ເມືອງຮຸນເປັນເມືອງທຸກຍາກໜຶ່ງໃນແຂວງອຸດົມໄຊ
ພາກເໜືອຂອງລາວ. ປະຊາຊົນສ່ວນໃຫຍ່ດຳລົງຊີວິດ ໂດຍອາໄສທຳມະຊາດ, ຢຶດຖືອາຊີບການເຮັດໄຮ່ແບບເລື່ອນລອຍເປັນຫລັກ
ເນື່ອງຈາກວ່າພູມສັນຖານຂອງເມືອງດັ່ງກ່າວແມ່ນມີຜູພາທີ່ສູງຊັນ, ເນື້ອທີ່ທົ່ງພຽງສຳລັບເຮັດນານັ້ນ
ມີໜ້ອຍ ແລະ ປະຊາຊົນມີຄວາມສິນເຄີຍກັບການເຮັດໄຮ່ປູກເຂົ້າ ແລະ ພືດເສດຖະກິດອື່ນໆເປັນຕົ້ນ
ຕໍ. ຄວາມທຸກຍາກດັ່ງກ່າວກໍ່ໃຫ້ເກີດການນຳໃຊ້ຟືນ ເພື່ອການຫຸງຕົ້ມ ແລະ ການດຳລົງຊີວິດປະຈຳວັນອັນໄດ້ກໍ່ໃຫ້ເກີດບັນຫາຫລາຍ
ຢ່າງຕາມມາເຊັ່ນ: 1. ເປັນສາເຫດພາໃຫ້ມີການຕັດໄມ້ທຳລາຍປ່າ. 2. ມັນກໍ່ໃຫ້ເກີດອາຍພິດເຮືອນແກ້ວຂຶ້ນສູ່ຊັ້ນບັນຍາກາດ.
3. ການດູດຊຶມກາກບອນຫລຸດລົງ ຖ້າເນື້ອທີ່ປ່າໄມ້ຫລຸດລົງ. 4. ການເຜົາໄໝ້ຟືນໃນເຕົາທີ່ມີປະ
ສິດທິພາບຕ່ຳຍັງປ່ອຍອາຍພິດສູ່ບັນຍາກາດ ແລະ ເປັນສາເຫດກໍ່ໃຫ້ເກີດມົນລະພິດ
ສົ່ງຜົນກະທົບຕໍ່ສຸຂະພາບຂອງຄົນນຳອີກ ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍ.
ດ້ວຍເຫດນີ້, ສະຫະພັນແມ່ຍິງເມືອງຮຸນ ຈຶ່ງຫລິ່ງເຫັນຄວາມສຳຄັນຕໍ່ບັນຫາດັ່ງກ່າວ
ແລະ ມີຄວາມເປັນຫ່ວງເປັນໄຍຕໍ່ແມ່ຍິງ ແລະ ເດັກນ້ອຍຊົນນະບົດ ແລະ ໄດ້ຕັດສິນໃຈປະສານສົມທົບກັບສະມາຄົມສົ່ງເສີມຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ
ໃຫ້ປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ (The Association for
Improving the Living
Standard of Multi-ethnic People Adapt to Climate Change,
AIMA) ຂຽນບົດສະເໜີໂຄງການເພື່ອສົ່ງເສີມການນຳໃຊ້ແກັດຊີວະພາບ ເພື່ອສິ່ງແວດລ້ອມທີ່ສະອາດ
ແລະ ການສະໜອງພະລັງງານທົດແທນແບບຍືນຍົງສຳລັບຊຸມຊົນ ໂຄງການດັ່ງກ່າວກໍໄດ້ຮັບທຶນສະໜັບສະໜູນປະມານ
40.000 ໂດລາສະຫະລັດ ຈາກແຜນງານໂຄງການຂະໜາດນ້ອຍ ກອງທຶນສິ່ງແວດລ້ອມໂລກ ອົງການສະຫະປະຊາຊາດ
ປະຈຳ ສປປ ລາວ (Smail Grant Program-Global Environment Facility-UNDP Lao PDR) ເຊິ່ງບ້ານເປົ້າໝາຍຂອງ
ໂຄງ ການມີ 6 ບ້ານ ຄືບ້ານນາໂຄ້ງ, ບ້ານນາໂຮມ, ບ້ານແຟນ, ບ້ານນາຄຳ, ບ້ານໂພນສະຫວັນ
ແລະ ບ້ານໂພນສະອາດ ແລະ ຄາດວ່າໃນເດືອນມີນາ 2013 ນີ້ ຄາດວ່າຈະສ້າງສຳເລັດບໍ່ແກັດຕົວແບບທັງໝົດ
12 ໜ່ວຍ ເພື່ອສາທິດເຕັກນິກ ແລະ ຖ່າຍທອດຄວາມຮູ້ດ້ານວິຊາການໃຫ້ແກ່ພະນັກງານເມືອງ
ແລະ ຊຸມຊົນ ສາມາດນຳເອົາແນວຄວາມຄິດດັ່ງກ່າວໄປຜັນຂະຫຍາຍສົ່ງເສີມໄປບ້ານຕ່າງໆທີ່ມີເງື່ອນໄຂເໝາະສົມ
ແລະ ມີສັດລ້ຽງ ເປັນຕົ້ນໝູ, ງົວ ແລະ ຄວາຍ ເພາະວ່າການສ້າງບໍ່ແກັດຊີວະພາບດັ່ງກ່າວແມ່ນອີງອາໄສມູນສັດຂອງປະຊາຊົນເອງມາເປັນວັດຖຸດິບ
ເພື່ອໝັກບົ່ມເປັນອາຍແກັດ.
ອາຍແກັດດັ່ງກ່າວນີ້ນອກຈາກນຳໃຊ້ເຂົ້າໃນກິດຈະກຳຫຸງຕົ້ມ
ປະຈຳວັນຂອງປະຊາຊົນ ແລະ ຫລຸດຜ່ອນການນຳໃຊ້ແຮງງານເພດຍິງໄປຊອກຫາຟືນມາດັງໄຟ
ແລະ ໃນເວລາດຽວກັນນັ້ນກໍເປັນ ການກຳຈັດມູນສັດທີ່ປະຊາ ຊົນລ້ຽງຢູ່ຕາມໝູ່ບ້ານ
ແລະ ຍັງເປັນການເພີ່ມມູນຄ່າຂອງມູນສັດທີ່ເສດເຫລືອຈາກການຜະລິດອາຍແກັດມາຜະລິດເປັນຝຸ່ນບົ່ມ
ເພື່ອນຳໄປໝູນໃຊ້ເຂົ້າໃນວຽກງານການຜະລິດກະສິກຳປູກພືດເສດ ຖະກິດໃຫ້ມີສະມັດຖະພາບສູງສະອາດ
ແລະ ປອດໄພຕໍ່ສຸຂະ ພາບຂອງຜູ້ບໍລິໂພກ.
No comments:
Post a Comment