Ad

Ad

22 February 2013

ສາທາມີຄຳສ່ັງໃຫ້ເຝົ້າລະວັງການລະບາດຂອງພະຍາດອັກເສບລະບົບຫາຍໃຈ



         ປັດຈຸ​ບັນ​ຍ້ອນ​ສະພາບ​ອາກາດ​ປ່ຽນ​ແປງ​ຈຶ່ງ​ອຳນວຍ​ໃຫ້​ມີ​ການລະບາດ​ຂອງ​ໄຂ້ຫວັດ​ສັດ​ປີກຢູ່​ທະວີບ​ຕ່າງໆ​ໃນ​ເດືອນ ມັງກອນ 2013 ນີ້ ​ເຊັ່ນ: ມີ​ການລະບາດ​ຢູ່​ທະ ວີບອາ​ຟຣິກາ, ທະວີບອາຊີ​, ທະວີບ​ເອີຣົບ ​ແລະ ການລະບາດ​ຂອງ​ໄຂ້ ຫວັດ​ສັດ​ປີກ​ຢູ່​ປະ​ເທດກຳປູ​ເຈຍ ທີ່​ມີ​ການ​ຕິດ​ເຊື້ອ​ໃສ່​ຄົນ​ແລ້ວ 5 ຄົນ, ​ໃນ​ນັ້ນ​ເສຍ​ຊີວິດ​ໄປ​ແລ້ວ 4 ຄົນ ​ໃນ​ທ້າຍ​ເດືອນ​ມັງກອນ.
        ​ເພື່ອ​ກຽມພ້ອມ​ຮັບ​ມື ແລະ ຕອບໂຕ້​ຕໍ່​ທຸກ​ເຫດການ​ລະບາດ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນຕໍ່ໜ້າ, ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກໄດ້​ອອກ​ຄຳ​ສັ່ງ ​ສະບັບເລກທທີ 196/ສທ ລົງ​ວັນ​ທີ 13/2/2013 ຊຶ່ງ​ມີ​ເນື້ອ​ໃນ​ວ່າ: ​ໃຫ້​ພະ​ແນ​ກ ສາທາລະນະ​ສຸກ​ ນະຄອນຫລວງ ​ແລະ ​ແຂວງ​ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ເອົາ​ໃຈ​ໃສ່​ຕິດຕາມ ​ເຝົ້າລະ ວັງ​ກໍລະນີ​ຄົນ​ເຈັບ ທີ່​ມີ​ໝວດ​ອາ ການ​ອັກ​ເສບ​ລະບົບ​ຫາຍ​ໃຈ​ຮຸນ​ແຮງ ທີ່​ມາກ​ວດສຸຂະພາບ ຢູ່​ສະ ຖານ​ທີ່​ບໍລິການ​ຕ່າງໆ​ພາຍ​ໃນ​ແຂວງ. ພ້ອມ​ທັງປັບປຸງ​ສ້າງ​ຄວາມ​ເຂັ້ມ​ແຂງ ​ໃຫ້​ທີ​ມງານ​ຕອບ​ໂຕ້ພະຍາດ​ດ່ວນຂອງ​ແຂວງ ​ໃຫ້​ສາມາດ​ປະຕິບັດ​ວຽກ​ງານ​ຢ່າງ​ທັນ​ການ​ເມື່ອ​ໄດ້​ຮັບ​ລາຍ​ງານ​ສົງ​ໄສ​ມີ​ກໍລະນີ​ເກີດ​ຂຶ້ນພາຍ​ໃນ​ແຂວງ​ຂອງ​ຕົນພ້ອມ​ທັງ​ ເຝົ້າລະວັງ​ຕິດຕາມ​ຢູ່​ບັນດາ​ດ່ານ​ສາກົນ ​ແລະ ​ໃຫ້​ປະສານ​ສົມທົບ​ກັບ​ພະ​ແນ​ກກະສິກຳ​ແຂວງ ເປັນ​ປະຈຳ​ເພື່ອ​ຊອກ​ຮູ້​ບ້ານ​ໃດ, ​ເມືອງ​ໃດມີ​ການລະບາດ​ຂອງ​ພະຍາດ​ໄຂ້ຫວັດ​ສັດ​ປີກ. ໃຫ້​ສົບ​ທົບ​ກັບ​ພະ​ແນ​ກຖະ​ແຫລ​ງຂ່າວ,ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ແຂວງ ​ເພື່ອ​ໂຄສະນາ​ໃຫ້​ຄວາມ​ຮູ້​ຕໍ່​ພໍ່​ແມ່​ປະຊາຊົນ ​ໃຫ້​ເອົາ​ໃຈ​ໃສ່​ວຽກ​ງານ
3 ສະອາດ. ສ້າງ​ແຜນ​ເຄື່ອນ​ໄຫວ​ຕອບ​ໂຕ້​ການລະບາດ​ທີ່​ອາດ​ເກີດ​ຂຶ້ນ, ຮັບປະກັນ​ໃຫ້​ມີ​ງົບປະມານ​ເຄື່ອນ​ໄຫວ​ ໃນ​ເວລາ​ມີ​ການລະ​ບານ​ເກີດ​ຂຶ້ນ. ​ເມື່ອ​ໄດ້​ຮັບ​ຄຳ​ສັ່ງ​ຈາກ​ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ​ແລ້ວ ໃຫ້​ຮີບ​ຮ້ອນ​ຈັດຕັງ ປະຕິບັດ, ກຽມ​ທຸກ​ເງື່ອນ​ໄຂ​​ໃຫ້​ສາມາດ​ຕອບ​ໂຕ້​ພະຍາດ​ຢ່າງ​ທັນ​ການ ​ແລະ ລາຍ​ງານ​ມາ​ໃຫ້​ກົມ​ຄວບ​ຄຸມພະ​ຍາດຕິ​ດຕໍ່​ເປັນ​ແຕ່ລະ​ໄລຍະ​ໂດຍ​ຜ່ານ​ລະບົບ​ເຝົ້າລະວັງ​ພະຍາດ ​ແລະ ບໍ່​ອະນຸຍາດ​ໃຫ້​ຄົນ​ເຈັບ​ທີ່​ສົງ​ໄສ​ເປັນ​ພະຍາດ​ອັກ​ເສບ​ລະບົບ​ຫັນ​ໃຈ​ຮຸນ​ແຮງ ຫລື ​ເປັນ​ພະຍາດ​ໄຂ້ຫວັດ​ສັດ​ປີກ​ເຂົ້າ-ອອກ​ຊາຍ​ແດນ​ຂອງ​ປະ​ເທດ​ເຮົາ​ຕາມ​ລະ ບຽບ​ຂອງ​ສາທາລະນະ​ສຸກ​ສາກົນ.

No comments:

Post a Comment