ຂະບວນປູກມັນຕົ້ນຢູ່ບັນດາແຂວງຕ່າງໆຂອງ ສປປ
ລາວ ໄດ້ສ້າງຄວວາມ ສົນໃຈໃຫ້ແກ່ບັນ ດານັກທຸລະກິດຜູ້ປະກອບການເພື່ອຮັບຊື້ເອົາຜົນຜະລິດດັ່ງກ່າວ ເຂົ້າສູ່ໂຮງງານຜະລິດແປ້ງ ມັນຕົ້ນຢູ່ແຂວງຕ່າງໆໃນປະເທດ. ຂະນະທີ່ຫຼາຍ ບໍລິສັດແປ້ງມັນຢູ່ຕ່າງປະເທດກໍໄດ້ສົ່ງຕົວແທນ ຂອງຕົນເຂົ້າມາເພື່ອຊອກເກັບຊື້ ເອົາຜົນຜະລິດດັ່ງກ່າວໄປປ້ອນໂຮງງານແປ້ງມັນຢູ່ປະເທດຂອງເຂົາເຈົ້າ. ຂະນະທີ່ຂະ ບວນການ
ນີ້ໄດ້ກາຍເປັນສ່ິງຈູງໃຈ ແລະ ເຂົ້າສູ່ການແກ້ງແຍ່ງດ້ານ ລາຄາ
ເຮັດໃຫ້ ຂະບວນການປູກມັນຕົ້ນ ຂອງກະສິກອນນັບມື້ກວ້າງ ຂວາງ ແລະ ແຜ່ຫຼາຍ ແລະ
ໄດ້ກາຍເປັນຜົນດີຕໍ່ການກະຕຸກຊຸກຍູ້ການຜະລິດເປັນສິນຄ້າຂອງກະສິກອນລາວເຮົາຫລາຍຂຶ້ນ.
ຜ່ານຈາກການເກັບກຳຂໍ້ມູນຕົວຈິງຂອງການຊື້ຂາຍ
ແລະ ຂະ ບວນການປູກມັນຢູ່ບາງແຂວງ ພາກກາງ ຂອງລາວ ຄືຢູ່ແຂວງສະຫວັນນະເຂດ, ຄຳມ່ວນ, ບໍລິຄຳໄຊ,
ນະຄອນຫຼວງວຽງຈັນ ແລະ ບາງເມືອງ ຂອງແຂວງ ວຽງຈັນ ເຫັນວ່າ:ການ ປູກມັນຕົ້ນ
ຂອງເຂົາເຈົ້າແມ່ນເປັນຂະບວນ ການກວ້າງຂວາງ ແລະ ໄດ້ສ້າງ ຄວາມຈູບຈ້າວຫ້າວຫັນນັບເປັນທີ່ພໍ
ໃຈລະຫວ່າງຜູ້ຊື້
ແລະ ຜູ້ຂາຍອັນໄດ້ສ້າງທາງເລືອກໃໝ່ທີ່ມີຜົນ ປະໂຫຍດ ຫລາຍໃຫ້ກະສິກອນຜູ້ຜະລິດຄືບັນດາບ້ານຂອງເມືອງອຸທຸມພອນ,
ເມືອງໄຊບູລີ ລວມ ໄປເຖິງບັນດາເມືອງ ລຽບຕາມ ເສັ້ນທາງເລກ 9 ແລະ ບາງເມືອງ
ທ່ີມີເງື່ອນໄຂຢູ່ແຂວງຄຳມ່ວນ ເປັນຕົ້ນເມືອງທ່າແຂກ, ເມືອງເຊ ບັ້ງໄຟ, ມະຫາໄຊ, ຍົມມະລາດ
ແລະ ເມືອງຫີນບູນ, ສ່ວນຢູ່ແຂວງບໍລິຄຳໄຊກໍມີເມືອງຄຳເກີດ, ເມືອງປາກ ຊັນ ແລະ
ເມືອງບໍລິຄັນກະສິກອນສ່ວນໃຫຍ່ໄດ້ຫັນມາປູກມັນຕົ້ນລະດູແລ້ງ ເພື່ອເປັນສິນຄ້າສົ່ງອອກ ໃນລະດັບທີ່
ແນ່ນອນ ໂດຍການອະນາໄມຫົວ ມັນໃຫ້ສະອາດແລ້ວຊອຍຕາກ ແຫ້ງຖືກຕ້ອງຕາມກຳນົດແລ້ວຈະມີບັນດາບໍລິສັດແປ້ງມັນຈາກປະເທດໄທ,
ຫວຽດນາມ ຫຼື ສປ ຈີນ ເຂົ້າມາເກັບຊື້ມັນຕົ້ນແຫ້ງດັ່ງ ກ່າວໃນ ລາຄາ 1.300-1.500 ກີບ
ຕໍ່ກິໂລ ຕາມການຕົກລົງລະ ຫວ່າງຜູ້ຊື້ກັບຜູ້ຂາຍເຫັນດີນຳ ກັນ ແລະ ລາຄາດັ່ງກ່າວ ໄດ້ສ້າງ
ຄວາມພໍໃຈໃຫ້ແກ່ກະສິກອນຜູ້ ປູກ ໂດຍເຂົາເຈົ້າຕ່າງກໍໃຫ້ເຫດ ຜົນວ່າ: ການຂາຍມັນແຫ້ງໃຫ້ຜູ້
ມາເກັບຊື້ກັບທີ່ມັນເປັນທາງເລືອກທີ່ດີຂອງຜູ້ຜະລິດຍ້ອນວ່າ
ເກັບກູ້ຂຶ້ນມາແລ້ວເຮັດອະນາໄມ ຫົວມັນຕາກ ແຫ້ງ, ຫຸ້ມຫໍ່ໄດ້ມາດຕະຖານບັນດາບໍລິສັດຜູ້ເກັບຊື້ຈະມາຮັບຊື້ເອົາຢູ່ເຮືອນຂອງເຂົາເຈົ້າໂດຍບໍ່ເປັນການສິ້ນ
ເປືອງເວລາທັງໄດ້ເງິນເປັນກອບເປັນກຳເພື່ອນຳມາສ້າງເສດຖະກິດຄອບຄົວ. ພ້ອມນັ້ນພວກເຂົາຍັງໃຫ້ເຫດ
ຜົນຕື່ມວ່າ:ຜະລິດຕະພັນມັນຕົ້ນຂອງເຂົາເຈົ້າຈະນຳໄປສົ່ງປ້ອນໂຮງງານຢູ່ເມືອງປາກງື່ມ
ນະຄອນຫຼວງວຽງຈັນ ກໍເປັນເສັ້ນທາງເລືອກອີກອັນໜຶ່ງ, ແຕ່ຕ້ອງໄດ້ສິ້ນເປືອງການຂົນສົ່ງ
ແລະ ໃຊ້ເວລາດົນ ເນື່ອງຈາກຕົ້ນທຶນ ການປູກບວກໃສ່ການເໝົາລົດບັນທຸກສິນຄ້ານຳໄປສົ່ງໃຫ້ໂຮງງານກໍແພງພໍແຮງແລ້ວ
ທັງເປັນການຊັກຊ້າ ເສຍເວລາໃນເມື່ອລົດຂົນສົ່ງໄປຕົກປາກສາງໂຮງງານກໍຕ້ອງໃຊ້ເວລາເປັນຫຼາຍມື້ບວກໃສ່ໄລຍະການລໍຖ້າຫຼາຍ
ມື້ຢູ່ປາກສາງໃນກໍລະນີມັນເກີດມີການຫ່ຽວແຫ້ງ ຫຼື ຕົກເກຼດ ຜົນຮັບຊື້ຕ້ອງໄດ້ຕັດລາຄາລົງ
ລວມໄປເຖິງ ຂອດຈຳໜ່າຍເມື່ອຖອກມັນຕົ້ນເຂົ້າສາງຈະຕ້ອງລໍຖ້າເງິນອີກເປັນເວລາຫຼາຍມື້.
ດ້ວຍເຫດນັ້ນ ຈຶ່ງສ້າງຄວາມ ທໍ້ຖອຍກຳລັງໃຈໃຫ້ແກ່ຊາວສວນ ແລະ ຈຳເປັນເຂົາເຈົ້າຕ້ອງໄດ້ຊອກທາງເລືອກໃໝ່ໃນການຈຳໜ່າຍຜົນຜະ
ລິດຂອງຕົນຕາມ ຄວາມຕ້ອງຂອງຕະຫລາດ.
No comments:
Post a Comment