Ad

Ad

22 February 2013

ຫລາຍພະແນກການຢູ່ແຂວງເຊກອງຊ່ວຍເຫລືອບັນເທົາທຸກຄອບທີ່ປະສົບອັກຄີໄພ



    ໃນວັນທີ 20 ກຸມພານີ້, ຫລາຍພະແນກການຂົງເຂດວັດທະນະທຳ-ສັງຄົມແຂວງເຊກອງໄດ້ນຳເອົາເຄື່ອງຊ່ວຍເຫລືອ ບັນເທົາທຸກ ໄປມອບໃຫ້ປະຊາຊົນບ້ານຈະ ຫລາມເກົ່າ ເມືອງທ່າແຕງ ທີ່ຖືກ ຜົນກະທົບຈາກອັກຄີໄພ (ໄຟໄໝ້ ເຮືອນ) ຈຳ ນວນ 12 ຫລັງ, 18 ຄອບຄົວ ໃນຕອນບ່າຍວັນທີ 9 ກຸມພາ ໂດຍມີທ່ານ ຖາວອນ ພົມ ມະໄລລຸນ ຮອງເຈົ້າແຂວງເຊ ກອງ ພ້ອມດ້ວຍທ່ານ ຄູນມາ ໄຊ ຍະສານ ຮອງຫົວໜ້າຫ້ອງວ່າ ການປົກຄອງແຂວງ, ຄະນະຫ້ອງວ່າການປົກຄອງເມືອງທ່າ ແຕງ ແລະ ອຳນາດການປົກຄອງບ້ານເຂົ້າຮ່ວມເປັນສັກຂີພະຍານ.
    ເຄື່ອງທີ່ນຳໄປມອບໃນເທື່ອນີ້ ມີເຄື່ອງອຸປະໂພກ, ບໍລິໂພກມູນຄ່າປະມານ 4 ລ້ານກວ່າກີບ, ໃນ ນັ້ນ ພະແນກຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວມອບໂທລະພາບ 1 ໜ່ວຍ ຄິດເປັນມູນ ຄ່າ 1 ລ້ານກີບ, ພະແນກສຶກສາທິ ການ ແລະ ກິລາມອບປຶ້ມຂຽນ 300 ຫົວ ມູນຄ່າ 9 ແສນກີບ, ອົງ ການກາແດງແຂວງ ມອບເຄື່ອງ ນຸ່ງຫົ່ມ 118 ຜືນ ແລະ ເຄື່ອງໃຊ້ ຄອບຄົວອື່ນໆ ລວມມູນຄ່າ 1,7 ລ້ານກວ່າກີບ, ພະແນກສາທາລະນະສຸກ ມອບໝີ່ໄວໄວ ແລະ ປາກະປ໋ອງ ມູນຄ່າ 1,2 ລ້ານກວ່າ ກີບ.

    ທ່ານ ສິງສະຫວັນ ສະຫວິງຄຳ ຮອງນາຍບ້ານຈະຫລາມເກົ່າໃຫ້ຮູ້ວ່າ: ຈາກການຕີລາຄາເບື້ອງ ຕົ້ນມູນຄ່າເສຍຫາຍຈາກ ອັກຄີໄພ ເທື່ອນີ້ປະມານ 2 ຕື້ກວ່າກີບ. ຜ່ານມາມີການນຳຂັ້ນແຂວງ, ເມືອງ ແລະ ບໍລິສັດ ໄດ້ນຳເອົາເຄື່ອງມາຊ່ວຍເຫລືອ ແລ້ວຈຳນວນໜຶ່ງ.
    ທ່ານ ຖາວອນ ພົມມະໄລລຸນ ຮອງເຈົ້າແຂວງເຊກອງ ກ່າວ ວ່າ: ທາງແຂວງຈະນຳໄປຄົ້ນ ຄວ້າກັບສາຍຕັ້ງໃຫ້ປະສານຢ່າງ ລະອຽດກັບພາກສ່ວນທີ່ກ່ຽວຂ້ອງ ແລະ ວາງແຜນການຈັດສັນ ບ່ອນຢູ່ອາໄສໃຫ້ຜູ້ປະສົບອັກຄີໄພ ດັ່ງກ່າວຢ່າງເໝາະສົມ. ນອກນັ້ນ ຮອງເຈົ້າແຂວງຍັງໄດ້ແນະນຳຂະແໜງການຕ່າງໆຂັ້ນແຂວງ, ເມືອງປຸກລະດົມທຸກພາກສ່ວນໃຫ້ມີສ່ວນຮ່ວມຊ່ວຍ ເຫລືອຕາມຄວາມອາດສາມາດ ແລະ ອຳນາດການປົກຄອງເມືອງຕ້ອງໄດ້ແຕ່ງຕັ້ງຂະແໜງກ່ຽວຂ້ອງລົງຕິດຕາມກວດກາ, ໃຫ້ການຊ່ວຍເຫລືອ ແລະ ສຶກສາອົບຮົມດ້ານການເມືອງແນວຄິດໃຫ້ປະຊາຊົນມີແນວຄິດອຸ່ນອ່ຽງທຸ່ນທ່ຽງເຊື່ອໝັ້ນຕໍ່ການ ຊີ້ນຳ-ນຳພາຂອງພັກ-ລັດ.

No comments:

Post a Comment