Ad

Ad

21 February 2013

ບັນຫານ້ຳເປື້ອນຢູ່ສວນສທາລະນະສີໂຄດຕະບອງຈະໄດ້ຮັບການແກ້ໄຂໃນໄວໆນີ້



       ພາຍຫຼັງມີຫາງສຽງຈາກ ສັງຄົມຕໍ່ບັນຫານ້ຳເປື້ອນທີ່ສົ່ງ ກິ່ນເນ່ົາເໝັນ ໄປທົ່ວບໍລິເວນ ສວນສາທາລະນະ ສີໂຄດຕະ ບອງ ແລະ ເຂດອ້ອມຂ້າງທີ່ປະຊາຊົນ ອາໄສຢູ່ບໍລິເວນດັ່ງ ກ່າວ ອັນ ໄດ້ສ້າງຄວາມເປັນຫ່ວງໃຫ້ແກ່ປະຊາຊົນວ່າ: ຫາກບໍ່ເລັ່ງມືແກ້ໄຂ ຈະສົ່ງຜົນກະທົບຕໍ່ສະພາບແວດ ລ້ອມ ແລະ ບັນຫາສຸຂະພາບ ຂອງປະຊາ ຊົນທັງແຕະຕ້ອງເຖິງ ເນື້ອໃນຄຳຂວັນ 6 ສ ໃນການຮັກສາຕົວເມືອງວຽງຈັນໃຫ້ ກາຍ ເປັນຕົວ ເມືອງທີ່ສະ ອາດ,ຂຽວ ງາມ ແລະ ໜ້າຢູ່ອາໄສ. ຫຼ້າສຸດ ທາງອົງການພັດທະນາ ແລະ ບໍລິ ຫານຕົວເມືອງ (ອພບ) ນະຄອນ ຫຼວງວຽງຈັນ ກໍໄດ້ຊີ້ແຈ້ງຊອງ ທາງໃນການແກ້ໄຂບັນຫາດັ່ງ ກ່າວ ເຊິ່ງ ຄາດວ່າຈະລົງມືປະຕິ ບັດໃນຕົ້ນ ເດືອນມີນາ ທີ່ຈະມາ ເຖິງນີ້ ຊຶ່ງປັດຈຸບັນ, ອພບ ໄດ້ຮັບການຊ່ວຍເຫຼືອຈາກອົງການສະຫະປະຊາຊາດພາຍໃຕ້ການຮ່ວມ ມືຂອງປະເທດຍີ່ປຸ່ນ ແລ້ວ.
        ທ່ານ ຄຳປຽນ ອິນທະລືໄຊ ຮອງປະທານອົງການພັດທະນາ ແລະ ບໍລິຫານຕົວເມືອງ (ອພບ) ນະຄອນ ຫຼວງວຽງຈັນ ໃຫ້ສຳ ພາດຕໍ່ນັກຂ່າວລາວພັດທະນາ ວ່າ: ສວນສາທາລະນະສີໂຄດຕະ ບອງເປັນສວນ ທີ່ສ້າງ ຂຶ້ນເພື່ອ ເປັນບ່ອນພັກຜ່ອນ
ຢ່ອນໃຈຂອງ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ເຂົ້າມາລາວ ທັງ ເປັນສະຖານທີ່ອອກກຳລັງກາຍຂອງປະຊາ ຊົນກໍຄືການສ້າງເປັນ ສວນສາທາລະນະອີກແຫ່ງໜຶ່ງ ແລະ ທັງເປັນ ການລະນຶກເຖິງ ບັນພະບູລຸດພະຍາສີໂຄດຕະບອງ ໃນເມື່ອກ່ອນ ໂດຍຜູ້ໃຊ້ບໍລິການ ທຸກຄົນມີສ່ວນຮ່ວມ ໃນການບົວ ລະບັດຮັກສາ, ແຕ່ພາຍຫຼັງສ້າງ ຂຶ້ນມາແລ້ວ ກັບບໍ່ໄດ້ຮັບຄວາມ ໃສ່ໃຈຈາກສັງ ຄົມໃນ ການມີ ສ່ວນຮ່ວມປົກປັກຮັກສານອກ ນັ້ນຍັງມີການຖິ້ມຂີ້ເຫຍື້ອຢ່າງ ຊະຊາຍລົງສູ່ໜອງນ້ຳດັ່ງກ່າວ ຈຶ່ງພາໃຫ້ເກີດ ມີສະພາບເປິເປື້ອນ ແລະ ນັບມື້ນັບຮ້າຍແຮງຍິ່ງຂຶ້ນ ຈາກນັ້ນຈຶ່ງກໍ່ໃຫ້ເກີດມີຜົນຕ່າງໆຕາມມາ ທີ່ເປັນບັນຫາ ໃຫ້ແກ່ສັງຄົມ.ສຳລັບນ້ຳທີ່ຢູ່ໃນໜອງນັ້ນສ່ວນໃຫຍ່ແມ່ນນ້ຳ ເປື້ອນທີ່ມາຈາກເຮືອນພັກ, ຮ້ານ ອາຫານ ແລະ ນ້ຳລ້າງຖະໜົນເຈົ້າຟ້າງຸ່ມໂດຍປະສາຈາກການບຳບັດ.
        ແນວໃດກໍຕາມ ຕໍ່ບັນຫານ້ຳ ເປື້ອນໃນໜອງດັ່ງກ່າວ,ປັດຈຸບັນ ທາງ ອພບ ກໍໄດ້ຂໍຄວາມຊ່ວຍ ເຫຼືອ ຈາກອົງການ UNHABITAT ຂອງສະຫະປະຊາຊາດ ພາຍໃຕ້ ການຮ່ວມມືຂອງລັດຖະບານຍີ່ ປຸ່ນ ໂດຍຈະ ສະໜອງສານເຄມີ AQVALIF ເຊິ່ງສານດັ່ງກ່າວ ຈະສາມາດຊ່ວຍດັບກິ່ນເໝັນ, ຂ້າຈຸລິນຊີໃນນ້ຳ, ປ່ຽນຄຸນ ສົມບັດທາງເຄມີຂອງນ້ຳ ແລະ ເຮັດ ໃຫ້ຄຸນນະພາບຂອງນ້ຳຄືນສູ່ສະ ພາບປົກກະຕິເຊັ່ນດຽວກັນກັບ ນ້ຳໃນ ທຳມະຊາດ ເຊິ່ງເຄີຍມີຜົນ ທົດລອງມາແລ້ວຢູ່ໃນແຂວງ ຫຼວງພະບາງນັບວ່າເປັນສານເຄ ມີທີ່ ມີປະສິດທິພາບ ສູງໃນການ ບຳບັດນ້ຳເປື້ອນ ແລະ ນ້ຳເປື້ອນ ທີ່ໄຫຼມາຈາກຄຸ້ມບ້ານ ເຊິ່ງຕາມ ທິດທາງແຜນການແລ້ວໂຄງ ການ ດັ່ງກ່າວຈະລົງມືປະຕິບັດ ໃນວັນທີ 7 ມີນາ 2013 ທີ່ຈະມາ ເຖິງນີ້ ແລະ ພາຍຫຼັງສຳເລັດການບຳບັດແລ້ວຈະ ແຕ່ງຕັ້ງໜ່ວຍງານຂຶ້ນມາຮັບຜິດຊອບໂດຍສະ ເພາະ. ສ່ວນແຜນການໃນໄລຍະຍາວນັ້ນ, ອພບ ພວມດຳເນີນ ການສຳຫຼວດ,ອອກແບບ ແລະ ຫາ ເຄື່ອງມືບຳບັດ.
            ດັ່ງນັ້ນ ຈຶ່ງແຈ້ງໃຫ້ປະຊາ ຊົນຮັບຮູ້ນຳກັນວ່າ ຜ່ານມາການ ຈັດຕັ້ງທີ່ກ່ຽວຂ້ອງກໍໃຫ້ຄວາມ ເປັນ ຫ່ວງນຳບັນຫາຕ່າງໆທີ່ເກີດ ຂຶ້ນແຕ່ເນື່ອງຈາກຄວາມຈຳເປັນ ທີ່ພວກເຮົາຍັງບໍ່ທັນມີເຄື່ອງມື ໃດໆໃນການ ແກ້ໄຂຈຶ່ງຖືກ ເລື່ອນ ເວລາອອກໄປເລື້ອຍໆຈົນມາເຖິງ ປັດຈຸບັນແຕ່ຄາດວ່າບັນຫາດັ່ງກ່າວຈະໄດ້ຮັບການ ແກ້ໄຂໃນໄວໆນີ້.

No comments:

Post a Comment