Ad

Ad

21 February 2013

ຫ້ອງວ່າການປະທານປະເທດເຜີຍແຜ່ເອກະສານສຳຄັນຕ່າງໆ



        ຫ້ອງວ່າການປະທານປະ ເທດ ຈັດກອງປະຊຸມເຜີຍແຜ່ເອ ກະສານສຳຄັນຕ່າງໆ ເປັນຕົ້ນ ແມ່ນມະຕິ ກອງປະຊຸມຄົບຄະນະ ບໍລິຫານງານສູນກາງພັກ ຄັ້ງທີ 5 ສະໄໝທີ IX, ບົດໂອ້ລົມຂອງ ທ່ານເລຂາທິການ​ໃຫຍ່​, ປະທານ​ປະ​ເທດຈູມ​ມາລີ ​ໄຊ​ຍະ​ສອນ ກ່ຽວກັບວຽກ​ງານ 3 ສ້າງ​ ແລະ ບົດສັງລວມລາຍງານສະພາບ ການຈັດຕັ້ງຜັນຂະຫຍາຍ ດຳລັດ ແລະ ຄຳສັ່ງຂອງນາຍົກລັດຖະ ມົນຕີວ່າດ້ວຍການປະຢັດ ແລະ ຕ້ານການຟຸມ ເຟືອຍ ຊຶ່ງຈັດຂຶ້ນ ໃນວັນທີ 20 ກຸມພາ 2013 ນີ້ ຢູ່ ຫ້ອງວ່າການປະທານປະເທດ (ຫໍຄຳ) ພາຍໃຕ້ການເປັນ ປະທານ ແລະ ເຜີຍແຜ່ເອກະສານ ສຳຄັນດັ່ງກ່າວຂອງທ່ານ ພົງ ສະຫວັດ ບຸບຜາ ເລຂາຄະນະພັກ, ລັດຖະມົນ ຕີ,ຫົວໜ້າຫ້ອງວ່າການປະທານປະ ເທດ,ມີບັນດາ ຫົວໜ້າກົມ,ຮອງກົມ ແລະ ພະ ນັກງານ-ລັດຖະກອນ ເຂົ້າຮ່ວມ.
          ສະເພາະການເຜີຍແຜ່ບົດ ໂອ້ລົມຂອງທ່ານເລຂາທິການ​ໃຫຍ່​ກ່ຽວກັບວຽກ​ງານ 3 ສ້າງ ນັ້ນ,ຫົວໜ້າ ຫ້ອງວ່າການ ປະທານປະເທດ ໄດ້​ຍົກ​ໃຫ້​ເຫັນ​ຄວາມ​ໝາຍ​ຄວາມ​ສຳຄັນ ​ແລະ ​ເນື້ອ​ແທ້ຂອງວຽກສາມ​ສ້າງ​ວ່າ: ວຽກງານສາມສ້າງແມ່ນ​ວຽກ ຍຸດ​ທະ​ສາດ​ຍາວ​ນານ ​ເພື່ອ​ບັນລຸ​ຈຸດໝາຍ​ເຮັດ​ໃຫ້​ລະບອບ​ປະຊາ ທິປະ​ໄຕ ປະ ຊາຊົນມີ​ຄວາມໝັ້ນ ຄົງ,ປະ​ເທດ​ຊາດ​ມັ່ງ​ຄັ່ງ​ເຂັ້ມ​ແຂງ, ປະຊາຊົນ​ຮັ່ງມີ​ຜາ​ສຸກ, ສັງຄົມ​ມີ​ປະຊາທິປະ​ໄຕ,ຍຸຕິ​ທຳ ​ແລະ ສີວິ​ໄລ ຊຶ່ງ​ເນື້ອ​ແທ້​ເປັນ​ອຸດົມ​ການ​ສັງຄົມ​
ນິຍົມ.ສະນັ້ນການ​ປະຕິ ບັດ​ວຽກງານ​ສາມ​ສ້າງໃຫ້​ບັນລຸ​ຈຸດ ໝາຍສັງຄົມ​ນິຍົມຕ້ອງ​ເລີ່​ມ ສ້າງ​ຮາກ​ຖານ​ໃຫ້​ເຂັ້ມ​ແຂງ ຊຶ່ງ​ລວມ​ເອົາ​ຫລາຍ​ດ້ານ​ເຊັ່ນ: ດ້ານ​ການ​ເມືອງ, ​ເສດ ຖະກິດ, ສັງຄົມ- ວັດທະນະທຳ ​ແລະ ດ້ານ​ປ້ອງ​ກັນ ຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ. ວຽກງານ 3 ສ້າງ​ມີ​ລັກ ສະນະ​ຮອບດ້ານ ​ແລະ ​ເລັ່ງທວງ​ໃຫ້​ມີ​ຫລາຍ​ພາກສ່ວນ​ເຂົ້າ​ຮ່ວມ ​ແມ່ນ ໜ້າທີ່​ລວມຂອງ​ທົ່ວພັກ,ທົ່ວ​ລັດ​ ແລະ ທົ່ວ​ປວງ​ຊົນ, ເປັນ​ການ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ໃຫ້​ແກ່​ທ້ອງ​ຖິ່ນ​ຮາກ​ຖານ ​ໃຫ້​ມີ​ຄວາມ​ຮັບຜິດຊອບ ຫລາຍ​ຂຶ້ນ ຕິດ​ພັນ​ກັບ​ການ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຢ່າງ​ເໝາະສົມ ​ໂດຍ​ສະ​ເພາະ​ແມ່ນບັນ ດາເມືອງ ​ແລະ ບ້ານ​ເປົ້າໝາຍ ​​ມີ​ຄວາມ​ເຂັ້ມ​ແຂງກໍ​ຈະ​ເປັນ​ພື້ນ ຖານ​ທີ່​ດີ​ໃນ​ການ​ປະຕິບັດ​ວຽກ ງານ 3 ​ສ້າງ​ບັນລຸ​ຜົນສຳເລັດ. ພ້ອມນີ້ທ່ານຍັງ​ໄດ້​ຍົກ​ໃຫ້​ເຫັນ​ເຖິງ​ທິດ​ຊີ້ນຳ​ຂອງທ່ານ​ເລຂາທິ ການ​ໃຫຍ່​ກ່ຽວກັບ​ການ​ມອບ​ສິດ-ມອບ​ຄວາມ​ຮັບຜິດຊອບ ​ແລະ ການ​ແບ່ງ​ຜົນ​ປະ​ໂຫຍ​ດ​ໃຫ້​ທ້ອງ​ຖິ່ນ​ ໃນ​ເບື້ອງຕົ້ນ​,ການ​ເຮັດ​ທົດ​ລອງກໍ​ຈະ​ມີ​ບັນຫາ​ຈຳນວນ ໜຶ່ງ ລະ ຫວ່າງສູນ​ກາງ ​ແລະ ທ້ອງ​ຖິ່ນ.ສະນັ້ນ ຈຶ່ງ​ຮີບ​ຮ້ອນ​ປັບປຸງ​ແກ້​ໄຂ​ໃຫ້​ຖືກ​ທິດ ​ແລະ ມີ​ການ​ປຶກສາ​ຫາລື​ ປະສານ​ສົມທົບ​ກັນ​ລະອຽດ ​ໃນ​ການ​ແບ່ງ​ງານ ​ແຕ່​ບໍ່​ໃຫ້​ຟ້າວ​ຫລາຍ, ວຽກທີ່​ເຮັດ​ແລ້ວ​ ກໍ​ຕ້ອງ​ກວດກາ​ຄືນກ່ອນ​ຈະ​ເຂົ້າ​ສູ່ໜ້າວຽກ​ໃໝ່.ວຽກສາມ​ສ້າງ​ຍັງ​ແມ່ນ​ການ​ຍູ້​ການ​ພັດທະ ນາ​ເຂົ້າ​ສູ່​ບາດ​ລ້ຽວ​ໃໝ່​ໂດຍ​ສະ​ເພາະ​ແມ່ນ​ການ​ແກ້​ໄຂ​ຄວາມທຸກ​ຍາກ​​​ຂອງປະຊາຊົນໃຫ້​ຍັງ​ເຫລືອ ບໍ່​ເກີນ 10% ​​ແລະ ການ​ບັນລຸ​ເປົ້າ ໝາຍສະຫັດ​ສະວັດ​ເພື່ອ​ການ​ພັດທະນາໃນ​ປີ 2015, ​ເປັນ​ການ​ເປີດ​ສັງກາດ​ໃໝ່​ແຫ່ງ​ຄວາມ​ພາກພູມ​ໃຈທີ່​ປະ​ເທດ​ເຮົາ​ມີ​ຖານະ​ ອັນ​ສົມ​ກຽດ​ໃນ​ເວທີ​ສາກົນ ແລະ ປະຊາ​ຄົມ​ໂລກ​ໂດຍ​ການ​ຫລຸດ​ພົ້ນ​ຈາກ​ກຸ່ມ​ປະ​ເທດດ້ອຍ​ພັດທະນາ.
           ການ​ເຮັດ​ວຽກ 3 ສ້າງ ​ຕ້ອງ​ເປັນ​ປັດ​ໄຈ​ຊຸກຍູ້​ສົ່ງ​ເສີມ​ການ​ພັດທະນາ, ຕ້ອງ​ມີ​ແຜນການ ​ແລະ ​ໂຄງ ການ​ອັນ​ລະອຽດຕົ້ນ ຕໍແມ່ນ​ຢູ່​ຂັ້ນ​ເມືອງ ​ແລະ ບ້ານ. ຖ້າ​ຫາກ​ເລືອກ​ເມືອງ ​ແລະ ບ້ານ​ເປົ້າໝາຍບໍ່ຖືກ​ຕາມ​ເງື່ອນ​ໄຂ​ສ້າງ​ເປັນ​ເມືອງ​ເຂັ້ມ​ແຂງ,ເປັນ​ບ້ານ​ພັດທະນາ ​ແລະ ​ເປັນ​ຕົວ​ເມືອງ​ນ້ອຍ​ໄດ້ ກໍ​ໃຫ້​ເລືອກ​ປ່ຽນ​ແທນ​ທັນທີ,ໂຄງການ​ລົງທຶນ​ຂອງ​ລັດ ​ເພື່ອ​ພັດທະນາ​ຂົງ​ເຂດ​ນີ້​ໃຫ້​ມີໝາກຜົນ​ຕົວ​ຈິງ.ນອກຈາກ​ໂຄງການ​ຜະລິດ​ເປັນ​ສິນຄ້າ ​ແລະ ການ​ບໍລິການ​ທີ່​ສ້າງ​ລາຍ​ໄດ້​ໃຫ້​ປະຊາຊົນ​ແລ້ວກໍ​ຕ້ອງ​ມີ​ໂຄງ ການ​ອື່ນ​ທີ່​ຂຶ້ນກັບ​ສູນ​ກາງ ແລະ ທ້ອງ​ຖິ່ນ, ​ເມື່ອມີ​ການຈັດ​ສັນ​ໂຄງ ການ​ຕ້ອງ​ໃຫ້​ສະ​ແດງ​ອອກ​ໃນ​ແຜນ​ພັດທະນາ​ຂອງ​ເມືອງ, ​ແຂວງທົ່ວ​ປະ​ເທດ, ​ເລີ່​ມ​ແຕ່​ສົກ​ປີ 2013-2014 ​ແຜນ 3 ສ້າງ​ຕ້ອງ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ, ລັກ​ສະນະ​ບູລິ​ມະ​ສິດ ​ແລະ ລັກ​ສະນະ​ຈຸດ​ສຸມ​ໂດຍ​ຕິດ​ພັນ​ກັບ​ແຜນ​ອື່ນໆ ໝາຍ​ຄວາມ​ວ່າມັນ​ບໍ່​ຢູ່​ນອກ​ແຜນ, ມັນ​ຢູ່​ໃນ​ແຜ​ນ ພັດທະ ນາ​ເສດ ຖະກິດ-ສັງຄົມ​ປະ​ຈຳປີ​ທີ່​ມີ​ລັກ​ສະນະ​ຈຸດ​ສຸມ ​ແລະ ມີ​ລັກ​ສະ​ນະ​ບູລິ​ມະ​ສິດ.ຜ່ານ​ການ​ທົດ​ລອງ 3 ສ້າງ​ໃນ​ເບື້ອງຕົ້ນ​ເຫັນ​ວ່າ ​ມີ​ຫລາຍ​ບັນຫາ​ພົ້ນ​ເດັ່ນ​ກ່ຽວ​ກັບ 3 ສ້າງ ​ຊຶ່ງວຽກ 3 ສ້າງ​ພວມ​ເຂົ້າ​ສູ່​ການ​ປະຕິບັດ​ຕົວ​ຈິງໃນບັນຍາ ກາດ​ອັນ​ຟົດຟື້ນ ​ແລະ ​ໄດ້​ຮັບ​ການ​ສະໜັບສະໜູນ,ຕອບສະ​ໜອງ​ຢ່າງ​ກ້ວາງ​ຂວາງ​ຈາກ​ທົ່ວ​ພັກ ​ແລະ ທົ່ວ​ສັງຄົມ,​ເຖິງ​ວ່າໃນ​ເບື້ອງຕົ້ນ​ນີ້ຈະ​ມີ​ບັນຫາ​ດ້ານ​ຄວາມ​ເຂົ້າ​ໃຈ ​ແລະ ມີ​ອັນ​ທີ່​ເຮັດ​ບໍ່​ທັນ​ຖືກ​ໃນ​ບາງ​ດ້ານ,​ແຕ່​ໂດຍ​ລວມ​ແລ້ວ​ເຫັນ​ວ່າວຽກງານ 3 ສ້າງ​ພວມ​ສ້າງ​ຄວາມ​ເຊື່ອ​ໝັ້ນ​ໃຫ້​ພວກ​ເຮົາໃນ​ດ້ານ​ຄວາມ​ຖືກ ຕ້ອງ​ກໍ​ຄື​ຕໍ່​ໝາກຜົນ​ທີ່​ຈະ​ບັນລຸ​ໃນຕໍ່ ໜ້າ, ອັນສຳຄັນ​ທີ່​ສຸດ​ ທີ່​ຢາກ​ໃຫ້​ເອົາ​ໃຈ​ໃສ່​ໃນ​ສະ​ເພາະ​ໜ້າ ​ແມ່ນ​ການ​ຂຶ້ນ​ແຜນກຳນົດ​ໂຄງການ​ຈຸດພັດທະນາ ​ສົກ​ປີ 2013-2014 ​ແລະ ຕ້ອງ​ເຮັດຕິ​ດພັນ​ກັບ​ຂະ​ບວນການ​ກະກຽມ​ກອງ​ປະຊຸມ​ ໃຫຍ່ 3 ຂັ້ນ​ຢູ່​ແຕ່ລະ​ທ້ອງ​ຖິ່ນ ​ແລະ ຮາກ​ຖານ​ ໝາຍ​ຄວາມ​ວ່າ ​ໃຫ້​ເອົາ​ຂະ​ບວນການ 3 ສ້າງ​ເປັນ​ບ່ອນ​ອີງ​ສຳລັບ​ການ​ສ້າງ​ບົດ​ລາຍ​ງານ​ການ​ເມືອງ, ​ເອົາ 3 ສ້າງ​ເປັນ​ໂຮງຮຽນ​ເພື່ອເ​ຝິກ​ຝົນ​ທົດ​ສອບ ​ແລະ ບຳລຸງ​ສ້າງ​ພະ ນັກງານ.ຈາກ​ນັ້ນ ຈຶ່ງ​ເອົາ​ພະນັກ ງານ​ກັບ​ທີ່​ຍູ້​ຂະ​ບວນການ​ 3 ສ້າງ ​ກໍ​ຄື​ການ​ພັດທະນາ​ຢູ່​ທ້ອງ​ຖິ່ນ​ໃຫ້​ດຳ​ເນີນ​ໄປ​ຢ່າງ​ຕໍ່​ເນື່ອງ ​ແລະ ມີ​ຄວາມ​ຍືນ​ຍົງ.

No comments:

Post a Comment