Ad

Ad

22 February 2013

ຍົກລະດັບໃຫ້ພະນັກງານ ແລະ ຜູ້ປະກອບການທຸລະກິດຂະຫນາດນ້ອຍ ແລະ ກາງເພື່ອເຂົ້າເຖິງຕະ ຫລາດອາຊຽນ ແລະ ຍີ່ປຸ່ນ



     ​ໃນ​ວັນ​ທີ 7-8 ກຸມພາ​, ກະຊວງ​ການ​ຕ່າງປະ​ເທດ ​ແລະ ​ແຂວງ​ສະຫວັນ​ນະ​ເຂດ ​ໄດ້​ຮ່ວມ​ກັນ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ໃນ​ຫົວ​ຂໍ້ “ການ​ຍົກ​ລະດັບ​ຄວາມ​ສາມາດ​ສຳລັບ​ພະນັກງາ​ນທ້ອງ​ຖິ່ນ ​ແລະ ຜູ້​ປະກອບ​ການ​ທຸລະ​ກິດ​ຂະໜາດ​ນ້ອຍ​ ​ແລະ ກາງ ​ເພື່ອ​ເຂົ້າ​ເຖິງ​ຕະຫລາດ​ອາ​ຊຽນ ​ແລະ ຍີ່ປຸ່ນ” ຂຶ້ນຢູ່​ຫ້ອງ​ວ່າການ​ແຂວງ​ສະຫວັນ​ນະ​ເຂດ ​ໂດຍ​ການ​ເຂົ້າຮ່ວມ ​ແລະ ກ່າວ​ເປີດ​ກອງ​ປະຊຸມ​ສຳ​ມະ​ນາ​ເທື່ອ​ນີ້ ​ແມ່ນ​ທ່ານ ດຣ. ສຸພັນ ​ແກ້ວ​ມີ​ໄຊ ​ເລຂາ​ພັກ​ແຂວງ, ​ເຈົ້າ​ແຂວງ​ສະຫວັນ​ນະ​ເຂດ, ມີ​ຜູ້​ເຂົ້າຮ່ວມ​ປະມານ 80 ທ່ານ. ກອງ​ປະຊຸມ​ດຳ​ເນີນ​ໄປ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ ​ໄຊ​ຍະ​ການ ສີ​ສຸ​ວົງ ຫົວໜ້າ​ຫ້ອງການ​ກະຊວງ​ການ​ຕ່າງປະ​ເທດ ​ເຊິ່ງປະກອບ​ມີ​ຜູ້ຕາງໜ້າ ຈາກ​ຂັ້ນສູນ​ກາງ​ເຊັ່ນ: ກະຊວງ​ການ​ຕ່າງປະ​ເທດ, ກະຊວງ​ອຸດ ສາຫະກຳ ​ແລະ ການ​ຄ້າ, ກະ ຊວງແຜນການ ​ແລະ ການ​ລົງ ທຶນ, ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ, ຜູ້ຕາງໜ້າ​ຈາກ​ພາກ​ລັດ ​ແລະ ​ເອກະ​ຊົນ​ຂອງ​ແຂວງ​ສະຫວັນ​ນະ​ເຂດ, ຄຳ​ມ່ວນ, ສາລະ​ວັນ, ​ເຊ​ກອງ, ຈຳປາ​ສັກ ​ແລະ ອັດ​ຕະປື.
    ຈຸດປະສົງ​ຂອງ​ການ​ສຳ​ມະ​ນາ​ເທື່ອ​ນີ້ ​ເພື່ອ​ເຜີຍ​ແຜ່​ແລກປ່ຽນ​ຂໍ້​ມູນ ​ແລະ ປະສົບ​ການ​ກ່ຽວ​ກັບ​ການ​ສ້າງ​ຂີດ​ຄວາມ​ສາມາດ​ໃຫ້​ແກ່​ພະນັກງານ​ບັນດາ​ແຂວງ ​ແລະ ຜູ້​ປະກອບ​ການ​ຂະໜາດ​ນ້ອຍ ​ແລະ ກາງ ຂອງ​ບັນດາ​ແຂວງ​ສາມາດ​ເຂົ້າ​ເຖິງ​ຕະຫລາດ​
ຂອງ​ອາ​ຊຽນ ​ແລະ ຍີ່ປຸ່ນ, ການ​ດຶງ​ດູດ​ການ​ລົງທຶນ ​ແລະ ນັກ​ທ່ອງ​ທ່ຽວ​ຈາກ​ຕ່າງປະ​ເທດ​ເຂົ້າ ສູ່ ສປປ ລາວ. ບັນດາ​ຜູ້​ເຂົ້າຮ່ວມ​ໄດ້​ຮັບ​ຟັງ ​ແລະ ​ແລກປ່ຽນ​ຄຳ​ຄິດ​ເຫັນ​ກ່ຽວ​ກັບ​ບັນຫາ​ຕ່າງໆ​ທີ່​ກ່ຽວຂ້ອງ ລວມທັງ​ຂໍ້​ສະ​ດວກ ​ແລະ ສິ່ງ​ທ້າ​ທາຍ​ໃນ​ການ​ເຂົ້າ​ເປັນ​ປະຊາ​ຄົມ​ອາ​ຊຽນ, ການ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ (WTO), ສະພາບ​ການ​ລົງ ທຶນ, ການທ່ອງທ່ຽວ, ຜົນ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງທີ 9, ຜົນ​ກອງ​ປະຊຸມ​ສຸດ​ຍອດ​ແມ່ນ້ຳ ຂອງ-ຍີ່ປຸ່ນ ຄັ້ງທີ 4.
    ການ​ສຳ​ມະ​ນາ​ເທື່ອ​ນີ້ ຍັງ​​ເປັນ​ໂອກາດ​ດີ​ໃຫ້​ຜູ້​ເຂົ້າຮ່ວມ​ຈາກ​ຂັ້ນສູນ​ກາງ, ບັນດາ​ແຂວງ ​ແລະ ພາກ​ເອກະ​ຊົນ ​ໄດ້​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ ​ແລະ ຮັບ​ຟັງ​ຂໍ້​ສະ​ເໜີ​ແນະ​ຂອງ​ບັນດາ​​ແຂວງ ​ແລະ ພາກ​ເອກະ​ຊົນ ກ່ຽວ​ກັບ​ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ຕ່າງໆ​ຕໍ່​ຜູ້​ປະກອບ​ການ​ຂະໜາດ​ນ້ອຍ ​ແລະ ກາງ, ວຽກ​ງານ​ການ​ຄ້າ, ການ​ລົງທຶນ ​ແລະ ທ່ອງ​ທ່ຽວ ​ໃນ​ການ​ເປັນ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ​ໃນ​ປີ 2015 ​ແລະ ພາຍ ຫລັງ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ.

No comments:

Post a Comment