Ad

Ad

21 February 2013

ຄວນເບິ່ງຄືນການເກັບເງິນຄ່າຈອດລົດຕາມເສັ້ນທາງ



     ປັດຈຸບັນ,ການສວຍໃຊ້ຊັບສີນຂອງສ່ວນລວມເພື່ອມາເອື້ອປະໂຫຍດໃຫ້ສ່ວນໂຕພວມມີແຜ່ຫລາຍ ບາງກໍລະນີແມ່ນເຈົ້າ ໜ້າທີ່ຂອງລັດເປັນຜູ້ກະທຳເອງ ຫລື ບາງກໍລະນີກໍແມ່ນບຸກຄົນທົ່ວໄປເປັນ ຜູ້ເຮັດເຊັ່ນ: ການເກັບເງິນຄ່າ ຝາກລົດຕາມແຄມ ທາງເຫັນວ່າ ເຮັດກັນຢ່າງເປັນຂະບວນກວ້າງຂວາງຕາມເສັ້ນທາງຈຸດສຳຄັນ ຕ່າງໆ ໂດຍສະເພາະຢູ່ນະຄອນຫລວງວຽງຈັນ ຄືບ່ອນດ້ານຂ້າງ ໂຮງໝໍ ມະໂຫສົດ(ທັງໆເຂດເສັ້ນ ທາງດັ່ງກ່າວ ແມ່ນເຂດຫ້າມ ຈອດ), ເຂດນ້ຳພຸ, ເຂດສອງຟາກ ທາງໜ້າ ໂຮງແຮມໂກສະໂມ ແລະ ລວມໄປເຖິງມີບຸກ ຄົນຈຳນວນໜຶ່ງນຳເອົາສິ່ງຂອງຕ່າງໆມາວາງໄວ້ແຄມທາງໜ້າ ເຮືອນຂອງຕົນເພື່ອ ກັນບໍ່ໃຫ້ບຸກຄົນອື່ນ ເອົາລົດ ມາຈອດຕໍ່ໜ້າເຮືອນ ຫລື ຖ້າຈອດກໍຕ້ອງໄດ້ຈ່າຍເງິນນັບເປັນຫ້າເປັນສິບ. ດັ່ງຢູ່ເຂດໂຮງແຮມ ໂກສໂມ ເມື່ອມີມື້ແຕ່ງດອງ ເຊິ່ງບັນຫາດັ່ງກ່າວແມ່ນສ່ອງ ແສງໃຫ້ເຫັນເຖິງການກະທຳທີ່ ເຫັນແກ່ໄດ້ສ່ວນໂຕທັງໆທີ່ ເສັ້ນທາງແມ່ນຊັບສົມບັດຂອງສ່ວນລວມເງິນທີ່ນຳມາສ້າງເສັ້ນທາງກໍແມ່ນເງິນທີ່ໄດ້ຈາກການເກັບ ພາສີຈາກສັງ ຄົມສ່ວນ ລວມ. ສະນັ້ນຫາກອະນຸຍາດໃຫ້ກຸ່ມຄົນຈຳນວນໜຶ່ງນຳໄປສວຍໃຊ້ກຳນົດເປັນບ່ອນສ້າງລາຍຮັບ ແບບບໍ່ເໝາະສົມພາກລັດ
ກ່ຽວຂ້ອງ ກໍຄວນໄດ້ມີການກວດກາເບິ່ງ ຄືນວ່າຊອກທຳຫລືເໝາະສົມແລ້ວ ບໍ່? ແລະ ບໍ່ດົນມານີ້ມີປະຊາຊົນທ່ານໜຶ່ງ ໄດ້ສ່ອງແສງຜ່ານມາທາງໜັງສືພິມລາວພັດ ທະນາກ່ຽວກັບບັນຫາເກັບຄ່າຈອດລົດຕາມ ທາງຢູ່ເຂດໂຮງແຮມໂກສະ ໂມຍ້ອນວ່າໄປດອງຢູ່ໂຮງແຮມດັ່ງກ່າວແຕ່ເດີ່ນຈອດລົດດ້ານໜ້າໂຮງ ແຮມເຕັມ ກໍເລີຍມາຈອດຢູ່ຕາມແຄມທາງໃຫຍ່ ປາກົດວ່າມີປະຊາຊົນເຮືອນ ໃກ້ຄຽງມາເກັບເງິນຄ່າຈອດລົດ ໂດຍອ້າງວ່າເກັບຄ່າຈອດຕັນໜ້າເຮືອນ ຖ້າບໍ່ຈ່າຍແມ່ນບໍ່ໃຫ້ ຈອດ. ສະນັ້ນ ຕໍ່ສະພາບດັ່ງກ່າວພາກສ່ວນກ່ຽວ ຂ້ອງຄວນມີລະບຽບຈະແຈ້ງເພື່ອກຳນົດວ່າບ່ອນໃດ ແລະ ເວລາ ສາມາດເກັບເງິນໄດ້ ແລະບໍ່ໄດ້ເກັບເງິນເ ພື່ອບໍ່ເປັນຊ່ອງຫວ່າງໃຫ້ມີຄົນສວຍໂອກາດດັ່ງຜ່ານມາ.

No comments:

Post a Comment