ເພື່ອກ້າວໄປສູ່ການເຊື່ອມໂຍງທາງດ້ານເສດຖະກິດທັງໃນພາກພື້ນ
ແລະ ສາກົນກໍຄື ການກ້າວໄປ ເປັນປະຊາຄົມອາຊຽນ ໃນປີ 2015 ໃຫ້ປາກົດຜົນເປັນຈິງ ແລະ
ການຫັນເປັນອຸດສາຫະກຳ-ທັນສະໄໝໃຫ້ ໄດ້ຮັບການຈັດຕັ້ງປະຕິບັດຢ່າງ ເປັນ ຮູບປະທຳ.ດັ່ງນັ້ນ,ໃນວັນທີ
19 ກຸມພານີ້ ແຂວງອຸດົມໄຊ ໄດ້ຈັດກອງປະ ຊຸມສຳມະ ນາກ່ຽວກັບການຜະລິດ ແລະ
ມາດຕະການສົ່ງເສີມການສົ່ງອອກສິນຄ້າກະສິກຳ 9 ແຂວງພາກ ເໜືອໄປ ສປ ຈີນ
ພາຍໃຕ້ການເປັນປະທານຂອງ ທ່ານ ສົມສະຫວາດ ເລັ່ງ ສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານເສດຖະກິດ
ເຊິ່ງມີບັນ ດາເຈົ້າແຂວງ-ຮອງເຈົ້າແຂວງ, ລັດຖະມົນຕີຊ່ວນວ່າການ ແລະ ບັນ ດາພະແນກການ ທີ່ປິ່ນອ້ອມຈາກສູນກາງ
ແລະ 9 ແຂວງພາກເໜືອເຂົ້າຮ່ວມເປັນຈຳນວນຫລາຍ.
ໃນກອງປະຊຸມ,ທ່ານ ຄຳຫຼ້າ ລິ້ງນະສອນ
ເຈົ້າແຂວງອຸດົມໄຊ ໄດ້ລາຍງານໃຫ້ຊາບວ່າ : ແຂວງຂອງຕົນ ມີເນື້ອທີ່ທັງ ໝົດ 15.370
ກິໂລຕາແມັດ, ປະກອບມີ 7 ເມືອງ 475 ບ້ານ ແບ່ງອອກເປັນ 60 ກຸ່ມ ບ້ານ ແລະ 88 ບ້ານ ໃຫຍ່
ມີພົນລະເມືອງທັງໝົດ 297.063 ຄົນ. ໃນນັ້ນ, ມີບ້ານທຸກ 296 ບ້ານ, ມີ 22.404 ຄອບຄົວ;
ເສດຖະກິດ ຂອງແຂວງ ມີທ່າອ່ຽງຂະຫຍາຍ ຕົວຕໍ່ເນື່ອງ ໃນລະດັບ 11% ຕໍ່ປີ, ລວມຍອດມູນຄ່າ ຜະລິດຕະພັນ
ພາຍໃນ (GDP) ບັນລຸໄດ້ 2.423
ຕື້ກີບ ເທົ່າກັບ 73%, ສະເລ່ຍຕໍ່ ຫົວຄົນ 7,5 ລ້ານກີບ
ຫຼື ປະມານ 934 ໂດລາສະຫະລັດຕໍ່ຄົນຕໍ່ປີ, ໃນນັ້ນ ຂະແໜງກະສິກຳ ແລະ ປ່າໄມ້ ເພີ່ມຂຶ້ນ
6,3% ຕໍ່ປີ ກວມ ເອົາ 50%; ຂະແໜງອຸດສາຫະ ກຳເພີ່ມຂຶ້ນ 17% ຕໍ່ປີ ກວມເອົາ 27% ແລະ
ຂະແໜງບໍລິການ ເພີ່ມ ຂຶ້ນ 11% ກວມເອົາ 23% ຂອງ GDP.
ໃນກອງປະຊຸມອັນມີຄວາມ
ສຳຄັນດັ່ງກ່າວ,ທ່ານຮອງນາຍົກ ລັດຖະມົນຕີ ສົມສະຫວາດ ເລັ່ງ ສະ ຫວັດ
ກໍໄດ້ມີຄຳເຫັນເຈາະຈີ້ມ ບາງບັນຫາ ເພື່ອເປັນທິດທາງໃນ ການປຶກສາຫາລືໃນກອງປະຊຸມ
ເຊິ່ງທ່ານໄດ້ ກ່າວວ່າ : ດັ່ງທີ່ຮູ້ກັນ ແລ້ວວ່າ:ປີນີ້ແມ່ນປີທີ 3 ຂອງ
ການປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ 5 ປີເທື່ອທີ VII, ເປັນປີກາງສະໄໝຂອງກອງປະ
ຊຸມໃຫຍ່ຄັ້ງ ທີ IX ຂອງພັກ ແລະ ໃນໄລຍະ 2 ປີທີ່ຜ່ານມາ, ພວກເຮົາໄດ້ມີຄວາມກ້າວໜ້າຫຼາຍດ້ານ
ໃນການປະຕິບັດເປົ້າໝາຍສູ້ ຊົນດັ່ງກ່າວ, ແຕ່ເບິ່ງລວມແລ້ວພວກ ເຮົາຍັງມີຫຼາຍດ້ານທີ່ຈະຕ້ອງໄດ້ເອົາໃຈໃສ່ເປັນຕົ້ນການຈັດຕັ້ງປະຕິບັດເປົ້າໝາຍກ່ຽວກັບການລຶບລ້າງຄວາມ
ທຸກຍາກ, ການບັນລຸເປົ້າໝາຍສະຫັດສະຫວັດດ້ານການພັດທະນາກໍຄືການກະກຽມທຸກດ້ານເພື່ອການ
ເຊື່ອມໂຍງພາກພື້ນ ແລະ ສາກົນ, ອັນສຳຄັນ ແມ່ນການກະກຽມພື້ນຖານວັດຖຸ-ເຕັກນິກ ສຳລັບການ
ນຳເອົາ ປະເທດຂອງພວກເຮົາ ຫຼຸດພົ້ນອອກຈາກປະເທດດ້ອຍພັດ ທະນາໃນປີ 2020. ດັ່ງນັ້ນ, ຈຶ່ງ
ໄດ້ມີການເຕົ້າ ໂຮມເອົາຂະແໜງ ການຈາກສູນກາງ ແລະ 9 ແຂວງ ພາກເໜືອ ເພື່ອມາປຶກສາຫາລືກັນກ່ຽວກັບການເສີມຂະ
ຫຍາຍທ່າແຮງຂອງພວກເຮົາໃນການຊຸກຍູ້ການຜະລິດເປັນສິນຄ້າແນໃສ່ສົ່ງອອກໄປ ສປ ຈີນ ໃນເງື່ອນໄຂ
ອັນໃໝ່ ຄື (1) ສປປ ລາວ ໄດ້ເຂົ້າ ເປັນສະມາຊິກ WTO ພ້ອມກັນ ນັ້ນ ລາວເຮົາໃນຖານະເປັນສະ
ມາຊິກອາ ຊຽນ ແລະ ກໍໄດ້ປະກອບສ່ວນເຂົ້າໃນຂະບວນການສ້າງປະຊາຄົມເສດຖະກິດອາ ຊຽນ (AEC)
ຊຶ່ງມີຄວາມ ໝາຍລວມໄປເຖິງການສ້າງເຂດການ ຄ້າເສລີພາຍໃນອາຊຽນເອງ ແລະ ອາຊຽນກັບຄູ່ເຈລະຈາ
ກໍຄື ຈີນ ທີ່ ເປັນໜຶ່ງໃນຄູ່ເຈລະຈາ ຂອງອາຊຽນ ແລະ (2) ການພົວ ພັນລະຫວ່າງ ລາວ ແລະ ຈີນ
ໄດ້ ກ້າວເຂົ້າສູ່ໄລຍະ ໃໝ່ມັນແມ່ນໄລຍະແຫ່ງການສ້າງການເປັນຄູ່ ຮ່ວມຍຸດທະສາດຮອບດ້ານ.
ຈາກ ເງື່ອນໄຂດັ່ງກ່າວ,ການນຳຂອງ ສອງພັກສອງລັດ ລາວ-ຈີນ ຈຶ່ງ
ຕົກລົງກັນວ່າ:ພວກເຮົາຈະຊຸກຍູ້ ຢ່າງແຂງແຮງດ້ານການຜະລິດ ໂດຍສະເພາະ ການຜະລິດເປັນ
ສິນຄ້າຈາກກະສິກຳຢູ່ພາກເໜືອ ຂອງລາວນີ້ ເພື່ອແລກປ່ຽນກັບ ຈີນ; ດັ່ງນັ້ນ, ຈຸດປະສົງຕົ້ນ
ຕໍຂອງ ກອງປະຊຸມເທື່ອນີ້ ແມ່ນເພື່ອປຶກ ສາຫາລືກັນວ່າ ຈະເຮັດແນວໃດ
ຈຶ່ງຈະເຮັດໃຫ້ການຄ້າກັບຈີນ ມີ ບາດກ້າວອັນໃໝ່, ເພື່ອຜົນປະ ໂຫຍດຂອງສອງພັກສອງລັດ.
ສະນັ້ນ ສະເໜີໃຫ້ຜູ້ເຂົ້າຮ່ວມປະກອບຄຳຄິດ ຄຳເຫັນຢ່າງກົງໄປ ກົງມາສະເໜີໃຫ້ຮູ້ເຖິງຄວາມ
ຫຍຸ້ງຍາກທີ່ຜ່ານມາກ່ຽວກັບ ການຄ້າກັບຈີນທັງເບື້ອງລາວ ແລະ ເບື້ອງຈີນ ລວມເຖິງການ
ແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງຂອງທ້ອງຖິ່ນ,ສູນກາງ ແລະ ຂະແໜງ ການຕ່າງໆ ເພື່ອຊອກໃຫ້ເຫັນສາເຫດຂອງບັນຫາ
ແລະ ແກ້ໄຂເພື່ອເຮັດໃຫ້ການຄ້າກັບຈີນ ມີທ່ວງທ່າດີຂຶ້ນ.
ຈາກນັ້ນ, ກອງປະຊຸມ ກໍໄດ້ຮັບຟັງການຂຶ້ນປະກອບຄຳ
ເຫັນຈາກບັນດາທ້ອງຖິ່ນ 9 ແຂວງພາກ ເໜືອ ແລະ ຂະແໜງການຕ່າງໆຈາກສູນກາງ ລວມ
ເຖິງສະພາບການຜະລິດ ແລະ ມາດຕະການໃນການຜະ ລິດເປັນ ສິນຄ້າ ເພື່ອສົ່ງອອກໄປຈີນ, ການ
ພົວພັນລະຫວ່າງ ລາວ-ຈີນ ເຊິ່ງ ໃນຕອນທ້າຍ,ທ່ານຮອງນາຍົກ ລັດຖະມົນຕີ ກໍໄດ້ຍ້ຳຄືນເຖິງສະ
ພາບການພັດທະນາເສດຖະກິດ ໃນພາກພື້ນ ແລະ ສາກົນ ພ້ອມ ທັງເນັ້ນ ຕື່ມກ່ຽວກັບຈຸດສຸມຂອງ
ການຜະລິດໃນແຕ່ລະທ້ອງຖິ່ນ ໂດຍສອດຄ່ອງກັບຄວາມຕ້ອງ ການຂອງຕະຫຼາດ ຈີນເປັນຕົ້ນ ສາລີ,
ເຂົ້າ,ກ້ວຍ, ມັນຕົ້ນ ແລະ ອື່ນໆທັງຕ້ອງໄດ້ມາດຕະຖານ ແລະ ຄຸນນະພາບ; ໃຫ້ແຕ່ລະຂະ
ແໜງການເບິ່ງຄືນບັນຫາ ແລະ ຂໍ້ຄົງຄ້າງເພື່ອຊອກຫາວິທີການ ແກ້ໄຂ
ເພື່ອເຮັດໃຫ້ການຜະລິດມີ ເງື່ອນໄຂສະ ດວກສາມາດຈັດ ຕັ້ງປະຕິບັດໄດ້ ແລະ ເຮັດໃຫ້ບັນ
ດາຂັ້ນຕອນຕ່າງໆມີຄວາມສະ ດວກສະບາຍຂຶ້ນ; ພ້ອມນີ້ ທ່ານກໍ ໄດ້ແຈ້ງຕື່ມ
ເຖິງບັນດາທ້ອງຖິ່ນ ໃນການປະຕິບັດຕາມທິດຊີ້ນຳ ຂອງຂັ້ນເຖິງ ເປັນຕົ້ນຢຸດການ ປູກ ຢາງພາລາ,
ບໍ່ໃຫ້ມີການສຳ ປະທານທີ່ດິນທີ່ມີເນື້ອທີ່ຈຳນວນ ຫຼວງຫຼາຍ,ຢຸດການຕັດໄມ້ທຳ ລາຍປ່າ
ລວມເຖິງ ປ່າຜະລິດ ແລະ ອື່ນໆ; ນອກຈາກນີ້,ທ່ານ ສົມສະຫວາດ ເລັ່ງສະຫວັດ ແລະ ຄະນະ
ກໍ່ໄດ້ໄປຢ້ຽມຊົມ ແລະ ຊຸກ ຍູ້ການຜະລິດຢູ່ສູນສາທິດກະສິ ກຳ ອຸດົມໄຊ-ຢຸນນານ, ສູນສາທິດ
ແລະ ສົ່ງເສີມເຕັກນິກກະສິກຳພາກ ເໜືອ ແລະ ໂຮງງານຜະລິດອາຫານສັດທີ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຈີນ.
No comments:
Post a Comment