Ad

Ad

25 March 2013

ລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫລືອລາວ 4 ໂຄງການເພື່ອປັບປຸງຂະແຫນງສາທາລະນະສຸກ



      ​ໃນ​ວັນ​ທີ 22 ມີນາ 2013 ຢູ່​ກະຊວງ​ສາທາລະ ນະ​ສຸກ​ໄດ້​ມີ​ພິທີ​ເຊັນ​ສັນຍາ​ຊ່ວຍ​ເຫລືອ 4 ​ໂຄງການຄື ​:ໂຄງການ​ປັບປຸງ​ອຸປະ​ກອນ​ການ​ແພດ ​​ໃຫ້​ແກ່​ໂຮງໝໍ​ມະ​ໂຫສົດຂອງ​ພະ​ແນ​ກຫູ,ດັງ,ຄໍ,​ໂຄງ ການ​ກໍ່ສ້າງ​ລະບົບ​ນ້ຳ​ລິນທີ່​ບ້ານ​ໂພ​ສີ ​ແລະ ບ້ານ​ນາ​ໂຄ້ ​ເມືອງ​ຜາ​ໄຊ ​ແຂວງ​ຊຽງ​ຂວາງ, ​ໂຄງການ​ປັບປຸງ​ສຸກສາລາ ຢູ່​ ເມືອງ​ອຸທຸມ ພອນ ​ແຂວງສະ ຫວັນ​ນະ​ເຂດ ແລະ ​ໂຄງການ​ກໍ່ ສ້າງ​ລະບົບ​ນ້ຳ​ລິນ ບ້ານປາກ​ຊຸນ ​ແລະ ບ້ານຫາດ​ຊາຍ​ຄຳ ​ເມືອງ​ປາກ​ກະດິງ ​ແຂວງ ບໍລິ​ຄຳ​ໄຊ ລວມມູນ​ຄ່າກໍ່ສ້າງ​ປະມານ 2 ແສນ​ກວ່າໂດລາສະຫະລັດ ເຊິ່ງໄດ້ມີການ ເຊັນ​ສັນຍາ​ລະຫວ່າງ ທ່ານ ນາງ ຈຸນ​ໂກະ ​ໂຢ​ໂກ​ຕະ ​ເອກ​ອັກ​ຄະຣາ​ຊະ​ທູດຍີ່​ປຸ່ນ​ປະ​ຈຳລາວ ແລະ  ທ່ານ ດຣ ບຸນ​ທະ​ພານີ ບຸນ​ຊ່ວຍ ຜູ້​ອຳນວຍ​ການ ໂຮງໝໍ​ມະ​ໂຫສົດ, ທ່ານ ດຣວິນ​ຍານ  ​ເຈີ້​ຢ່າງ​ໄຊ​ຈູ ຫົວໜ້າ​ພະ​ແນ​ກສາ ທາລະນະ​ສຸກແຂວງ​ຊຽງ​ຂວາງ, ທ່ານ ດຣ ສົມ​ພອນ ຈັນ​ທະສຸກ ຫົວໜ້າ​ພະ​ແນ​ກສາທາລະນະ​ສຸກ​ແຂວງ​ບໍລິ​ຄຳ​ໄຊ, ທ່ານ ດຣ ບຸນ​ໂຮງ ​ແສງ​ອາ​ລຸນ ຫົວໜ​້າຫ້ອງ ການ​ສາທາລະນະ​ສຸກ ​ເມືອງອຸທຸມພອນ ​ແຂວງ​ສະຫວັນນະ​ເຂດ ໂດຍ​​ໃຫ້​ກຽດເຂົ້າຮ່ວມ​ເປັນ​ສັກ​ຂີ​ພະຍານ​ຂອງທ່ານ ສາສະດາ ຈານ ດຣ ​ເອກ​ສະຫວ່າງ ວົງ​ວິ ຈິດ ລັດຖະມົນຕີ​ວ່າການ​ກະຊວງ​ສາທາ ລະນະ​ສຸກ.

       ທ່ານເອກອັກຄະລາຊະທູດ ຍີປຸ່ນ ກ່າວ​ວ່າ:​ໂຮງ​ໝໍ​ຢູ່ລາວ​ ມີ​ຄົນ​ເຈັບ​ເຂົ້າ​ຮັບ​ການ​ປິ່ນປົວ​ຕາມ​ຕົວ​ເລກ​​ຫລາຍ​ທີ່​ສຸດ​ແມ່ນ​ໂຮງໝໍ​ມະ​ໂຫສົດ​ ເຊິ່ງ​ໃນປັດຈຸ​ບັນພວມ​ເອົາ​ໃຈ​ໃສ່​ການ​ບໍລິການ​ໃຫ້​ທັນ​ສະ​ໄໝ​ຂຶ້ນ​ກວ່າ​ເກົ່າ​ພ້ອມ​ທັງ​ຍົກ​ລະດັບ​ມາດຕະຖານ​ໃຫ້​ສູງ​​ເທົ່າ​ທຽມ​ກັບ​ລະດັບ​ສາກົນ​ເພື່ອ​ຫລຸດ ຜ່ອນ​ການ​ຂ້າມ​ໄປ​ປິ່ນປົວ​ທີ່​ປະ​ເທດ​ເພື່ອນ​ບ້ານ. ທັງ​ເປັນ​ການ ຕອບ​ສະໜອງ​ຄວາມ​ຕ້ອງການ​ໃນ​ການ​ພັດທະນາ​ປັບປຸງ​ມາດ ຕະຖານຂອງໂຮງໝໍມະ​ໂຫສົດ.​​ຜ່ານ​ມາ​ລັດຖະບານ​ຍີ່​ປຸ່ນ ກໍໄດ້​ໃຫ້ການ​ຊ່ວຍ​ເຫລືອ​ແກ່​ໂຮງໝໍ​ດັ່ງກ່າວ​ຄື​ໃນ​ປີ 1989 ​ໄດ້​ຊ່ວຍ​ເຫລືອ​ການ​ກໍ່ສ້າງ​ອາຄານ​ພະ​ແນ​ກຕາ,​ໃນ​ປີ1990 ຊ່ວຍ​ເຫລືອ​ການ​ປັບປຸງ​ອາຄານ​ໂຮງໝໍ​ຄືນ​ໃໝ່ ​ແລະ​ ​ໃນ​ປີ 1998 ​ໄດ້​​ກໍ່ສ້າງ​ອາ ຄານ​ສູນ​ຝຶກອົບຮົມ​,ສ່ວນ​ການ​ຊ່ວຍ​ເຫລືອ​ຢູ່​ເມືອງ​ອຸທຸມພອນ ​ແຂວງ​ສະຫວັນນະ​ເຂດ​ແມ່ນ​ຈະ​ມີ​ການ​ກໍ່ສ້າງ​ສຸກສາລາ​ໜຶ່ງ​ແຫ່ງ ​ແລະ ສະໜອງ​ອຸປະກອນ​ການ​ແພດ​ໃຫ້​ແກ່​ສຸກສາລາ​ອີກ 3 ​ແຫ່ງ​ໃນ​ເມືອງ​ດັ່ງກ່າວ​ເພື່ອ​​ຮັບ​ໃຊ້​ປະ ຊາຊົນ​ຈຳນວນ 35 ພັນກວ່າ ຄົນ​ຈາກ 26 ບ້ານ ສຳລັບ​ການ​ກໍ່ສ້າງ​ລະບົບ​ນ້ຳ​ລິນ​ໃຫ້​ແກ່ 4 ບ້ານ ຢູ່​ແຂວງ​ຊຽງ​ຂວາງ ​ແລະ ບໍລິ​ຄຳ​ໄຊ ຈະ​ສາມາດ​ສະໜອງ​ນ້ຳ​ສະ ອາດ​ໃຫ້​ແກ່​ປະຊາຊົນ 2 ພັນກວ່າ ຄົນ ມາ​ຮອດ​ປັດຈຸ​ບັນ​ລັດ ຖະບານ​ຍີ່​ປຸ່ນ ​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ໂຄງ ການ​ລະບົບ​ນ້ຳ​ສະອາດ​ປະມານ 24 ​ໂຄງການ ​ແລະ ດ້ານ​ສາທາລະນະ​ສຸກ 68 ​ໂຄງ​ການ. ​ໂດຍເຫັນຄວາມ​ສຳຄັນດ້ານ​ສຸຂະພາບ ​ແລະ ສຸຂະ​ອານາໄມ​ຂອງ​ປະຊາ ຊົນ ​ສະ​ເພາະ​ຢູ່ເຂດ​ຫ່າງ​ໄກ​ສອກ ຫລີກ ລັດ​ຖະບານ​ຍີ່​ປຸ່ນຈະ​ສຶບຕໍ່​ໃຫ້ການ​ຊ່ວຍ​ເຫລືອເພື່ອ​ປະກອບສ່ວນ​​ເຂົ້າ​ໃນ​ວຽກ​ງານ​ປັບປຸງ​ຄຸນ​ນະພາ​ບຂອງ​ຂະ​ແໜງ​ສາທາລະນະ​ສຸກ​​ຢູ່​ລາວຕື່ມ​ອີກ​.

No comments:

Post a Comment