Ad

Ad

22 February 2013

ສະມາຄົມສະຖາປານິກ-ວິສະວະກຳກໍ່ສ້າງລວາເປີດກອງປະຊຸມ ໃຫຍ່ປະຈຳປີ



       ສະມາຄົມສະຖາປານິກ ແລະ ວິສະວະກຳກໍ່ສ້າງລາວ (ສສວ) ຈັດກອງປະຊຸມໃຫຍ່ ສະໄໝສາ ມັນ ປະຈຳປີ 2012-2013 ໃນວັນ ທີ 21-22 ກຸ່ມພາ 2013 ທີ່ສຸນການ ຄ້າລາວ-ໄອເຕັກ ພາຍໃຕ້ການ ເປັນປະທານ ຂອງທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີຊ່ວຍວ່າ ການກະຊວງໂຍທາທິການ ແລະ ຂົນສົ່ງ,ທ່ານ ພອນໄຊ ສຸດທິພົງ ປະທານສະມາຄົມສະຖາປານິກ ແລະ ວິສະວະກຳກໍ່ສ້າງລາວ, ມີບັນດາສະມາຊິກ ສສວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ ເພື່ອລາຍງານການເຄື່ອນໄຫວ ວຽກງານ ໃນສົກປີ 2012-2013, ຕີລາຄາຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ແຜນການຕໍ່ໜ້າ. ພ້ອມ ນີ້ ຍັງໄດ້ມີການຈັດ ສຳມະນາວິຊາການໃນຫົວຂໍ້ “ວິໄສທັດ ຂອງນັກສະຖາປານິກ ແລະ ວິສະວະກອນ ລາວຕໍ່ການພັດທະນາຕົວເມືອງ ໃນປະຈຸບັນ“.
           ທ່ານ ບຸນຈັນ ສິນທະວົງ ໄດ້ກ່າວສະແດງຄວາມຊົມເຊີຍ ຕໍ່ຜົນງານທີ່ສະມາຄົມສະຖາປາ ນິກ ແລະ ວິສະວະ ກຳກໍ່ສ້າງ ລາວ ຍາດໄດ້ໃນໄລຍະຜ່ານມາເປັນຕົ້ນ ແມ່ນການຂະຫຍາຍສາ ຂາ ສສວ ໃນທົ່ວປະເທດ ມາຮອດ ປະຈຸບັນ ມີສະ ມາຊິກຖາວອນ ຈຳນວນ 1.000 ກວ່າຄົນ, ສະມາ ຊິກສົມທົບ 158 ຄົນ ແລະ ສະມາ ຊິກທີ່ປຶກສາ 7 ຄົນ; ການລົງ ເຜີຍ ແຜ່ບົດບາດ ຂອງ ສສວ ໃຫ້ສະມາຊິກ ໂດຍສະເພາະແມ່ນຢູ່ແຂວງພາກໃຕ້, ການຈັດສຳມະ ນາ, ຝຶກອົບຮົມໃຫ້ ຄວາມ ຮູ້ກ່ຽວກັບເຕັກໂນໂລຊີດ້ານການກໍ່ສ້າງໃຫ້ແກ່ສະມາຊິກ, ການເຂົ້າຮ່ວມປະກອບຄຳຄິດຄຳເຫັນໃສ່ຫລາຍໂຄງການທີ່ສຳຄັນ ຂອງຊາດພ້ອມທັງເປັນທີ່ປຶກສາໃຫ້ແກ່ການນຳ ໃນຫລາຍໂຄງການລະດັບ ຊາດ; ການເຂົ້າຮ່ວມປະກອບຄຳ ເຫັນດ້ານວິຊາຊີບ ແລະ ອື່ນໆ. ພ້ອມກັນນີ້ ທ່ານ ຍັງໄດ້ເນັ້ນໃຫ້ ສສວ  ເພີ່ມທະວີໃນການປະສານງານກັບອົງການລັດໃນການຄຸ້ມຄອງມະ
ຫາພາກເປັນຕົ້ນແມ່ນຄົ້ນຄວ້າການວາງມາດຕະຖານ, ການກໍ່ສ້າງລວມທັງການກຳນົດຫົວໜ່ວຍລາຄາໃຫ້ຖຶກຕ້ອງຕາມຄວາມ ເປັນຈິງທັງຮັບປະກັນຄຸນນະພາບຂອງການກໍ່ສ້າງ; ຄົ້ນຄວ້າກ່ຽວກັບເຕັກໂນໂລຊີທີ່ທັນສະໄໝ, ນຳໃຊ້ວັດສະດຸກໍ່ ສ້າງໃໝ່ໃຫ້ ມີຄຸນນະພາບສູງຕົ້ນທຶນຕ່ຳ, ຮັບປະກັນການນຳໃຊ້ໃຫ້ຍາວນານເປັນມິດຕໍ່ສິ່ງແວດລ້ອມ; ເຮັດແນວໃດໃຫ້ໄດ້ມີສ່ວນຮ່ວມ ໃນການສະເໜີຄວາມຄິດ ຄວາມເຫັນ, ເປັນທີ່ປຶກສາດ້ານ ສະຖາ ປານິກ ແລະ ວິສະວະກຳ ໃຫ້ແກພັກ-ລັດ ແລະ ອື່ນໆ.
           ໃນໂອກາດດຽວກັນນີ້ ກໍ ໄດ້ມີພິທີເປີດງານວາງສະແດງ ສສວ 2013 ແຕ່ວັນທີ 21-24 ກຸມ ພາ 2013 ເປັນງານ ວາງສະແດງ ດ້ານສະຖາປານິກ ແລະ ການ ອອກແບບຊັ້ນນຳຂອງລາວ ຊຶ່ງ ເປັນສ່ວນໜຶ່ງຂອງ ຄວາມຄິດລິ ເລີ່ມ ຂອງ ສະມາຄົມດັ່ງກ່າວ ເພື່ອສະໜອງເວທີ, ໂອກາດ ແລະ ທຸລະກິດ  ສຳລັບພາກສ່ວນສະ ຖາປັດຕະຍະກຳ ແລະ ວິສະວະ ກຳ ກໍ່ສ້າງ ທັງເປັນການເປີດ ກວ້າງໃຫ້ແກ່ຜູ້ຜະລິດ, ຕົວແທນຈຳໜ່າຍ, ຜູ້ນຳເຂົ້າວັດສະດຸກໍ່ ສ້າງ, ໂຄງການອະສັງຫາລິມະ ຊັບ, ສະຖາປານິກ, ນັກອອກແບບ ແລະ ຜູ້ທີ່ສົນໃຈທັງພາຍໃນ ແລະ ຕ່າງປະເທດ ໄດ້ເຂົ້າຮ່ວມ.

No comments:

Post a Comment