ເມື່ອບໍ່ດົນນີ້, ອົງການປົກຄອງເມືອງພູຄາ ແຂວງຫລວງນ້ຳທາ
ໄດ້ສົມທົບກັບບໍລິສັດການຄ້າເສີນຫວາ ເມືອງວຽງພູຄາ ໄດ້ຈັດຊຸດເຝິກອົບຮົມການປາດຢາງພາລາຂອງໂຄງການປູກພືດທົດແທນການປູກຝິ່ນ
ເຊິ່ງ ມີປະຊາຊົນ 16 ບ້ານເຂົ້າຮ່ວມ.
ທ່ານ ອາເສີນ ຫົວໜ້າບໍລິສັດການຄ້າເສີນຫວາ
ໃຫ້ຮູ້ວ່າ: ການ ເຝິກອົບຮົມເທື່ອນີ້ ແມ່ນການຍົກ ລະດັບເຕັກນິກໃຫ້ປະຊາຊົນທີ່ປູກ ຢາງພາລາ
ເພື່ອສ້າງລາຍຮັບ ເຂົ້າຄອບຄົວ ແນໃສ່ປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນເທື່ອລະກ້າວ.
ຊຸດເຝິກອົມຮົມເທື່ອນີ້ມີຜູ້ເຂົ້າຮ່ວມ 68 ຄົນ ມາຈາກ 16 ບ້ານ ຄືບ້ານຜາແດງ,
ບ້ານໃໝ່, ບ້ານ ຖ້ຽວ, ບ້ານດົງວຽງ, ນ້ຳກາບໄຕ້, ໜອງຄຳ, ນ້ຳໂອ, ນ້ຳສິງ, ພູລັນເໜືອ,
ກຳປ່ອນ, ລະມອນ, ນ້ຳຟ້າ, ນ້ຳແອງ, ວຽງສະຫວ່າງ, ນ້ຳນ້ອຍປາມັນ, ທາດຫລວງ ແລະ ສອງກອງບັນຊາການ
ໂດຍ ໄດ້ຮຽນວິທີຝົນມີດປາດຢາງພາ ລາ ແລະ ວິທີປາດຢາງຢ່າງຖືກ ວິທີ
ທ່ານ ຕຽງສະໜອນ ພອນປະເສີດ ຮອງເຈົ້າເມືອງວຽງພູຄາກ່າວວ່າ:
ການເຝິກອົບຮົມດັ່ງກ່າວແມ່ນການພັດທະນາຊັບພະຍາກອນມະນຸດໃຫ້ມີຄວາມກ້າວໜ້າ, ໃຫ້ມີຄວາມຮູ້ເຕັກນິກໃນການປາດຢາງພາລາ
ແລະ ຂໍໃຫ້ປະຊາຊົນທີ່ໄດ້ຮັບ ການອົບຮົມ ເທື່ອນີ້ ນຳເອົາຄວາມຮູ້ດັ່ງກ່າວໄປເຜີຍແຜ່ໃຫ້ປະຊາຊົນຢູ່ບ້ານຂອງຕົນຢ່າງກວ້າງຂວາງ.
No comments:
Post a Comment