງ​ພວກ​ເຮົາ​ກໍ​ມັກ​ຈະ​ມີ​ສິ່ງ​ທ້າ​ທາຍຕ່າງໆ​ຕາມ​ມາ​ໃນ​ທຸກ​ສະຖານະ​ການ​ທີ່​ເກີດ​ຂຶ້ນ ​ເຊິ່ງນັກ​ຖ່າຍຮູບ​ພວກ​ເຮົາ​ມັກຈະ​ຜະ​ເຊີນ​ຢູ່​ສະ​ເໝີ. ​ແຕ່​ນັກ​ຖ່າຍຮູບ (ນັກ​ຂ່າວ​ພາບ) ຜູ້​ດີ​ເດັ່ນ​ທີ່​ສຸດ​ແມ່ນ​ຈະ​ສາມາດ​ພິສູດ​ໃຫ້​ພວກ​ເຮົາ​ເຫັນ​ວ່າ: ສິ່ງ​ໂຊກ​ດີ​ແມ່ນ​ຈະ​ມີ​ຕໍ່​ຜູ້​ໃດ​ທີ່ຢູ່​ໃນ​ທ່າ​ກຽມພ້ອມ​ສະ​ເໝີ.

No comments:

Post a Comment