Ad

Ad

22 February 2013

ເລີ່ມປະຕິບັດໂຄງການພັດທະນາລະບົບນ້ຳປະປາຢູ່ເມືອງທ່າແຂກ



     ໃນ​ວັນ​ທີ 20 ກຸມພານີ້ ຢູ່​ກະຊວງ​ແຜນການ ແລະ ການ​ລົງທຶນ ໄດ້​ມີ​ພິທີ​ເຊັນ​ສັນຍາ​ການຈັດ ຕັ້ງປະຕິບັດ​ໂຄງການ​ໃຫ້​ທຶນ​ຊ່ວຍ​ເຫລືອ​ລ້າ​ຂອງ​ລັດຖະບານ​ຍີ່ປຸ່ນ ສຳລັບ​ສຶກສາ ​ແລະ ອອກ​ແບບ​ໂຄງການ​ພັດທະນາ​ລະບົບນ້ຳປະ ປາ ຢູ່​ເມືອງ​ທ່າ​ແຂກ ​ແຂວງ​ຄຳ ມ່ວນ ​ໃນ​ມູນ​ຄ່າ 41 ລ້ານ​ເຢນ ຫລື 5 ແສນໂດ​ລາ​ສະຫະລັດ ​ໂດຍ​ການ​ຮ່ວມ​ລົງ​ນາມ​ຂອງທ່ານ​​ນາງ ສີ​ສົມບູນ ອຸ​ນາ​ວົງ ຮັກສາ​ການ​ຫົວໜ້າ​ກົມ​ຮ່ວມ​ມື​ສາກົນ ກະຊວງ​ແຜນການ ​ແລະ ການ​ລົງ ທຶນ ​ແລະ ທ່ານ Koichi TAKEI ຫົວໜ້າ​ອົງການ​ຮ່ວມ​ມື​ສາກົນ ຍີ່ປຸ່ນ (JICA) ເຊິ່ງ​ການ​ເຊັນ​ສັນ ຍາ​ເທື່ອນີ້​ແມ່ນ​ປະຕິບັດ​ຕາມສັນ ຍາ​ການ​ຮ່ວມ​ມື​ລະຫວ່າງລັດຖະ ບານ​ລາວ ​ແລະ ລັດຖະບານ​ຍີ່ປຸ່ນ ທີ່​ໄດ້​ເຊັນ​ກັນ​ໃນ​ວັນ​ທີ 15 ກຸມພາ ຢູ່ກະຊວງ​ການ​ຕ່າງ​ປະ​ເທດ. ​ໂຄງການ​ນີ້ມີ​ຈຸດປະສົງ​ເພື່ອ​ສຶກ ສາ ​ແລະ ສຳ​ຫລວດ​ການ​ສະ ໜອງນ້ຳປະປາຢູ່ພາຍ​ໃນ​ເມືອງ​ທ່າ​ແຂກ ​​​ເຮັດ​ໃຫ້ການ​ສະໜອງ​ນ້ຳປະປາ​ໄດ້​ທົ່ວ​ເຖິງ.
     ​ມື້ດຽວກັນ, ທ່ານ ສົມ​ດີ ດວງ​ດີ ລັດຖະມົນຕີ​ວ່າການກະຊວງ​ແຜນການ ​ແລະ ການ​ລົງທຶນ ​ໄດ້​ປະດັບ​ຫລຽນ​ກາ​ມິດຕະ ພາບ ​ໃຫ້ ທ່ານ Masato TOGAVA ຫົວ ໜ້າ​ອົງການ​ຮ່ວມ​ມື​ສາກົນ​ຍີ່ປຸ່ນ ປະຈຳ​ລາວ ທີ່​ຈະ​ໝົດ​ວາລະ​ການ​ເຮັດ​ວຽກຢູ່ ສປປ ລາວ ​ໃນ​ທ້າຍ​ເດືອນ​ກຸມພາ​ນີ້. ​ໃນ​ໄລຍະ​ທີ່ທ່ານ​ປະຕິບັດ​ໜ້າ​ທີ່ຢູ່ລາວທ່ານ​ໄດ້​ຮ່ວມ​ເຮັດ​ວຽກ​ກັບ​ຝ່າຍ​ລາວໃນ​ການ​ລົງ​ກວດກາ, ຕິດຕາມ​ໂຄງການ ​ແລະ ລະດົມ​ທຶນ​ຊ່ວຍ​ເຫລືອ​ຈາກ​ລັດຖະບານ​ຍີ່ປຸ່ນ​ເພື່ອ​ມາ​ປະກອບສ່ວນ​ໃນການຈັດຕັ້ງປະ ຕິບັດ​ແຜນ​ພັດທະນາເສດຖະກິດ- ສັງຄົມຢູ່ ສປປ ລາວ.

No comments:

Post a Comment